ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາກິສຖານ ປະຕິບັດການ ໂຈມຕີທາງອາກາດ ຄັ້ງທຳອິດດ້ວຍເຮືອບິນ ບໍ່ມີຄົນຂັບ


ເຮືອບິນບໍ່ມີຄົນຂັບ ຕິດອາວຸດ ຫຼື ໂດຣນ ​ທີ່​ໄດ້​ສ້າງ
​ຂຶ້ນ​ມາ​ເອງ​ໃນ​ທ້ອງຖິ່ນ ບັນທຸກຢູ່ເທິງລົດຂົນສົ່ງ ໃນລະຫວ່າງ ການເດີນສວນສະໜາມ ສະເຫຼີມສະຫຼອງວັນຊາດ ຂອງປາກິສຖານ ໃນນະຄອນຫຼວງອິສລາມາບັດ ປາກິສຖານ, ວັນທີ 23 ມີນາ 2015.
ເຮືອບິນບໍ່ມີຄົນຂັບ ຕິດອາວຸດ ຫຼື ໂດຣນ ​ທີ່​ໄດ້​ສ້າງ ​ຂຶ້ນ​ມາ​ເອງ​ໃນ​ທ້ອງຖິ່ນ ບັນທຸກຢູ່ເທິງລົດຂົນສົ່ງ ໃນລະຫວ່າງ ການເດີນສວນສະໜາມ ສະເຫຼີມສະຫຼອງວັນຊາດ ຂອງປາກິສຖານ ໃນນະຄອນຫຼວງອິສລາມາບັດ ປາກິສຖານ, ວັນທີ 23 ມີນາ 2015.

ທະຫານ​ຂອງ ປາ​ກິ​ສຖານ ກ່າວ​ວ່າ ​ເຮືອບິນບໍ່​ມີ​ຄົນ​ຂັບ​ທີ່​ໄດ້​ສ້າງ
​ຂຶ້ນ​ມາ​ເອງ​ໃນ​ປະ​ເທດ ​ໄດ້​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທຳ​ອິ​ດ, ແລະ ​
ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ “ລະດັບ​ສູງ” ສາມ​ຄົນ ​ຢູ່​ໃກ້ໆ​ກັບ
​ເຂດ​ຊາຍ​ແດນ ອັຟກາ​ນິສ​ຖານ.

​ໂຄສົກ​ທະຫານ​ ພົນ​ຕີ Asim Bajwa, ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ
​ສັ້ນ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບຊື່ວ່າ Burrag ​ໄດ້​ໂຈມ​ຕີ​ສິ່ງ​ທີ່​ທ່ານ​
ເອີ້ນ​ວ່າ “ຮົ້ວ​ບ້ານ​ຂອງ​ພວກ​ກໍ່ການ​ຮ້າຍ” ​ໃນ​ວັນ​ຈັນ​ມື້​ນີ້ທີ່
​ຮ່ອມ​ພູ Shawal ພາກເໜືອ​ຂອງ​ເຂດ Waziristan, ເຊິ່ງ​ເປັນ
ເຂດຊົນ​ເຜົາ​ແຖວ​ຊົນນະບົດ​ຂອງ​ປະ​ເທດ. ບໍ່​ມີ​ຂໍ້​ມູນ​ອື່ນ​ເພີ່ມ
​ເຕີມ​ກ່ຽວ​ກັບ​ຜູ້​ທີ່​ຖື​ກສັງຫານ ຫຼື ມີ​ຊາວບ້ານ​ເປັນ​ຜູ້​ທີ່​ໄດ້ຮັບ​ເຄາະ​ຮ້າຍ​ນຳ​ຫຼື​ບໍ່. ​ເຂດດັ່ງກ່າວ ​ແມ່ນ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້​ໂດຍ​ນັກ​ຂ່າວ ຫຼື ພະນັກ​ງານ​ຊ່ວຍ​ເຫຼື​ອ.

ຫຼາຍ​ພາກສ່ວນ​ຂອງ​ພາກ​ພື້ນ Waziristan ​ແມ່ນ​ເຊື່ອ​ວ່າ​ຍັງ​ເປັນ​ສະຖານ​ທີ່​ຫຼົບ​ລີ້​ສຳ​ລັບພວກ​ຫົວ​ຮຸ​ນ​ແຮງ​ທີ່​ມີ​ການ​ເຊື່ອ​ມຕໍ່​ກັບ​ພວກ ຕາ​ລີ​ບານ ປາ​ກິ​ສຖານ ​ແລະ ນັກ​ໂທດ​ຫຼົບ​ໜີ ທີ່​ເປັນ​ຜູ້​ບັນຊາ​ການ​ຂອງ​ພວກຕໍ່ຕ້ານ​ລັດຖະບານ ຕາ​ລີ​ບານ ​ໃນ​ປ​ະ​ເທດ ອັ​ຟກາ​ນິສຖານ.

​ເຂດ​ດັ່ງກ່າວ​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ການ​ຕໍ່​ສູ້​ເຮື​ອບິນບໍ່​ມີ​ຄົນ​ຂັບ​ຂອງ ສະຫະລັດ ​ເກືອບໜຶ່ງ​
ທົດ​ສະ​ວັດຜ່ານ​ມາ ​ເພື່ອລົບ​ລ້າງຖານ​ທີ່​ໝັ້ນ​ຂອງ​ພວກ​ຫົວ​ຮຸນ​ແຮງ ຈາກ​ພື້ນທີ່​ເຂດ​ຊາຍ​ແດນ
ປາ​ກິ​ສຖານ ​ເພື່ອ​ກຳຈັ​ດ​ໄພ​ຂົ່ມຂູ່​ທີ່​ພວກ​ເຂົາ​ໄດ້​ສ້າງ​ຕໍ່​ພັນທະ​ມິດ ​ແລະ ທະຫານອັຟກາ​ນິສ​ຖານ​ ຂ້າມ​ເຂດ​ຊາຍ​ແດນ. ພວກຫົວ​ຮຸນ​ແຮງ​ທີ່​ມີ​ການ​ເຊື່ອມ​ຕໍ່​ກັບ​ພວກ al-Qaida ​ແລະ ​ເຄືອ​ຂ່າຍ Haqqani ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ອັ​ຟກາ​ນິສຖານ ​ໄດ້​ເສຍ​ຊີວິດ​ໃນການ​ໂ​ຈມຕີ​ດ້ວຍ​ລູກ​ສອນ​ໄຟ​ນີ້​ຫຼາຍ​ຮ້ອຍ​ຄົນ.

​ແຕ່​ວ່າ ປາ​ກິ​ສ​ຖານ ​ແມ່ນ​ໄດ້​ຄັດຄ້ານໂດຍ​ຕະຫຼອດ​ມາ ​ແລະ ​ໄດ້​ກ່າວ​ປະນາມ​ການ​ປະຕິບັດ​ການ​ຂອງເຮືອບິນ​ບໍ່​ມີ​ຄົນ​ຂັບພຽງ​ແຕ່​ຝ່າຍ​ດຽວ​ຂອງ CIA ວ່າ​ເປັນ​ການລະ​ເມີດ​ອຳນາດ​ອະທິປະ​ໄຕ​ ​ແລະ ການ​ເຕົ້າ​ໂຮມ​ເຂດແດ​ນຂອງ​ພວກ​ເຂົາ​ເຈົ້າ. ບັນດາ​ເຈົ້າ​ໜ້າ​ທີ່ໃນນະຄອນຫຼວງ Islamabad ກໍ​ຍັງ​ໄດ້​ຢືນຢັນ​ວ່າ ການ​ສູນ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອ​ນ​ໃນ​ການ​ໂຈມ​ຕີ​ພວກ​ນີ້​ແມ່ນ​ກຳລັງ​ທຳລາຍ​ການ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ເພື່ອ​ຕອບ​ໂຕ້​ລັດທິ​ກໍ່​ການ​ຮ້າຍ.

ກຸ່ມ​ສິດທິ​ມະນຸ​ດສາກົນ​ກໍ​ໄດ້ຄັດຄ້ານການໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ, ​ໂດຍ​ອ້າງ​ເຖິງ​ການ​ຕາຍ​ຂອງ​ພົນລະ​ເຮືອນ. ການ​ໂຈມ​ຕີ​ຄັ້ງ​ໜຶ່ງ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຂອງ ສະຫະລັດ ຕໍ່​ສະຖານ​ທີ່​ລີ້​ຊ່ອນ​ຂອງ​ພວກຫົວ​ຮຸນ​ແຮງ​ຕ້ອງ​ສົງໄສ ​ໃນ​ຕົ້ນ​ຂອງ​ປີ​ນີ້​ໃນ​ພາກ​ເໜືອ​ຂອງ Waziristan ​ໄດ້​ສັງຫານ​ຄົນ​ອື່ນໆ​ທີ່​ເປັນ ພະນັກງາ​ນຊ່ວຍ​ເຫຼື​ອອາວຸ​ໂສ​ ອາ​ເມຣິກາ ທ່ານ Warren Weinstein ​ແລະ ​ເພື່ອນ​ຮ່ວມ​ງານ​ຄົນ​ ອິຕາ​ລີ​ ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະກັນ​ໂດຍ​ພວກ al-Qaida. ການ​ຕາຍ
​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ເກີດ​ຄຳ​ຖາມ​ຂຶ້ນ​ມາ ກ່ຽວກັບ ຄວາມແມ່ນຍຳ​ ​ແລະ ການ​ເຮັດໃຫ້​ພົນລະ​ເຮືອ ​ເສຍ​ຊີວິດ ຈາກພາລະກິດ​ເຮື​ອບິນ​ບໍ່ມີ​ຄົນ​ຂັບ​ຂອງ​ ສະຫະລັດນີ້.

XS
SM
MD
LG