ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

57 ຄົນ ເສຍຊີວິດ ຍ້ອນ ລົດບັນທຸກນ້ຳມັນ ຕຳກັນກັບ ລົດບັສໂດຍສານ ທີ່ປາກິສຖານ


ແຜນທີ່ເມືອງກາຣາຈີ ,ປາກິສຖານ
ແຜນທີ່ເມືອງກາຣາຈີ ,ປາກິສຖານ

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວ​ວ່າ ລົດ​ບັນທຸກ​ນ້ຳມັນ​ຄັນ​ນຶ່ງ​
ປາກົດ​ວ່າ​ແລ່ນ​ໄປ​ຢ່າງ​ໄວ​ໃນ​ທາງ​ຜິດ ​ໄດ້​ໄປ​ຕຳ​ເອົາ​ລົດ​ບັສບັນ
ທຸກ​ຄົນ​ໂດຍສານ​ຄັນ​ນຶ່ງ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ເຮັດ​ໃຫ້​ປະຊາຊົນ
​ຢ່າງ​ໜ້ອຍ 57 ຄົນ​ເສຍ​ຊີວິດ ຢູ່​ໃກ້ໆ​ກັບ​ເມືອງ​ທ່າ​ເຮືອ​ກາຣາຈີ
​ໃນ​ພາກ​ໃຕ້​ຂອງ​ປາ​ກິ​ສຖານ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ກ່າວ​ວ່າ ​ອຸບັດ​ເຫດລົດ​ຕຳ​
ກັນ​ດັ່ງກ່າວ ​ເກີດ​ຂຶ້ນ​ໃນ​ຖະໜົນ​ທີ່​ມີ​ສະພາບ​ບໍ່​ດີ​ສາຍ​ນຶ່ງ ຊຶ່ງເຮັດ
​ໃຫ້ລົດ​ທັງ​ສອງ​ຄັນ​ເກີດ​ໄຟ​ໄໝ້​ກຸ້ມ​ຂຶ້ນ​ຈາກ​ແຮງ​ກະທົບດັ່ງກ່າວ.
ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຮວມທັງ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ ຊຶ່ງ​
ສ່ວນ​ໃຫຍ່​ແລ້ວ ຖືກ​ໄຟ​ໄໝ້​ລ້ວມຈົນ​ບໍ່​ສາມາດ​ຢັ້ງຢືນ​ສົບ​ຂອງ​ພວກ​ເຂົາເຈົ້າໄດ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ອາດຈະເພີ້​ມຂຶ້ນ​ຕື່ມອີກ.

ນາຍ Abdul Hafeez ຊຶ່ງ​ພວກ​ສະມາຊິກ​ຄອບຄົວ​ຂອງ​ລາວ 9 ຄົນ​ເສຍ​ຊີວິດ​ໃນ​ອຸບັດ​ເຫດ​ດັ່ງກ່າວ​ເວົ້າ​ວ່າ “ ​ເອື້ອຍ​ຂ້ອຍ​ຄົນນຶ່ງ​ພ້ອມ​ທັງ​ລູກ​ເຕົ້າ​ຂອງ​ລາວ ​ແລະ​ພວກ​
ລຸງ​ຂ້ອຍ 2 ຄົນ​ພ້ອມ​ທັງ​ພວກ​ຄອບຄົວ ຂອງ​ເຂົາ​ເຈົ້າ ທັງ​ໝົດ 9 ຄົນ​ໃນ​ຄອບ
ຄົວ​ຂອງ​ຂ້ອຍ ​ທີ່​ຂີ່​ລົດ​ບັສຄັນ​ນີ້ບໍ່​ມີ​ຜູ້​ໃດ​ລອດ​ຊີວິດ.”

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຄົນ​ໂດຍສານ​ຈຳນວນ​ບໍ່​ເທົ່າ​ໃດ​ຄົນ​ລອດ​ຊີວິດ​ຈາກ​ໄຟ​ໄໝ້ ​ໂດຍ​ພາກັນ​ໂຕນ​ອອກ​ຈາກ​ປ້ອງ​ຢ້ຽມລົດ​ບັສ.

ມີ​ການ​ອ້າງ​ຄຳເວົ້າ​ຂອງ​ທ່ານໝໍ​ຄົນ​ນຶ່ງ​ເຊັ່ນ​ກັນ ທີ່​ໂຮງໝໍໃນ​ເມືອງ​ກາ ຣາຈີ​ວ່າ ​ຈຳນວນ​ຜູ້​ເສຍ​ຊີວິດ​ອາດ​ຈະ​ເພີ້​ມຂຶ້ນ​ອີກ​.

pakistancrash11january15
please wait

No media source currently available

0:00 0:00:48 0:00

XS
SM
MD
LG