ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານສະຫະລັດ ທີ່ປາກີສຖານ


ປະທານາທິບໍດີປາກີສຖານ ທ່ານ Asif Ali Zardari
ປະທານາທິບໍດີປາກີສຖານ ທ່ານ Asif Ali Zardari

ຊາວ​ອິສລາມ ຫລາຍ​ສິບ​ພັນ​ຄົນ​ໄດ້​ທໍາ​ການ​ປະ​ທ້ວງຢູ່​ເມືອງ Lahore ທາງ​ຕາ​ເວັນ​ອອກ
ສຽງເໜືອຂອງ​ປາ​ກີ​ສຖານ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ສະ​ແດງ​ການສະໜັບສະໜຸນ​ພວກ
ກອງທັບ ​ແລະປະນາ​ມສະຫະລັດ.

ຝູງ​ຄົນ​ປະມານ 30 ພັນ​ຄົນ ​ໄດ້ຮຽກຮ້ອງ​ໃຫ້​ລັດຖະບານ​ນະຄອນ​ອິສລາມາ​ບັດຕັດ​ສາຍ
ສໍາພັນ​ກັບ​ນະຄອນ​ວໍ​ຊິງ​ຕັນ ພາຍຫລັງມີ​ການ​ໂຈມ​ຕີ​ທາງ​ອາ ກາດ ຂ້າມ​ຊາຍ​ແດນ​ຂອງ​
ເນ​ໂຕ້ ​ໃນ​ທ້າຍ​ເດືອນ​ແລ້ວນີ້ ທີ່​ໄດ້​ເຮັດ​ໃຫ້​ທະຫານ​ປາ​ກີ​ສຖານ​ເສຍ​ຊີວິດ 24 ຄົນ​ນັ້ນ.

ເຈົ້າໜ້າທີ່​ສະຫະລັດ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່ການເສຍ​ຊິວິດ​ຂອງ​ພວກທະຫານ​ດັ່ງກ່າວຢູ່
ໃນສອງ​ຄ້າຍ ຢູ່​ຕາມ​ຊາຍ​ແດນ​ຂອງ​ປາກີ​ສຖານ ​ແລະ​ອັຟກາ​ນີສຖານ ​ແລະ​ໄດ້​ໃຫ້​ຄໍາໝັ້ນ
ສັນຍາ​ວ່າ ຈະ​ທໍາ​ການ​ສືບສວນ ສອບ​ສວນ​ເຫດ ການ​ດັ່ງກ່າວ​ນີ້ຢູ່. ​ແຕ່​ຢ່າງ​ໃດ​ກໍ​ຕາມ
ການ​ກະທໍາ​ດັ່ງກ່າວ​ສາມ​າດລະງັບ​ຄວາມໂກດ​ແຄ້ນ ຢູ່​ໃນ​ກອງທັບ​ປາ​ກີ​ສຖານ​ໄດ້ໜ້ອຍ
ດຽວ​ເທົ່າ​ນັ້ນ ໂດຍ​ໄດ້​ຖື​ວ່າ​ ການໂຈມ​ຕີນັ້ນ ແມ່ນ​ມີ​ “​ເຈດ​ຕະນາ”.

ປະທານາທິບໍດີ​ປາ​ກີ​ສຖານທ່ານ Asif Ali Zardari ​ໄດ້​ກັບ​ຄືນ​ມາ​ປະ​ເທດ ​ໃນ​ເຊົ້າວັນ​ຈັນ​
ມື້ນີ້ ພາຍຫລັງໄດ້​ເດີນທາງ​ໄປ​ປິ່ນປົວ​ສຸຂະພາ​ບຢູ່​ດູບາຍ ​ເປັນ​ເວລາເກືອບ 2 ອາທິດ.
ທ່ານ Mansoor Wasan, ຫົວໜ້າ​ກະຊວງ​ພາຍໃນ​ປະ​ຈໍາແຂວງ ຊິນ ​ເວົ້າວ່າ ​ເຮືອບິນ
ຂອງທ່ານ Zardari ຈອດ​ທີ່ສະໜາມ ບິນທະ​ຫານ​ແຫ່ງ​ນຶ່ງ ທີ່ເມືອງກາຣາຈີ ຊຶ່ງ​ເປັນ​ເມືອງ
ທ່າ​ເຮືອຢູ່​ທາງ​ພາກ​ໃຕ້​ຂອງປາ​ກີ​ສຖານ.

ການ​ເດີນທາງ​ຂອງປະທານາທິບໍດີ​ Zardari ​ໄດ້​ພາ​ໃຫ້​ເກີດ​ມີ​ຂ່າວ​ຊ່າ​ລືກັນ ວ່າທ່ານ​ຈະ
ລົງ​ຈາກ​ອໍານາດ ຍ້ອນ​ວ່າ​ໄດ້​ສົ່ງໜັງສື​ລັບ​ ໄປ​ຫາ​ນະຄອນ​ວໍ​ຊິງ​ຕັນ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ
ຈາກ​ສະຫະລັດ ຍ້ອນ​ຢ້ານ​ວ່າ​ຈະ​ເກີດ​ລັດຖະປະຫານ. ໜັງສືດັ່ງກ່າວ​ໄດ້ບັງຄັບໃຫ້​ເອກ​ອັກ
ຄະ​ລັດຖະທູດ​ປາ​ກີ​ສຖານປະ​ຈໍາ​ສະຫະລັດ​ຕ້ອງ​ໄດ້​ລາ​ອອກຈາກໜ້າທີ່.

XS
SM
MD
LG