ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ສະລະຊີບ ຢູ່ປາກິດສະຖານ


ເຈົ້າໜ້າທີ່ປາກິດສະຖານ ກ່າວວ່າ ໄດ້ມີການໂຈມຕີ ດ້ວຍລະເບີດສະລະຊີບ 2 ຄັ້ງ ຕໍ່ພວກອົບພະຍົບ ໃນວັນເສົາມື້ນີ້ ຢູ່ໃນພາກຕາເວັນຕົກສຽງເໜືອ ຂອງປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບ ອີກຈຳນວນນຶ່ງ. ຕຳຫລວດເວົ້າວ່າ ການໂຈມຕີ ໄດ້ມີຂຶ້ນທີ່ສູນ ຜູ້ປະສົບໄພສົງຄາມ KACHA PUKKA ຂະນະທີ່ ພວກຢູ່ໃນສູນ ພວມເຂົ້າແຖວ ລໍຖ້າຮັບການຊ່ອຍເຫລືອ. ອົງການຂ່າວຣອຍເຕີ້ ລາຍງານວ່າ ມີປະມານ 300 ຄົນ ພວມລໍຖ້າຮັບ ການຊ່ອຍເຫລືອ. ເຈົ້າໜ້າທີ່ກ່າວວ່າ ການໂຈມຕີ ດ້ວຍລະເບີດ ສະລະຊີບທັງ 2 ໄດ້ເກີດຂຶ້ນຫ່າງກັນ ພຽງບໍ່ເທົ່າໃດນາທີ. ພາກຕາເວັນຕົກສຽງເໜືອ ຂອງປາກິດສະຖານ ໄດ້ເກີດບັນຫາ ຜູ້ປະສົບໄພສົງຄາມ ອັນເປັນຜົນເນື່ອງມາຈາກ ການກໍ່ຄວາມຮຸນແຮງ ຂອງພວກທາລີບານ ແລະການບຸກໂຈມຕີກວດລ້າງ ກຸ່ມກຳລັງປະກອບອາວຸດ ມຸດສະລິມຫົວຮຸນແຮງ ໃນເຂດພາກຕາເວັນຕົກສຽງເໜືອ ຂອງກອງທັບ ປາກິດສະຖານ.

XS
SM
MD
LG