ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

16 ຄົນ ເສຍຊີວິດ ໃນເຫດວາງລະເບີດ ຢູ່ປາກີສຖານ


ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານ ແລະໜ່ວຍກູ້ໄພ ຂະນະປະຕິບັດງານ ຢູ່ບ່ອນເກີດເຫດວາງລະເບີດລົດ ນອກເມືອງ
Peshawar, ວັນທີ 30 ມິຖຸນາ 2013.
ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານ ແລະໜ່ວຍກູ້ໄພ ຂະນະປະຕິບັດງານ ຢູ່ບ່ອນເກີດເຫດວາງລະເບີດລົດ ນອກເມືອງ Peshawar, ວັນທີ 30 ມິຖຸນາ 2013.
​ເຈົ້າໜ້າ​ທີ່​ໃນ​ປາ​ກິສຖານ​ເວົ້າ​ວ່າ ລະ​ເບີດລົດ​ທີ່​ແຕກ​ຂຶ້ນຢູ່​ໃກ້
​ຂະ​ບວນ ລົດ​ຮັກສາ​ຄວາມ​ປອດ​ໄພ​ຈຸ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ
16 ຄົນ ​ແລະ​ເຮັດ​ໃຫ້​ບາດເ​ຈັບ​ອີກຫຼາຍສິບຄົນ.

ການ​ໂຈມ​ຕີໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນເກີດຂຶ້ນທີ່​ເມືອງ Peshawar
ພາກ​ຕາເວັນ​ຕົກ​ສຽ​ງ​ເໜືອ​ຂອງ​ປະ​ເທດ. ​ແຮງ​ລະ​ເ​ບີ​ດ​ໄດ້​ທໍາ
ລາຍ​ຮ້ານ​ຄ້າຫຼາຍ​ແຫ່ງ ​ແລະ​ລົດ​ລາຫຼາຍຄັນ ​ໃນ​ເຂດ​ເກີດ​ເຫດ.

ອົງການ​ຂ່າວເອພີລາ​ຍງານ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ

ໃນ​ເວລາ​ທີ່​ອອກ​ອາກາດ​ນີ້ ​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ຕໍ່​ເຫດການວາງ
ລະ​ເບີດ​ຄັ້ງ​ນີ້​ເທື່ອ.

ການ​ໂຈມ​ຕີ​ແມ່ນ​ເກີດ​ຂຶ້ນ ໃນ​ຂະນະ​ທີ່​ທ່ານ David Cameron ນາຍົກລັດຖະມົນຕີ​ອັງກິດ​ຢ້ຽມຢາມ​ເມືອງຫຼວງອິສລາມາ​ບັດ ຂອງ​ປາ​ກິ​ສຖານ ບ່ອນ​ທີ່ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ Nawaz Sharif ຄູ່​ຕໍາ​ແໜ່​ງຝ່າຍ​ປາ​ກິສຖານ ຂອງ​ທ່ານ​.
XS
SM
MD
LG