ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

4 ຄົນເສຍຊີວິດ ໃນການໂຈມຕີ ສະໜາມບິນສາກົນ ໃນປາກິສຖານ (ສະໄລດ໌)


ຕໍາຫລວດຜູ້ນຶ່ງຢືນຍາມ ຢູ່ໃກ້ບ່ອນທີ່ຈະຫລວດຍິງໃສ່ ຢູ່ສະໜາມບິນສາກົນຂອງເມືອງ Peshawar ໃນວັນທີ 15 ທັນວາ 2012 ຊຶ່ງໄດ້ເຮັດໃຫ້ 4 ຄົນເສຍຊີວິດ ໃນໄລຍະທີ່ ພວກທໍາການໂຈມຕີສະລະຊີບສູ້ລົບກັນ ກັບທະຫານເປັນເວລາ 30 ນາທີ. REUTERS/Fayaz Aziz(PAKISTAN - Tags: CIVIL UNREST POLITICS)
ຕໍາຫລວດຜູ້ນຶ່ງຢືນຍາມ ຢູ່ໃກ້ບ່ອນທີ່ຈະຫລວດຍິງໃສ່ ຢູ່ສະໜາມບິນສາກົນຂອງເມືອງ Peshawar ໃນວັນທີ 15 ທັນວາ 2012 ຊຶ່ງໄດ້ເຮັດໃຫ້ 4 ຄົນເສຍຊີວິດ ໃນໄລຍະທີ່ ພວກທໍາການໂຈມຕີສະລະຊີບສູ້ລົບກັນ ກັບທະຫານເປັນເວລາ 30 ນາທີ. REUTERS/Fayaz Aziz(PAKISTAN - Tags: CIVIL UNREST POLITICS)
ຢ່າງໜ້ອຍ 4 ຄົນເສຍຊີວິດ ແລະອີກຫລາຍສິບຄົນໄດ້ຮັບບາດ
ເຈັບ ຢູ່ທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ ຍ້ອນ
ການໂຈມຕີສະລະຊີບຢູ່ສະໜາມບິນສາກົນ ທີ່ເມືອງ Peshawar.

ຜູ້ສື່ຂ່າວວີໂອເອປະຈໍາກຸງ Isalamabad ເວົ້າວ່າ ສະໜາມບິນ
ດັ່ງກ່າວຖືກໂຈມຕີ ໃນ ວັນເສົາວານນີ້ ດ້ວຍຈະຫລວດລູກນຶ່ງ
ພ້ອມທັງລະເບີດຢູ່​ນໍາ​ຮ່າງກາຍຂອງຜູ້ວາງລະເບີດສະລະຊີບ.

ເຈົ້າແຂວງໆດັ່ງກ່າວເວົ້າວ່າ ພວກຫົວຮຸນແຮງຫລາຍ​ຄົນ ລວມ
ທັງຜູ້ວາງລະເບີດສະລະຊີບ ​ໄດ້ພະຍາຍາມ​ທໍາການໂຈມຕີທາງ
ພື້ນດິນ ​ແຕ່ບໍ່ປະສົບຜົນສໍາເລັດ ຈຶ່ງ​ໄດ້ຍິງຈະຫລວດໂຈມ​ຕີ​ໃນ
​ເວລາ​ຕໍ່​ມາ.

ສື່ມວນຊົນທ້ອງຖິ່ນ ທີ່ອ້າງອີງຄໍາເວົ້າຂອງເຈົ້າໜ້າທີ່ທະຫານອາກາດທ່ານນຶ່ງກ່າວວ່າ ພວກ
ທໍາການໂຈມຕີ ​ໄດ້ຖືກສະກັດກັ້ນບໍ່ໃຫ້ເຂົ້າໄປໃນບໍລິ​ເວນສະໜາມບິນ​ໄດ້ ​ແລະລາຍງານ​ໃນ​ເວລາ​ຕໍ່​ມາວ່າ ພວກກ່ຽວໝົດທຸກຄົນໄດ້ເສຍຊີວິດໄປ.

ໂຄສົກປະຈໍາສາຍການບິນແຫ່ງຊາດປາກິສຖານເວົ້າວ່າ ສະໜາມບິນໄດ້ຖືກອັດ​ລົງ ແລະ ຖ້ຽວບິນທັງ​ໝົດ ທີ່ຈະບິນຈາກສະໜາມບິນແຫ່ງນັ້ນ ​ໄດ້ຖືກຍົກເລີກ.

ເຈົ້າໜ້າທີ່ທະຫານເບ້ຍບໍານານທ່ານນຶ່ງ ທີ່ຢູ່ບ່ອນເກີດເຫດ ກ່າວຕໍ່ວີໂອເອວ່າ ຈະຫລວດ ລູກທີ່ຍິງໄປດັ່ງກ່າວ ໄດ້ຕົກໃສ່ເຂດບໍລິ​ເວນສະໜາມບິນ ແຕ່ກໍບໍ່ໄດ້ສ້າງຄວາມເສຍຫາຍ ​ໃດໆ. ທ່ານກ່າວວ່າ ການໂຈມຕີດັ່ງກ່າວປະກົດວ່າ ເປັນການກະທໍາຂອງພວກ Taliban ຫລື ບໍ່ກໍແມ່ນພວກຫົວຮຸນແຮງ Laskar-e-Islam ທີ່ທໍາການຕໍ່ສູ້ເພື່ອໂຄ່ນລົ້ມລັດຖະ ບານ​ໃນ​ເຂດນັ້ນ.

ປະມວນພາບການໂຈມຕີແບບສະລະຊີບ ທີ່ສະໜາມບິນໃນປາກິສຖານ:

XS
SM
MD
LG