ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກີສຖານຍັງຊອກຫາ 135 ຄົນ ທີ່ຖືກຫິມະຖະຫລົ່ມ


ໜ່ວຍກູ້ໄພກໍາລັງຄົ້ນຫາຊາກສົບຜູ້ເສຍຊີວິດ ໃນເຫດການຫິມະຖະລົ່ມໃນ ປາກີສຖານ
ໜ່ວຍກູ້ໄພກໍາລັງຄົ້ນຫາຊາກສົບຜູ້ເສຍຊີວິດ ໃນເຫດການຫິມະຖະລົ່ມໃນ ປາກີສຖານ

ໃນ​ວັນ​ອາທິດມື້​ນີ້ ປາ​ກີ​ສຖານ​ຍັງ​ສືບ​ຕໍ່ຊອກ​ຄົ້ນ​ຫາ​ພວກ​ທະຫານ​ແລະ​ພົນລະ​ເຮືອນ 135
ຄົນ ທີ່​ຖືກ​ທັບ​ຖົມຢູ່​ໃຕ້ກອງ​ຫິມະ​ທີ່​ສູງ 20 ແມດ ​ຫລັງ​ຈາກ​ເກີດເຫດ​ຫິມະ​ຖະຫລົ່ມລົງ​ມາ
ປະ​ທະ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ເຂດ​ພູເຂົາ​ແຄ​ສ​ເມຍ ​ໃກ້​ຊາຍ​ແດນ​ຕິດ​ກັບ​ອິນ​ເດຍ.

ບັນດາ​ເຈົ້າໜ້າ​ທີ່​ທະຫານ​ກ່າວ​ວ່າ ​ມາ​ຮອດ​ປັດຈຸບັນ​ນີ້​ແມ່ນ​ຍັງ​ບໍ່​ສາມາດ​ຄົ້ນ​ພົບ​ຊາກ​ສົບຜູ້
ເສຍ​ຊີວິດ​ມາ​ໄດ້​ຈັກ​ຄົນ​ເທື່ອ ​ເຖິງ​ແມ່ນ​ເວລາ​ໄດ້​ຜ່ານ​ມາ​ດົນ ​ກວ່າ 24 ຊົ່ວ​ໂມງ​ແລ້ວ ຫລັງ​
ຈາກ​ເກີດ​ໄພພິບັດ​ດັ່ງກ່າວ ຢູ່​ໃນ​ເຂດແຜ່ນ​ນໍ້າກ້ອນ Siachen Glacier ນັ້ນ.

ກອງທັບ​ປາ​ກີ​ສຖານ​ໄດ້​ທໍາ​ການ​ຊອກຄົ້ນ​ຫາ​ຢ່າງ​ໃຫຍ່ ຢູ່​ເຂດ​ພູ​ສອກ​ຫລີກ​ທີ່​ສູງ 6000
ແມດ​ ​ໂດຍ​ນໍາ​ໃຊ້ຍົນ​ເຮ​ລິ​ຄອບ​ເຕີ ໝາສືບ​ກິ່ນ ທະຫານ ໝໍ ​ແລະ​ພົນ​ພະຍາບານ.

ກອງທັບ​ປາກີ​ສຖານ​ກ່າວເມື່ອ​ວັນເສົາ​ວານນີ້​ວ່າມີທະຫານ 124 ຄົນຈາກກອງພັນ​ທະຫານ
ລາບ​ເບົາພາກ​ເໜືອ​ ທີ 6 ທີ່ຖືກ​ທັບ​ຖົມຢູ່​ໃຕ້ຫິມະ​ ພ້ອມ​ກັບ​ພົນລະ​ເຮືອນ 11 ຄົນ.

XS
SM
MD
LG