ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນໃນປາກິສຖານ ສັງຫານ ນັກປີນພູ ຊາວຕ່າງປະເທດ 9 ຄົນ (ວີດິໂອ)


ລົດໂຮງໝໍນໍາເອົາສົບ ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ຖືກສັງຫານໂດຍມືປືນທີ່ບໍ່ຮູ້ຊື່ ຢູ່ຕີນພູ Nanga Parbat ລຸນຫລັງທີ່ສົບດັ່ງກ່າວໄດ້ຖືກນໍາໄປຄ້າຍທະຫານໃນເມືອງ Rawalpindi ໃນວັນທີ 23 ມິຖຸນາ 2013.
ລົດໂຮງໝໍນໍາເອົາສົບ ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ຖືກສັງຫານໂດຍມືປືນທີ່ບໍ່ຮູ້ຊື່ ຢູ່ຕີນພູ Nanga Parbat ລຸນຫລັງທີ່ສົບດັ່ງກ່າວໄດ້ຖືກນໍາໄປຄ້າຍທະຫານໃນເມືອງ Rawalpindi ໃນວັນທີ 23 ມິຖຸນາ 2013.
ມືປືນຫລາຍຄົນໃນພາກເໜືອປາກິສຖານ ໄດ້ສັງຫານນັກ
ທ່ອງທ່ຽວຕ່າງປະ​ເທດ 9 ຄົນ ແລະຄົນນໍາທ່ຽວຊາວປາກິສ
ຖານຄົນ​ນຶ່ງຂອງພວກເຂົາເຈົ້າ ຢູ່ທີ່ຄ້າຍພັກ​ເຊົາທີ່ຕັ້ງຢູ່ຕີນ
ພູໜ່ວຍນຶ່ງ ​ໃນ​ຈໍານວນ​ພູທີ່ສູງທີ່ສຸດຂອງໂລກ.

ທ່ານ Chaudhry Nisar Ali Khan ລັດຖະມົນຕີກະຊວງ
ພາຍໃນເວົ້າວ່າ ພວກນັກທ່ອງທ່ຽວ ທີ່ຖືກສັງຫານໃນການ
ໂຈມຕີໃນເຊົ້າວັນອາທິດມື້ນີ້ ລວມມີ ຊາວຢູເຄຣນ 6 ຄົນ
ແລະຊາວຈີນ 3 ຄົນ. ກ່ອນ​ໜ້ານັ້ນ ເຈົ້າໜ້າທີ່ກ່າວວ່າ ມີ
ຊາວຣັດເຊຍຜູ້ນຶ່ງ ລວມຢູ່ໃນຈໍານວນຜູ້ຖືກ​ສັງ​ຫານ​ໃນ
ການໂຈມຕີຄັ້ງນີ້.

ທ່ານລັດຖະມົນຕີກ່າວເພີ້ມອີກວ່າ ຄົນປີນພູຊາວຈີນຜູ້ນຶ່ງ ສາມາດໜີລອດມາໄດ້ ແລະ
ໄດ້ຮັບການຊ່ວຍຊີວິດ ​ໂດຍຍົນເຮລິຄອບເຕີຂອງທະຫານ ​ແລະຜູ້ນໍາທ່ຽວຊາວປາກິສ
ຖານຄົນທີສອງ ກໍລອດຊີວິດມາໄດ້ເຊັ່ນກັນ.

ເຈົ້າໜ້າທີ່ເວົ້າວ່າ ພວກມືປືນໄດ້ໂຈມຕີກຸ່ມນັກປີນພູຢູ່ຄ້າຍຕີນພູ Nanga Parbat ຊຶ່ງ
ປົກກະຕິແລ້ວເປັນເຂດທີ່ມີຄວາມສະຫງົບຂອງພູເຂົາຫິມະໄລ.

ພວກທາລິບານປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ ໃຫ້
ແກ່ກຸ່ມ Jundul Hafsa ຂອງຕົນ. ກຸ່ມດັ່ງກ່າວເວົ້າວ່າ ການສັງຫານຄົນ​ເຫລົ່າ​ນັ້ນ ແມ່ນ
ເພື່ອເປັນການແກ້ແຄ້ນຄືນຕໍ່ການເສຍຊີວິດຂອງຮອງ ຜູ້ນໍາຂອງກຸ່ມທາລິບານ ໃນການ
ໂຈມຕີ​ໂດຍຍົນບໍ່ມີຄົນຂັບຂອງສະຫະລັດ ໃນເດືອນພຶດສະພາທີ່ຜ່ານມາ. ເຈົ້າໜ້າທີ່ປາ
ກິສຖານໄດ້ສົ່ງຕໍາຫລວດ ແລະຍົນເຮລິຄອບເຕີໄປຍັງສະຖານທີ່ເກີດເຫດ ເພື່ອເກັບເອົາ
ສົບ ແລະຊອກຫາຫາຕົວຜູ້ຮ້າຍ. ເຂົາເຈົ້າໄດ້ປິດຈຸດເຂົ້າ-ອອກ ຈາກຂົງເຂດດັ່ງກ່າວທັງ
ໝົດ ແລະສອບປາກຄໍາຜູ້ນໍາທ່ຽວຊາວປາກິສຖານຄົນທີສອງ ທີ່ລອດຊີວິດມາໄດ້ນັ້ນ.

ການສັງຫານຊີວິດດັ່ງກ່າວ ມີທ່າທີວ່າຈະເຮັດໃຫ້ອຸດສາຫະກໍາທ່ອງ​ທ່ຽວ ທີ່ຊຸດໂຊມຢູ່
ແລ້ວ ໃນປາກິສຖານນັ້ນ ຊຸດ​ໂຊມ​ລົງ​ໄປອີກ.

Pakistan Attack
please wait
Embed

No media source currently available

0:00 0:00:34 0:00


XS
SM
MD
LG