ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກຍິງ ປາກິສຖານ ທີ່ປິ່ນປົວ ຢູ່ອັງກິດ ອອກຈາກ ໂຮງໝໍແລ້ວ (ສະໄລດ໌)


ຮູບທີ່ນຳອອກເຜີຍແຜ່ໂດຍໂຮງໝໍພະຣາຊີນີເອລີຊາແບັທ ສະແດງໃຫ້ເຫັນວ່າ ນາງ Malala Yousafzai ພວມກ່າວອຳລາ ຂະນະທີ່ນາງອອກຈາກໂຮງໝໍ ເພື່ອສືບຕໍ່ການພັກຟື້ນ ຢູ່ທີ່ບ່ອນພັກຊົ່ວຄາວ ຂອງພໍ່ແມ່ນາງ ໃນເມືອງດັ່ງກ່າວ (4 ມັງກອນ 2013)
ຮູບທີ່ນຳອອກເຜີຍແຜ່ໂດຍໂຮງໝໍພະຣາຊີນີເອລີຊາແບັທ ສະແດງໃຫ້ເຫັນວ່າ ນາງ Malala Yousafzai ພວມກ່າວອຳລາ ຂະນະທີ່ນາງອອກຈາກໂຮງໝໍ ເພື່ອສືບຕໍ່ການພັກຟື້ນ ຢູ່ທີ່ບ່ອນພັກຊົ່ວຄາວ ຂອງພໍ່ແມ່ນາງ ໃນເມືອງດັ່ງກ່າວ (4 ມັງກອນ 2013)
ນັກຮຽນຍິງປາກິສຖານ ທີ່ຖືກຍິງໂດຍພວກຕາລີບານຍ້ອນການ
ປຸກລະດົມເພື່ອໃຫ້ພວກເດັກນ້ອຍແມ່ຍິງໄດ້ຮັບການສຶກສານັ້ນ
ໄດ້ອອກຈາກໂຮງໝໍ ທີ່ປະເທດອັງກິດ ບ່ອນທີ່ນາງ ໄດ້ຮັບການ
ປິ່ນປົວພະຍາບານນັ້ນ.

ໂຮງໝໍພະຣາຊີນີເອລີຊາແບັທທີ່ເມືອງ Birmingham ກ່າວວ່າ
ນາງ Malala Yousafzai ອາຍຸ 15 ປີໄດ້ຮັບອະນຸຍາດໃຫ້ອອກ
ຈາກໂຮງໝໍໄປແລ້ວ.

ພວກທ່ານໝໍເວົ້າວ່າ ນາງຈະສືບຕໍ່ພັກຟື້ນຢູ່ທີ່ບ່ອນພັກຊົ່ວຄາວ
ຂອງພໍ່ແມ່ນາງໃນອັງກິດ ກ່ອນທີ່ຈະໄດ້ຮັບການຜ່າດັດທີ່ສຳຄັນ ເພື່ອປົວແປງບ່ອນທີ່ຖືກຍິງ ພາຍໃນບໍ່ເທົ່າໃດອາທິດຂ້າງໜ້ານີ້.

ພວກມືປືນ ໄດ້ຍິງນາງ Malala ໃນເດືອນຕຸລາຜ່ານມາ ຂະນະທີ່ນາງພວມເມືອເຮືອນຫຼັງ ຈາກເລີກໂຮງຮຽນແລ້ວໃນເຂດຮ່ອມພູ Swat ທາງພາກຕາເວັນຕົກສຽງເໜືອຂອງປາກິສ ຖານ.

ນັກຮຽນຍິງຄົນນີ້ໄດ້ເປັນທີ່ຮູ້ກັນດີຂອງນາໆຊາດຍ້ອນນາງໄດ້ອອກມາກ່າວເປັນເປັນການ ເປີດເຜີຍ ສະໜັບສະໜຸນການສຶກສາ ຂອງພວກເດັກນ້ອຍແມ່ຍິງ ແລະຕໍ່ຕ້ານ ກຸ່ມຫົວຮຸນ ແຮງທີ່ເຂົ້າຢຶດເອົາບ້ານເກີດຂອງນາງ ເມື່ອ 3 ປີກ່ອນ. ນາງໄດ້ຖືກຍິງທີ່ຫົວ ແລະກ້ານຄໍ.

ກ່ຽວຂ້ອງກັນ

XS
SM
MD
LG