ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກບວດມຸສລິມຖືກຈັບ ໃນຄະດີພົວພັນກັບ ການໝິ່ນປະໝາດ ສາສະໜາອິສລາມ (ວີດີໂອ)


ເດັກນ້ອຍທີ່ຖືສາສະໜາຄຣິສຕຽນ ຫລິ້ນຢູ່ກ້ອງປ້າຍທີ່ກ່າວປະນາມ ການຈັບກຸມນາງນ້ອຍທີ່ຖືກກ່າວຫາວ່າໝິ່ນປະໝາດສາສະໜາອິສລາມນັ້ນ ຢູ່ໃນກຸງອິສລາມາລັດ ໃນປາກິສຖານ ໃນວັນທີ 21 ສິງຫາຜ່ານມານີ້
ເດັກນ້ອຍທີ່ຖືສາສະໜາຄຣິສຕຽນ ຫລິ້ນຢູ່ກ້ອງປ້າຍທີ່ກ່າວປະນາມ ການຈັບກຸມນາງນ້ອຍທີ່ຖືກກ່າວຫາວ່າໝິ່ນປະໝາດສາສະໜາອິສລາມນັ້ນ ຢູ່ໃນກຸງອິສລາມາລັດ ໃນປາກິສຖານ ໃນວັນທີ 21 ສິງຫາຜ່ານມານີ້
ຕໍາຫລວດປາກີສຖານໄດ້ຈັບກຸມນັກບວດມຸສລິມຄົນນຶ່ງ ໃນ
ຖານເປັນຜູ້ຕ້ອງສົງໄສວ່າ ໄດ້ສ້າງຫລັກຖານ ເພື່ອໃສ່ຄວາມ
ເດັກຍິງຊາວຄຣິສຕຽນຄົນນຶ່ງ ທີ່ຖືກກ່າວຫາວ່າ ໝິ່ນປະໝາດ
ສາສະໜາອິສລາມ ນັ້ນ.

ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງເວົ້າວ່າ ນັກບວດຄົນນັ້ນ ຖືກຈັບ
ໃນວັນເສົາວານນີ້ ຍ້ອນມີ ການກ່າວຫາວ່າ ທ່ານໄດ້ເອົາພະ
ຄໍາພີ Quran ຫລາຍໆໜ້າ ໄປໃສ່ໃນຖົງໄປຕະຫລາດ ຂອງ
ເດັກຍິງຄົນນັ້ນ.
ຕໍາຫລວດພາໂຕນັກບວດ Khalid Jadoon ທີ່ຖືກມັດຕາ ໄປຍັງສານແຫ່ງນຶ່ງ ໃນກຸງອິສລາມາບັດ, ວັນທີ 2 ກັນຍາ 2012.
ຕໍາຫລວດພາໂຕນັກບວດ Khalid Jadoon ທີ່ຖືກມັດຕາ ໄປຍັງສານແຫ່ງນຶ່ງ ໃນກຸງອິສລາມາບັດ, ວັນທີ 2 ກັນຍາ 2012.


ຕໍາຫລວດໄດ້ຈັບນາງໄປ ເມື່ອສອງອາທິດກວ່າໆຜ່ານມາ ລຸນ
ຫລັງທີ່ພວກບ້ານໃກ້ ເຮືອນຄຽງໄດ້ມາຫ້ອມລ້ອມເຮືອນຂອງ
ນາງ ຢູ່ກຸງອິສລາມາບັດ ໂດຍກ່າວຫານາງວ່າ ໄດ້ຈູດເຈ້ຍທີ່
ຈາລຶກຄໍາສອນ ທີ່ເອົາມາຈາກພະຄໍາພີ Quran ນັ້ນຖິ້ມ. ການ
ພິຈາລະນາ ຄໍາຮ້ອງຂໍປະກັນຕົວນາງອອກມາ ກໍນົດຈະໄດ້ຈັດ
ຂຶ້ນໃນວັນຈັນ ມື້ອື່ນນີ້.

ພາຍໃຕ້ກົດໝາຍວ່າດ້ວຍການໝິ່ນປະໝາດສາສະໜາອິສ
ລາມນັ້ນ ຜູ້ໃດກໍຕາມທີ່ເວົ້າຄໍາບໍ່ດີ ໃຫ້ແກ່ສາສະໜາອິສລາມ
ແລະພະເຈົ້າ Mohammad ຈະຖືວ່າ ກະທໍາຄວາມຜິດທາງ
ອາຍາ ແລະຈະຖືກລົງໂທດປະຫານຊີວິດ.

ມີລາຍງານບໍ່ກົງກັນຫລາຍອັນກ່ຽວກັບອາຍຸຂອງນາງ ຊຶ່ງບາງ
ຂ່າວເວົ້າວ່າ ນາງມີອາຍຸພຽງ 11 ປີ ໃນຂະນະທີ່ແຫລ່ງອື່ນອ້າງຄໍາເວົ້າຂອງຕໍາຫລວດ ທີ່ບອກວ່າ ນາງມີອາຍຸ 16 ປີ. ມີລາຍງານເຊັ່ນກັນວ່າ ນາງພິການດ້ານສະໝອງ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດເວົ້າວ່າ ກົດໝາຍວ່າດ້ວຍການໝິ່ນປະໝາດທາງ ສາສະໜາຂອງປາກິສຖານ ບາງຄັ້ງກໍຖືກໃຊ້ເພື່ອຮາວີພວກນັບຖືສາສະໜານ້ອຍ.
XS
SM
MD
LG