ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ກ່າວຫາ ອິນເດຍ ວ່າລະດົມຍິງ ຂ້າມເຂດຊາຍແດນ


ທະຫານ ປາກິສຖານ ເຕົ້າໂຮມກັນທີ່ບໍລິເວນຕໍ່ສູ້ກັນ ຢູ່ເສັ້ນ
ທາງການຄວາມຄຸມຂອງທະຫານທີ່ໄດ້ແບ່ງແຍກແຄວ້ນ Kashmir ລະຫວ່າງ ປາກິສຖານ ກັບ ອິນເດຍ, ໃນເມືອງ Tatta Pani, ປາກິສຖານ, 1 ຕຸລາ, 2016.
ທະຫານ ປາກິສຖານ ເຕົ້າໂຮມກັນທີ່ບໍລິເວນຕໍ່ສູ້ກັນ ຢູ່ເສັ້ນ ທາງການຄວາມຄຸມຂອງທະຫານທີ່ໄດ້ແບ່ງແຍກແຄວ້ນ Kashmir ລະຫວ່າງ ປາກິສຖານ ກັບ ອິນເດຍ, ໃນເມືອງ Tatta Pani, ປາກິສຖານ, 1 ຕຸລາ, 2016.

ປາກິສຖານ ເວົ້າວ່າ ໃນຂ້າມຄືນທີ່ຜ່ານມາ ການລະດົມຍິງ “ແບບບໍ່ມີເຫດຜົນ” ໂດຍ ອິນ ເດຍ ຂ້າມເຂດຊາຍແດນແຄວ້ນ Kashmir ທີ່ມີຄວາມຂັດແຍ້ງກັນນັ້ນ ໄດ້ເຮັດໃຫ້ທະ ຫານ ປາກິສຖານ 7 ຄົນເສຍຊີວິດ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນພາກສ່ວນຂອງເມືອງ Bhimber ທີ່ຕັ້ງຢູ່ຕາມ “ເສັ້ນທາງ ການຄວບຄຸມທາງທະຫານ”, ເຊິ່ງໄດ້ແບ່ງແຍກ ປາກິສຖານ ແລະ ພາກສ່ວນໃນ ອິນ ເດຍ ຂອງພາກ ພື້ນທີ່ຖືກແຍກໂດຍພູ ຮິມາໄລ, ອີງຕາມຖະແຫຼງການທີ່ໄດ້ປະກາດໃນວັນ ຈັນມື້ນີ້.

ພວກເຂົາເຈົ້າໄດ້ກ່າວໂດຍບໍ່ໃຫ້ລາຍລະອຽດເພີ່ມເຕີມວ່າ ກອງກຳລັງ ປາກິສຖານ ໄດ້ແກ້ ແຄ້ນ ແລະ ໄດ້ແນເປົ້າໝາຍໃສ່ທີ່ໝັ້ນຂອງ ອິນເດຍ “ຢ່າງມີປະສິດທິຜົນ.”

ໂຄສົກກະຊວງການຕ່າງປະເທດ ທ່ານ Nafees Zakaria ກ່າວວ່າ “ພວກເຮົາກ່າວປະ ນາມຢ່າງແຮງ ຕໍ່ການສືບຕໍ່ລະເມີດຂໍ້ຕົກລົງຢຸດຍິງແບບບໍ່ມີເຫດຜົນໂດຍ ອິນເດຍ ໃນ ພາກສ່ວນຂອງເມືອງ Bhimber, ທີ່ສົ່ງຜົນໃຫ້ມີການເສຍຊີວິດຂອງທະຫານ ປາກິສ ຖານ 7 ຄົນ.”

ລັດຖະບານ ນິວ ເດລີ ຍັງບໍ່ໄດ້ຕອບໂຕ້ການກ່າວຫານີ້ເທື່ອ.

ທະຫານ ປາກິສຖານ ຄົນໜຶ່ງຊີ້ມືໄປຫາຕຳແໜ່ງການຕໍ່ສູ້ຂອງ ອິນເດຍ ໃຫ້ພວກນັກຂ່າວຮູ້ ທີ່ຖານທັບ Bagsar ຢູ່ເສັ້ນການຄວບຄຸມທາງທະຫານ ທີ່ໄດ້ແບ່ງແຍກແຄວ້ນ Kashmir ລະຫວ່າງ ປາກິສຖານ ແລະ ອິນເດຍ, 1 ຕຸລາ, 2016.
ທະຫານ ປາກິສຖານ ຄົນໜຶ່ງຊີ້ມືໄປຫາຕຳແໜ່ງການຕໍ່ສູ້ຂອງ ອິນເດຍ ໃຫ້ພວກນັກຂ່າວຮູ້ ທີ່ຖານທັບ Bagsar ຢູ່ເສັ້ນການຄວບຄຸມທາງທະຫານ ທີ່ໄດ້ແບ່ງແຍກແຄວ້ນ Kashmir ລະຫວ່າງ ປາກິສຖານ ແລະ ອິນເດຍ, 1 ຕຸລາ, 2016.

ອິນເດຍ ແລະ ປາກິສຖານ ໄດ້ຖືກປິດລ້ອມໃນຄວາມເຄັ່ງຕຶງ ແລະ ການປະທະກັນທາງ ທະຫານແບບບໍ່ຕໍ່ເນື່ອງ ໃນແຄວ້ນ Kashmir ເປັນເວລາຫຼາຍສັບປະດາ. ແຕ່ການເສຍ ຊີິວິດໃນວັນຈັນມື້ນີ້ ແມ່ນຈຳນວນທະຫານທີ່ເສຍຊີວິດສູງສຸດ ທີ່ແຕ່ລະຝ່າຍໄດ້ປະສົບມາ ຈົນເຖິງປະຈຸບັນນີ້.

ການປະທະກັນເລັກນ້ອຍຍັງໄດ້ເປັນສາເຫດຂອງການເສຍຊີວິດ ແລະ ບາດເຈັບຂອງພົນ ລະເຮືອນທັງສອງຝ່າຍ, ຈົນບັງຄັບໃຫ້ຊາວບ້ານຫຼາຍພັນຄົນທີ່ອາໄສຢູ່ໃກ້ກັບເສັ້ນການ ຄວບຄຸມທາງທະຫານນັ້ນ ຕ້ອງໄດ້ຫຼົບໜີອອກໄປຢູ່ບ່ອນທີ່ປອດໄພ.

ການຕໍ່ສູ້ໄດ້ທຳລາຍສັນຍາຢຸດຍິງສອງຝ່າຍປີ 2003 ໃນແຄວ້ນ Kashmir, ກໍ່ໃຫ້ມີຄວາມ ຢ້ານກົວ ກ່ຽວກັບ ຄວາມເຄັ່ງຕຶງໃນປະຈຸບັນ ອາດຂະຫຍາຍເປັນສົງຄາມອີກຄັ້ງໜຶ່ງ ລະ ຫວ່າງ ອິນເດຍ ກັບ ປາກິສຖານ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG