ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານປາກິສຖານ ສັງຫານ ຜູ້ກໍ່ການຮ້າຍ ທີ່ຕ້ອງການໂຕ ໃນ ສຫລ


PAKISTAN AL QAIDA VO
please wait
Embed

No media source currently available

0:00 0:00:32 0:00

ເຈົ້າໜ້າທີ່ ທະຫານປາກິສຖານ ກ່າວວ່າ ກຳລັງຂອງຝ່າຍລັດ
ຖະບານໄດ້ສັງຫານຜູ້ນຳທີ່ສຳຄັນຄົນນຶ່ງຂອງກຸ່ມກໍ່ການຮ້າຍ
ອາລກາອີດາທີ່ທາງການສະຫະລັດຕ້ອງການໂຕໃນການວາງ
ແຜນໂຈມຕີລະບົບລົດໄຟໃຕ້ດິນ ຢູ່ທີ່ນະຄອນນິວຢອກ ໃນປີ
2009.

ໃນຖະແຫລງການ ທີ່ນຳອອກເຜີຍແຜ່ສະບັບນຶ່ງ ກອງທັບປາ
ກິສຖານກ່າວວ່າທ້າວ Adnan Shukrijumah ໄດ້ຖືກຂ້າຕາຍ ໃນການໂຈມຕີເຊົ້າວັນເສົາມື້ນີ້ ທີ່ເມືອງ Shinwarsak ໃນເຂດ
Waziristan ໃຕ້. ຜູ້ສົມຮູ້ຮ່ວມຄິດກັບລາວອີກ 2 ຄົນກໍໄດ້ຖືກ
ຂ້າຕາຍເຊັ່ນດຽວກັນ.

ອົງການສັນຕິບານກາງ FBI ຂອງສະຫະລັດ ໄດ້ຈັດເອົາຄົນຊາອຸດີ ອາຣາເບຍຜູ້ນີ້ ເຂົ້າ ໄວ້ໃນບັນຊີຜູ້ກໍ່ການຮ້າຍທີ່ທາງການຕ້ອງການໂຕຫຼາຍທີ່ສຸດແລະໄດ້ສະເໜີໃຫ້ເງິນລາງ ວັນຄ່າຫົວ 5 ລ້ານໂດລາ ສຳລັບການຈັບໂຕຜູ້ກ່ຽວ.

ຄະນະໄອຍະການຂອງສະຫະລັດໄດ້ກ່າວຫາວ່າ ທ້າວ Shukrijumah ວາງແຜນທີ່ຈະໃຊ້ ອາວຸດມີອະນຸພາບຮ້າຍແຮງ ເພື່ອລະເບີດລະບົບລົດໄຟໃຕ້ດິນ ໃນນະຄອນນິວຢອກ.

Military officials in Pakistan say government forces have killed a top al-Qaida leader wanted in the United States for a 2009 plot to attack the New York subway system.

In a statement, the military said Adnan Shukrijumah was killed in an early morning raid Saturday in Shinwarsak, South Waziristan.Two of his accomplices were also killed.

The U.S. Federal Bureau of Investigation has had the Saudi on their "most wanted terrorists" list and was offering up to $5 million for his capture.

U.S. prosecutors allege that Shukrijumah planned to use weapons of mass destruction to blow up the New York subway system.

XS
SM
MD
LG