ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

32 ຄົນເສຍຊີວິດ ໃນອຸບັດຕິເຫດ ລົດຕໍາກັນ ໃນປາກິສຖານ


ຊາກລົດເມທີ່ຖືກໄຟໄໝ້ ຫລັງຈາກຕໍາກັນກັບລົດບັນທຸກນໍ້າມັນ ໃນແຂວງ Sindh ຂອງປາກິສຖານ, ວັນທີ 23 ມັງກອນ 2011.
ຊາກລົດເມທີ່ຖືກໄຟໄໝ້ ຫລັງຈາກຕໍາກັນກັບລົດບັນທຸກນໍ້າມັນ ໃນແຂວງ Sindh ຂອງປາກິສຖານ, ວັນທີ 23 ມັງກອນ 2011.

ລົດ​ບັສຫລື​ລົດ​ເມຄັນ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ປາ​ກິ​ສຖານ​ໄດ້​ເກີດ​ອຸບັດ​ຕິເຫດ​ຕໍາ​ກັນ​ກັບ​ລົດ​ບັນທຸກ​ນໍ້າມັນ​ຄັນ​ນຶ່ງ ພາ​ໃຫ້​ເກີດ​ໄຟ​ໄໝ້​ລຸກລາມ​ໄປ ທີ່ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 32 ຄົນ​ແລະ​ບາດ​ເຈັບ​ຢ່າງ​ນ້ອຍ 9 ຄົນ.

ຕໍາຫລວດ​ກ່າວ​ວ່າ ມີ​ແມ່ຍິງ​ແລະ​ເດັກນ້ອຍ​ຫລາຍ​ຄົນ​ຮວມຢູ່​ໃນ​ຈໍານວນ​ພວກ​ທີ່​ເສຍຊີວິດ​ ​ໃນອຸບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນໃນ​ຕອນ​ເຊົ້າໆວັນ​ອາທິດມື້​ນີ້.

ອົງການ​ຂ່າວ AP ລາຍ​ງານ​ວ່າ ຄົນ​ຂັບ​ລົດເມເກີດເຫງົາ
ນອນ​ເລີຍ​ພາ​ໃຫ້​ລົດເສຍ​ຫລັກ ​ແລະ​ວ່າ ພວກ​ທີ່​ລອດ​ຊີວິດ​ຈາກ​ອຸບັດ​ຕິ​ເຫດ​ບອກ​ພວກ​ເຈົ້າ​ໜ້າ​ທີ່ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຂໍ​ຮ້ອງ​ 2 ​ເທື່ອໃຫ້​ຄົນ​ຂັບ​ລົດຢຸດ​ລົດ​ແລະ​ເຊົາ​ພັກຜ່ອນ​ເພື່ອ​ຫລີກ​ລ້ຽງການ​ເກີດ​ອຸບັດ​ຕິ​ເຫດ​ນັ້ນ.

ປາ​ກິ​ສຖານ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອຸບັດ​ຕິ​ເຫດ​ໃນ​ການ​ຈະລາຈອນ ​ທີ່​ມີ​ຜູ້​ຕົນເສຍ​ຊີວິດ​ຫລາຍ​ທີ່​ສຸດ​ໃນໂລກ ຊຶ່ງ​ສືບ​ເນື່ອງ​ມາ​ຈາກ​ຖະໜົນ​ຫົນທາງ​ບໍ່​ດີ ການ​ຮັກສາ​ບົດ​ລະ​ບັດ​ລົດ​ບໍ່​ດີ ​ແລະ​ການ​ຂັບ​ລົດ​ທີ່​ຂາດ​ຄວາມ​ລະມັດລະວັງ.

XS
SM
MD
LG