ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໝໍ ຜ່າຕັດ ເອົາກະສຸນປືນ ອອກຈາກຄໍ ຂອງເດັກຍິງ ທີ່ຖືກຍິງ ໃນປາກິສຖານ


A lighting technician watches the rings form in a fountain at the base of the Olympic cauldron as preparations continue at the Olympic Park for the Sochi 2014 Winter Olympics in Russia.
A lighting technician watches the rings form in a fountain at the base of the Olympic cauldron as preparations continue at the Olympic Park for the Sochi 2014 Winter Olympics in Russia.
ພວກທ່ານໝໍໄດ້ຜ່າຕັດເອົາກະສຸນປືນລູກນຶ່ງອອກຢ່າງສໍາເລັດ
ຜົນ ໃຫ້ແກ່ເດັກຍິງອາຍຸ 14 ປີ ທີ່ຖືກພວກຕາລີບັນຍິງ ຍ້ອນເວົ້າ ຕໍ່ຕ້ານກຸ່ມຫົວຮຸນແຮງດັ່ງກ່າວ ແລະປຸກລະດົມໃຫ້ມີການສົ່ງເສີມ
ການສຶກສາແກ່ຜູ້ຍິງ.

ນາງ Malala Yousufzai ແມ່ນຢູ່ໃນສະພາບທີ່ອັນຕະລາຍ
ລຸນຫລັງທີ່ພວກມືປືນ ​ໄດ້ຍິງໃສ່ຫົວແລະຄໍຂອງນາງ ໃນຂະນະທີ່ ກໍາລັງຂຶ້ນຂີ່ລົດເມນໍາສົ່ງນັກຮຽນ ໃນວັນອັງຄານ ວານນີ້ ຢູ່​ໃນ
​ເຂດ​ຮ່ອມ​ພູ Swat. ຍັງມີເດັກຍິງອີກສອງຄົນໄດ້ຮັບບາດເຈັບ ໃນເຫດດັ່ງ ກ່າວ.

ພວກທ່ານໝໍຢູ່ໂຮງໝໍທະຫານ​ເມືອງ Peshawar ໄດ້ຜ່າຕັດ
ເອົາລູກປືນລູກນຶ່ງອອກຈາກ ຄໍຂອງນາງໃນເຊົ້າວັນພຸດມື້ນີ້ ລຸນຫລັງທີ່ນາງໄດ້ເລີ້ມມີອາການ​ແຊກ​ຊ້ອນ. ພວກເຂົາເຈົ້າ
ກ່າວວ່າ ອາການຂອງນາງກໍາລັງດີຂຶ້ນ ແຕ່ວ່ານາງຍັງບໍ່ທັນຮູ້ສຶກຕົວເທື່ອ.

ພວກຕາລີບັນ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການຍິງດັ່ງກ່າວ. ໂຄສົກຂອງ​ພວກ​ຕາ​ລີ ບັນກ່າວວ່າ ນາງ Yousufzai ໄດ້ “ສະໜັບສະໜຸນພວກຕາເວັນຕົກ, ອອກປາກອອກ ສຽງຕໍ່ຕ້ານພວກຕາລີບັນ ແລະເອີ້ນປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາວ່າ ເປັນຜູ້ທີ່ນາງ ໃຫ້ການເຄົາລົບບູຊາຢ່າງຍິ່ງ.”

ນາງ Yousufzai ໄດ້ຖືກຮັບຮູ້ໂດຍປະຊາຄົມສາກົນ ວ່າເປັນຜູ້ບັນທຶກ ກ່ຽວ​ກັບ​ການ​ກໍ່ ​ໂທດ​ກຳ​ທີ່ໂຫດຮ້າຍປ່າເຖື່ອນຂອງກຸ່ມຕາລີບັນ ຢູ່​ໃນ​ເຂດໃກ້ເຮືອນຂອງນາງ. ນາງຂຽນ ໂດ ໃຊ້ນາມແຝງວ່າ Gul Makai ຢູ່ໃນບົດ​ຄວາມ​ເຫັນ​ຫຼືບລັອກ ໃນເວັບໄຊຂອງວິທະຍຸ BBC ຊຶ່ງນາງໄດ້ພັນລະນາເຖິງຊີວິດ ພາຍໃຕ້ການຄວບຄຸມຂອງພວກຕາລີບັນ ໃນປີ 2008 ແລະ 2009 ໃນເວລາທີ່ພວກຫົວຮຸນແຮງກຸ່ມ​ນີ້ ໄດ້ດໍາເນີນການຕັດຫົວຄົນ ແລະ ຄວາມຮຸນແຮງອື່ນໆ ຢູ່ໃນເຂດທີ່ພວກເຂົາຄວບຄຸມ ຊຶ່ງເປັນພື້ນທີ່ສ່ວນໃຫຍ່ຂອງເຂດ ຮ່ອມ​ພູ Swat ໃນແຂວງ Khyber Pakhtunkhwa.
XS
SM
MD
LG