ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ປະຫານຊີວິດ ຜູ້ຊາຍສີ່ຄົນ ທີ່ໂຈມຕີໂຮງຮຽນ ປີ 2014


ເດັກນ້ອຍຄົນໜຶ່ງ ຖືປ້າຍສະໜັບສະໜູນພັກການເມືອງ Awami Tehreek (PAT), ປະນາມການໂຈມຕີ ໂດຍມືປືນ Taliban.
ເດັກນ້ອຍຄົນໜຶ່ງ ຖືປ້າຍສະໜັບສະໜູນພັກການເມືອງ Awami Tehreek (PAT), ປະນາມການໂຈມຕີ ໂດຍມືປືນ Taliban.

ປາ​ກິ​ສຖານ ​ໄດ້​ແຂວນ​ຄໍ​ສີ່​ຄົນ ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ພົວພັນ​ກັບການ​
ໂຈມ​ຕີຂອງ​ກຸ່ມ Taliban ຕໍ່ໂຮງຮຽນ ທີ່ທະຫານ​ເປັນ​ຜູ້​ຄວບຄຸມ​
ໃນ​ເມືອງ Peshawar ເມື່ອ​ປີ​ແລ້ວ​ນີ້ ທີ່ພວກ​ຫົວ​ຮຸນ​ແຮງ ​ໄດ້​
ສັງຫານ​ເດັກນ້ອຍ 134 ຄົນ ​ແລະ​ພະນັກງານ 16 ຄົນ.

ກອງທັບ​ໄດ້​ປະກາດ​ໃນ​ເດືອນ​ສິງຫາຜ່ານ​ມານີ້ວ່າ ຜູ້​ຊາຍ​ສີ່​ຄົນ
ໄດ້​ຖືກພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ແລະຖືກ​ລົງ​ໂທດໃຫ້​ປະຫານ​ຊີ
ວິດ ພ້ອມ​ກັບ​ອີກສອງ​ຄົນ​ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຮັບ​ສາລະພາບ
​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ພວກ​ມື​ປືນທີ່ນຳພາການ ​ໂຈມ​ຕີ.

ບັນດາ​ຜູ້​ເຫັນ​ເຫດການ ອະທິບາຍ​ວ່າ ພວກ​ມື​ປືນ​ໄດ້​ຍິງ​ພວກ​
ນັກຮຽນຢູ່ໃນ​ຫ້ອງ​ປະຊຸມຫລັງ​ຈາກ​ນັ້ນ​ກໍໄດ້​ເຂົ້າໄປໃນແຕ່​ລະ​ຫ້ອງ​ຮຽນ ສັງຫານ​ແຕ່ລະ
|ຄົນ​ທີ່​ເຂົາ​ເຈົ້າ​ເຫັນ. ກຳລັງ​ທະຫານ​ປາ​ກິ​ສຖານ ​ໄດ້​ສັງຫານ​ພວກ​ມື​ປືນ​ທັງ​ໝົດ ຫລັງ​ຈາກ
​ການ​ສູ້​ລົບ​ກັນ​ເປັນ​ເວລາຫລາຍ​ຊົ່ວ​ໂມງ.

ກຸ່ມ Taliban ​ໃນປາ​ກິ​ສຖານ ກ່າວ​ວ່າ ຕົນເປັນ​ຜູ້​ທຳການ​ໂຈມ​ຕີ ​ໃນ​ການ​ຕອບ​ໂຕ້ຕໍ່​
ທະຫານ​ ທີ່​ໄດ້​ຕາມ​ລ່າ​ຫາ​ພວກ​ກະບົດ.​

ນາຍົກລັດຖະມົນຕີ ປາ​ກິ​ສຖານ ທ່ານ Nawaz Sharif ​ໄດ້​ຕອບ​ໂຕ້​ໂດ​ຍ​ໂຈະ ການຢຸດ
​ເຊົາ​ປະຫານ​ຊີວິດຂອງ​ປະ​ເທດ ທີ່​ໄດ້​ມີ​ມາ​ແຕ່​ປີ 2008. ນັບ​ແຕ່​ນັ້ນ​ມາ ປາ​ກິ​ສຖານ ​ໄດ້
​ປະ​ຫານຊີວິດ​ຫລາຍ​ຮ້ອຍ​ຄົນ​ແລ້ວ.

Pakistan Hangings
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG