ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວປາກິສຖານ ໄປປ່ອນບັດ ເປັນຈຳນວນ ຫຼວງຫຼາຍ (ສະໄລດ໌/ວີດີໂອ)


ກຳລັງຮັກສາຄວາມສະຫງົບປາກິສຖານຄົນນຶ່ງ ພວມກວດຕາມໂຕ ຜູ້ມີສິດປ່ອນບັດ ກ່ອນທີ່ຈະປ່ອຍໃຫ້ພວກເຂົາເຈົ້າ ເຂົ້າໄປປ່ອນບັດ ທີ່ນະຄອນກາຣາຈີ (11 ພຶດສະພາ 2011)
ກຳລັງຮັກສາຄວາມສະຫງົບປາກິສຖານຄົນນຶ່ງ ພວມກວດຕາມໂຕ ຜູ້ມີສິດປ່ອນບັດ ກ່ອນທີ່ຈະປ່ອຍໃຫ້ພວກເຂົາເຈົ້າ ເຂົ້າໄປປ່ອນບັດ ທີ່ນະຄອນກາຣາຈີ (11 ພຶດສະພາ 2011)
ພວກມີສິດປ່ອນບັດໃນປາກິສຖານ ພວມພາກັນໄປລົງຄະແນນ
ສຽງ ເພື່ອເລືອກເອົາ ສະມາຊິກສະພາແຫ່ງຊາດ ໃນການເລືອກ
ຕັ້ງຄັ້ງປະຫວັດສາດ ຊຶ່ງຈະພາໃຫ້ ມີການໂອນອຳນາດ ຈາກລັດ
ຖະບານພົນລະເຮືອນຊຸດນຶ່ງທີ່ສຳເລັດເສັດສິ້ນການເຂົ້າຮັບໜ້າ ທີ່ຄົບສະໄໝ ໄປໃຫ້ລັດຖະບານພົນລະເຮືອນອີກຊຸດນຶ່ງ.

ຜູ້ສື່ຂ່າວວີໂອເອຢູ່ບ່ອນປ່ອນບັດ ກ່າວວ່າ ມີການຮັກສາຄວາມ
ປອດໄພຢ່າງແໜ້ນໜາ ຕະຫລອດມື້ ຫຼັງຈາກໄດ້ເກີດຄວາມຮຸນ
ແຮງຈຳນວນນຶ່ງ ກ່ອນໜ້າການປ່ອນບັດ.

ຄວາມຮຸນແຮງ ທີ່ເກີດຂຶ້ນຢ່າງກະຈັດກະຈາຍ ເຮັດໃຫ້ມີຜູ້ເສຍ
ຊີວິດຢ່າງໜ້ອຍ 14 ຄົນ ໃນວັນເສົາມື້ນີ້.

ເຫດລະເບີດ 2 ຄັ້ງ ທີ່ນະຄອນກາຣາຈີ ໄດ້ສັງຫານຢ່າງໜ້ອຍ 10 ຄົນ ທີ່ຫ້ອງການໂຄສະ
ນາຫາສຽງຂອງພັກອາວາມີແຫ່ງຊາດນຶ່ງໃນບັນດາພັກທີ່ຕົກເປັນເປົ້າໃນການໂຈມຕີຂອງ ພວກຕາລີບານ. ການຍິງຕໍ່ສູ້ກັນ ຢູ່ທີ່ແຂວງ Baluchistan ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດ ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດ.

ມີຜູ້ໄປປ່ອນບັດເປັນຈຳນວນຫຼວງຫຼາຍ ຢູ່ຕາມໜ່ວຍປ່ອນບັດຕ່າງໆໃນທົ່ວປະເທດ ໃນ ຂະນະທີ່ມີການໂຈມຕີເກີດຂຶ້ນ ຂ້ອນຂ້າງໜ້ອຍ ບໍ່ເທົ່າໃດຄັ້ງ ໃນວັນເລືອກຕັ້ງ.

ມີຫຼາຍກວ່າ 100 ຄົນເສຍຊີວິດແລະອີກຈຳນວນນຶ່ງໄດ້ຮັບບາດເຈັບໃນການໂຈມຕີຕ່າງໆ ນັບແຕ່ເດືອນເມສາເປັນຕົ້ນມາໃນຂະນະທີ່ພວກຕາລີບານໄດ້ຊອກຫາຊ່ອງທາງເພື່ອບ່ອນ ທຳລາຍການເລືອກຕັ້ງ. ສະມາຊິກຂອງກຸ່ມຕາລີບານ ໄດ້ເຕືອນ ກ່ຽວກັບການໂຈມຕີສະ ລະຊີບ ໃນວັນເລືອກຕັ້ງ.



ທ່ານ Imran Khan ນັກການເມືອງແລະອະດີດນັກກິລາຕີຄີ ຫຼື cricket ແມ່ນຜູ້ນຳຂອງ ພັກ PTI ແລະພວມທຳການທ້າທາຍ ຕໍ່ສອງພັກການເມືອງ ທີ່ຄອບງຳການເມືອງປາກິສ ຖານມາເປັນເວລາດົນນານແລ້ວນັ້ນ. ແຕ່ທ່ານ Khan ຊຶ່ງໄດ້ຮັບຄວາມນິຍົມຊົມຊອບໃນ ໝູ່ພວກມີສິດປ່ອນບັດທີ່ຍັງໜຸ່ມນ້ອຍຂອງປາກິສຖານ ໄດ້ຕົກຮ້ານໂຄສະນາຫາສຽງ ໃນ ຕົ້ນອາທິດນີ້ ແລະພວມເຂົ້າໂຮງໝໍ ຊຶ່ງເຮັດໃຫ້ທ່ານບໍ່ສາມາດ ໄປປະກົດໂຕ ໃນການໂຄ ສະຫາສຽງໄດ້.

ອະດີດນາຍົກລັດຖະມົນຕີ Nawaz Sharif ເປັນຜູ້ນຳພັກສັນນິບາດມຸສລິມປາກິສຖານ ຊຶ່ງຄາດວ່າ ຈະໄດ້ຮັບຄະແນນສຽງສ່ວນຫຼາຍ ໃນການແຂ່ງຂັນເອົາບ່ອນນັ່ງຢູ່ໃນສະພາ ແຫ່ງຊາດ.

ການຢັ່ງຫາງສຽງປະຊາຊົນສະແດງໃຫ້ເຫັນວ່າ ພັກປະຊາຊົນປາກິສຖານ ຫຼື PPP ໄດ້ຮັບ ຄະແນນສຽງລາກທ້າຍຄູ່ແຂ່ງທັງສອງ. ສະມາຊິກຄົນສຳຄັນສຸດຂອງພັກ PPP ກໍຄືປະທາ ນາທິບໍດີ Asif Ali Zardari ສາມີຂອງມື້ລາງນາຍົກລັດຖະມົນຕີ Benazir Bhutto.

ພວກທີ່ຊະນະບ່ອນນັ່ງ 272 ບ່ອນ ໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ໃນວັນ ເສົາມື້ນີ້ ຈະມີໜ້າທີ່ໃນການນຳພາປະເທດຊາດ ທີ່ພວມຕົກຢູ່ໃນສະພາບການຂາດແຄນ ໄຟຟ້າເປັນບາງຄັ້ງບາງຄາວ ປະສົບບັນຫາດ້ານເສດຖະກິດ ພວກກະບົດຕາລີບານແລະ ນັກການເມືອງສໍ້ລາດບັງຫຼວງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG