ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຜູ້ເສຍຊີວິດເພີ້ມຂຶ້ນ ຈາກເຫດລະເບີດ ຢູ່ປາກິສຖານ


ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ໂຕເລກພວກເສຍຊີວິດ ຈາກການໂຈມຕີ ດ້ວຍລະເບີດ ສະລະຊີບ 2 ຄັ້ງ ໃນມື້ວັນສຸກວານນີ້ ຢູ່ໃນເຂດຊົນເຜົ່າ ທາງພາກຕາເວັນຕົກ ສຽງເໜືອ ຂອງປະເທດ ຕິດກັບຊາຍແດນ ອັຟການິສຖານນັ້ນ ໄດ້ເພີ້ມຂຶ້ນ ເປັນ 102 ຄົນແລ້ວ ຂະນະທີ່ ມີການພົບເຫັນ ຊາກສົບຜູ້ເສຍຊີວິດ ຕື່ມຂຶ້ນ ຕາມຊາກຫັກພັງ.

ຕຳຫຼວດເວົ້າວ່າ ຜູ້ໂຈມຕີ ດ້ວຍລະເບີດ ສະລະຊີບ 2 ຄົນ ຄືຄົນນຶ່ງຂີ່ລົດຈັກ ແລະອີກຄົນນຶ່ງ ຂັບລົດໃຫຍ່ ແລ່ນເຂົ້າໂຈມຕີ ຂະນະທີ່ ເຈົ້າໜ້າທີ່ ລັດຖະບານ ທ່ານ RASOOL KHAN ພວມພົບປະ ກັບຄະນະກຳມະການ ສັນຕິພາບ ທີ່ບ້ານ YAKAGHUND ໃນເຂດຊົນເຜົ່າ MOHMAND.

ກຸ່ມທາລີບານ ໃນປາກິສຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ຊຶ່ງເຮັດໃຫ້ ມີຜູ້ໄດ້ຮັບບາດເຈັບ ຫຼາຍກວ່າ 100 ຄົນນັ້ນ.

ເຫດລະເບີດ ເກີດຂຶ້ນ ຂະນະທີ່ ເຈົ້າໜ້າທີ່ ໃນບໍລິເວນໃກ້ຄຽງ ພວມແຈກຢາຍ ລໍ້ຍູ້ຄົນພິການ ແລະການຊ່ອຍເຫຼືອອື່ນໆ ໃຫ້ແກ່ປະຊາຊົນ ທີ່ທຸກຍາກ. ເຈົ້າໜ້າທີ່ເວົ້າວ່າ ແມ່ຍິງ ແລະເດັກນ້ອຍ ແມ່ນຮວມຢູ່ໃນ ຈຳນວນພວກເຄາະຮ້າຍ.

ມີຫ້າງຮ້ານ ປະມານ 70 ບ່ອນ ຖືກທຳລາຍ. ເຈົ້າໜ້າທີ່ກູ້ໄພ ພວມຊອກຄົ້ນຫາ ພວກເຄາະຮ້າຍຕື່ມອີກ ຢູ່ຕາມຊາກ ຂອງຕຶກອາຄານ ທີ່ພັງລົງມາ.

XS
SM
MD
LG