ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຂໍຮ້ອງ ໃຫ້ປາກິສຖານອົດທົນ ເພື່ອຊອກຫາສາເຫດ ການໂຈມຕີຂອງເນໂຕ້ (ເບິ່ງວີດີໂອ)


ພົນຕີ Athar Abbas ໂຄສົກກອງທັບປາກີສຖານ
ພົນຕີ Athar Abbas ໂຄສົກກອງທັບປາກີສຖານ

ປາ​ກີ​ສຖານ​ໄດ້​ຕັດສິນ​ໃຈບໍ່​ຍອມເຂົ້າຮ່ວມ​ກອງ​ປະຊຸມ​ນານາ​ຊາດ ກ່ຽວ​ກັບອະນາຄົດ​ຂອງ
ອັຟກາ​ນີສ​ຖານ ​ເພື່ອປະ​ທ້ວງການ​ໂຈມ​ຕີ​ທາງ​ອາກາດ ຂອງ​ເນ​ໂຕ້​ທີ່​ໄດ້​ສັງຫານ​ທະຫານ
ປາ​ກີ​ສຖານ 24 ຄົນ ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ປາ​ກີ​ສຖານ ​ແລະ​ອັຟກາ​ນີສຖານ​ນັ້ນ
ເມື່ອ​ອາທິດ​ຜ່ານ​ມາ​ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ຄະນະລັດຖະບານຂອງນາຍົກລັດຖະມົນ Yousuf Raza Gilani ໄດ້
ຕົກລົງທີ່ຈະບໍ່ໄປຮ່ວມກອງປະຊຸມນາໆຊາດ ໃນການພົບປະກັນທີ່ນະຄອນລາຮໍ ໃນວັນ
ອັງຄານມື້ນີ້. ກອງປະຊຸມທີ່ວ່ານີ້ມີກຳ ນົດຈະໄຂຂຶ້ນທີ່ກຸງບອນ ປະເທດເຢຍຣະມັນໃນວັນ
ຈັນໜ້າ. ເຈົ້າໜ້າທີ່ ສະຫະລັດແລະອັຟການິສຖານຮຽກຮ້ອງໃຫ້ປາກິສຖານໄປຮ່ວມໃນ
ກອງ ປະຊຸມດັ່ງກ່າວ ທີ່ມີຈຸດປະສົງແນໃສ່ເພື່ອພັດທະນາຍຸດທະສາດເພື່ອສ້າງຄວາມທຸ່ນ ທ່ຽງໃຫ້ແກ່ປະເທດເພື່ອນບ້ານອັຟການິສຖານຂະນະທີ່ສະຫະ ລັດຖອນກຳລັງອອກໄປ
ໃນ ໄລຍະສອງສາມປີຂ້າງໜ້ານີ້.

ນາຍ​ທະຫານ​ລະດັບ​ສູງຂອງ​ສະຫະລັດ​ກ່າວເມື່ອ​ວັນ​ຈັນ​ວານ​ນີ້​ວ່າ ປາ​ກີ​ສຖານ​ເຮັດ​ຖືກ
ຕ້ອງ​ແລ້ວ​ທີ່​ໂກດ​ແຄ້ນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ​ເນ​ໂຕ້​ຕໍ່​ຄ້າຍທະຫານ​ປາ​ກີ​ສ
ຖານ​ໃນເຂດ​ຊາຍ​ແດນ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແຕ່​ບໍ່​ຍອມ​ຂໍ​ໂທດ ​ໂດຍ​ອ້າງ​ວ່າ​ຕ້ອງ​ມີ​ການ​
ສືບສວນ​ສອບ​ສວນ.

ໃນ​ການ​ໃຫ້​ສໍາພາດກັບ​ເຄືອ​ຂ່າຍ​ທີ​ວີ ITV ຂອງ​ອັງກິດ​ເມື່ອ​ວັນ​ຈັນ​ວານ​ນີ້ ພົນ​ເອກ
Martin Dempsey ປະທານ​ເສນາ​ທິການ​ຮ່ວມ​ສະຫະລັດ ກ່າວວ່າ ອີສລາມາ​ບັດ ມີ​ເຫດ
ຜົນ​ທີ່​ຈະໂກດ​ແຄ້ນ ທີ່​ວ່າອາວຸດ​ຕ່າງໆ​ທີ່​ໄດ້​ສັງຫານ​ທະຫານ​ປາ​ກີ​ສຖານເມື່ອ​ວັນ​ເສົາ​ຜ່ານ
ມາ​ນີ້​ວ່າ ​ເປັນຂອງ​ພາຄີປະເທດ ນຶ່ງ.

ພົນ​ເອກ Dempsey ​ຖະແຫຼງໃນ​ຕອນ​ຢ້ຽມຢາມ​ລອນ​ດອນວ່າ ທ່ານ​ຢາກ​ຂໍ​ຮອງໃຫ້​ລັດ
ຖະບານ​ປາ​ກີ​ສຖານມີຄວາມອົດທົນ ​ເພື່ອ​ຈະ​ໄດ້ຊອກ​ຫາ​ສາ​ເຫດ​ຂອງ​ເຫດການ​ທີ່​ເກີດ​ຂຶ້ນ
ການ​ໂຈມ​ຕີ​ທາງ​ອາກາດ ໄດ້​ຖືກຄ້າຍ​ທະ ຫານຂອງ​ປາ​ກີ​ສຖານ​ຢູ່ ​ໃນ​ເຂດຊາຍແດນ​ທີ່​ບໍ່
ຫຼັກໝາຍຢ່າງ​ຊັດ​ເຈນ​ປານ​ໃດນັ້ນ ​ແລະ​ກໍ​ເປັນ​ເຂດ​ທີ່​ມີ​ການຂັດ​ແຍ້​ງກັນ​ລະຫວ່າງ​ແຂວງ
ຄູ​ນາ ຂອງ​ອັຟການີສຖານ ​ແລະ​ເຂດ​ຊົນ​ເຜົ່າ Mohmand ຂອງ​ປາ​ກີ​ສຖານ.

ກອງທັບ​ສະຫະລັດ​ກ່າວ​ເມື່ອ​ວັນ​ຈັນ​ວານ​ນີ້​ວ່າ ພົນ​ອາກາດຂອງ​ຕົນຄົນ​ນຶ່ງ​ຈະ​ນໍາພາ​ການ​
ສືບສວນ​ສອບ​ສວນກ່ຽວກັບ​ເຫດຮ້າຍໃນຄັ້ງນີ້ ​ແລະ​ລວບ​ລວມ​ເອົາລາຍ​ງານ​ໃນ​ເບື້ອງ​ຕົ້ນ
ໃຫ້​ໄດ້​ໃນ​ວັນ​ທີ່ 23 ​ເດືອນທັນວາ ກອງ​ທັບສະຫະລັດ​ກ່າວ​ວ່າ ນາຍ​ພົນ​ຈັດຕະວາ
Stephen Clark ຈະ​ປະຕິບັດ​ງານ​ກັບຜູ້ຕາງໜ້າ​ເນ​ໂຕ ​ແລະ​ລັດຖະບານ​ອັຟກາ​ນີສຖານ
ແລະ​ປາ​ກີສຖານ ​ເພື່ອຊອກ​ຫາ​ວິທີ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ທໍານອງ​ດຽວ​ກັນ​ນີ້​ອີກ​ໃນອະນາ
ຄົດ. ຝ່າຍສະຫະລັດກໍ​ໄດ້ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ສູນ​ເສຍ​ຊີວິດ​ຂອງ​ຊາວປາ​ກີ​ສຖານ.

ພວກ​ເຈົ້າໜ້າ​ທີ່​ເນ​ໂຕ ​ແລະ​ອັຟກາ​ນີສຖານກ່າວ​ວ່າ ກໍາລັງ​ທະຫານ​ຂອງພວກ​ຕົນໄດ້​ເອີ້ນ
ເນ​ໂຕ້​ມາ​ຊ່ວຍ​ໂຈ​ມຕີ​ທາງ​ອາກາດ ​ໃນ​ການ​ຕອບ​ໂຕ້​ຕໍ່ ພວກ​ທີ່​ຍິງ​ປືນ​ໃສ່​ພວກ​ເຂົາ​ເ​ຈົ້າ ຢູ່
ໄກ້​ຄ້າຍ​ທະຫານ​ຢູ່​ຕາມ​ຊາຍ​ແດນ​ຂອງ ປາ​ກີ​ສຖານ​ນັ້ນ ພົນ​ຕີ Athar Abbas ​ໂຄສົກ
ກອງທັບ​ປາ​ກີ​ສຖານ ​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່​ວ່າ ທະຫານ​ປາ​ກີ​ສຖານ​ເປີ​ດສາກ​ຍິງ​ກ່ອນ
ແລະ ກ່າວ​ຫາ​ວ່າ ທັງ​ເນ​ໂຕ້ ​ແລະ​ອັຟ​ກາ​ນີສຖານ ຫາ​ທາງ​ແກ້​ຕົວ​ຫລາຍ​ກວ່າ.

ເບິ່ງວີດີໂອລາຍງານ ປາກິສຖານປະກາດຂ້ວມບາດກອງປະຊຸມກ່ຽວກັບອັຟການິສຖານ:

XS
SM
MD
LG