ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

22 ຄົນເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ໃນປາກິສຖານ


ບ່ອນວາງລະເບີດສະລະຊີບໃນເມືອງ Quetta, ປາກິສຖານ.
ວັນທີ 7 ກັນຍາ, 2011.
ບ່ອນວາງລະເບີດສະລະຊີບໃນເມືອງ Quetta, ປາກິສຖານ. ວັນທີ 7 ກັນຍາ, 2011.

ກຸ່ມ​ຕາ​ລີບັນ​ປາ​ກິສຖານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ສະລະ​ຊີບ 2 ບັ້ນ​ທີ່​ແນ​ເປົ້າ​ໝາຍ​ໃສ່​ເຈົ້າໜ້າທີ່ຮັກສາ​ຄວາມ​ປອດ​ໄພ​ອະວຸໂສຂອງປາ​ກີ​ສຖານ ​ໃນ​ວັນ​ພຸດມື້​ນີ້ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ໜ້ອຍ 22 ຄົນ ຮວມທັງ​ພັນ​ລະ​ຍາ​ຂອງ​ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ນໍາ.

ຕໍາຫລວດ​ກ່າວ​ວ່າ ຜູ້​ໂຈມ​ຕີ​ຄົນ​ທໍາ​ອິດ​ໄດ້​ບີບ​ກະນວນ​ລະ​ເບີດ​ໃນລົດ​ຂອງ​ຜູ້ກ່ຽວ​ໃຫ້ແຕກ
ຂຶ້ນຢູ່​ນອກ​ບ້ານ​ພັກ​ຂອງ​ຮອງ​ຫົວໜ້າ​ໜ່ວຍ​ຮັກສາ​ຊາຍ​ແດນປາ​ກິສຖານ​ໃນ​ເມືອງ Quetta
ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະເທດ. ຫລັງ​ຈາກ​ລະ​ເບີດ​ໄດ້ແຕກຂຶ້ນຢູ່​ທີ່​ນັ້ນ​ແລ້ວ ຜູ້​
ວາງ​ລະ​ເບີດ​ສະລະ​ຊີບ​ຄົນທີ​ສອງ​ທີ່​ຍ່າງ​ມາ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ພັກ​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ນີ້
ແລະ​ກໍບີບກະນວນ​ລະ​ເບີດຂອງລາວໃຫ້ແຕກຂຶ້ນ.

ເຮືອນ​ຂອງເຈົ້າໜ້າທີ່ຄົນ​ນີ້ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແລະເຫດລະ​
ເບີດທັງສອງໄດ້ເຮັດ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 60 ຄົນ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພດັ່ງກ່າວ​ຂອງ​ປາ​ກິສຖານ​ໄດ້​ທໍາ​ການ​ເຄື່ອນ​ໄຫວຢ່າງ​ແຂງ​ຂັນ​ໃນ​
ການ​ສູ້​ລົບ​ກັບ​ກຸ່ມ​ຕາ​ລີ​ບັນ​ໃນ​ທົ່ວ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ຮວມທັງ​ພວກ
ເຂດ​ຊົນ​ເຜົ່າ​ຕ່າງໆ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນີສຖານ​ນັ້ນ​ນໍາ.

ໃນ​ຕົ້ນ​ສັບປະດາ​ນີ້ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ເຂົ້າ​ປະກອບສ່ວນໃນ​ການ​ປະຕິບັດ​ງານ​
ຮ່ວມ​ກັບ​ອົງການ​ສອດ​ແນມ​ຂອງ​ສະຫະລັດ​ແລະ​ປາ​ກິສຖານ​ໃນ​ເມືອງ Quetta ​ເພື່ອ​ຈັບ​ກຸມ
ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ສາຍ​ລັບ​ຂັ້ນ​ອາວຸ​ໂສ​ຂອງ​ກຸມ al-Qaida ນັ້ນ.

XS
SM
MD
LG