ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປາ​ກີ​ສຖານ​​​ສົ່ງສະການ ສົບທະຫານ ທີ່ເສຍຊີວິດ ໃນການໂຈມຕີຂອງ​ເນ​ໂຕ້


ຊາວປາກີສຖານປະທ້ວງກຸ່ມເນໂຕ້
ຊາວປາກີສຖານປະທ້ວງກຸ່ມເນໂຕ້

ຊາວ​ປາ​ກີ​ສຖານທໍາ​ພິທີ​ສົ່ງສະການ ​ໃນ​ວັນ​ອາທິດ​ມື້​ນີ້ ​ສໍາລັບ​ພວກ​ທະຫານ 24 ຄົນ​ທີ່ເສຍ​
ຊີວິດ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນຂອງ​ເນ​ໂຕ້ ຈາກ​ອັຟກາ​ນິສຖານ.

ແລະໃນ​ວັນ​ອາທິດ​ມື້​ນີ້ ຫົວໜ້າ​ອົງ​ກ່ນ​ເນ​ໂຕ້ ທ່ານ Anders Fogh Rasmussen ​ໄດ້
ສະ​ແດງ​ຄວາມ​ເສຍ​ໃຈ​ແລະ​ສົ້າສະ​ລັດ​ໃຈ ຕໍ່​ນາຍົກລັດຖະມົນຕີປາ​ກິ​ສຖານ ທ່ານ Yousuf
Raza Gilani ນໍາ​ການ​ເສຍ​ຊີວິດ​ທີ່​ເກີດຂຶ້ນ​ໂດຍ​ບໍ່​ຕັ້ງ​ໃຈ​ນັ້ນ.

ໃນ​ຕອນ​ເ​ຊົ້າວັນ​ອາທິດ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ປາ​ກີ​ສຖານ​ໄດ້​ບອກຄູ່​ຕໍາ​ແໜ່​ງຂອງ
ທ່ານ​ນາງຈາກ​ສະຫະລັດ ​ວ່າການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ຄ້າຍ​ທະຫານ​ຫລາຍແຫ່ງ ​ທີ່​ຍັງ​ຜົນ​
ໃຫ້​ທະຫານ​ປາ​ກີ​ສຖານ​ເສຍ​ຊີວິດ​ຢ່າງ​ໜ້ອຍ 24 ຄົນ ​ແລະ ບາດ​ເຈັບ​ອີກ 14 ຄົນ ​ໃນ​ເຂດ
ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສຖານ​ນັ້ນ​ວ່າ ​ເປັນ​ທີ່ຮັບ​ເອົາ​ບໍ່​ໄດ້.

ທ່ານ​ນາງ Hina Rabbani Khar ບອກ​ທ່ານ​ນາງຮິ​ລ​ແລ​ຣີ ຄລິນ​ຕັນ ​ລັດຖະມົນຕີ​ຕ່າງ
ປະເທດ​ສະຫະລັດ ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ສະ​ແດງ​ໃຫ້ ​ເຫັນ​ເຖິງ​ການ​ບໍ່​ເອົາ​ຫົວຊາ​ຕໍ່​ຊີວິດ
ຂອງ​ມະນຸດຢ່າງ​ສີ້ນ​ເຊີງ ​ແລະ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ນີ້ໄດ້​ສ້າງ​ຄວາ​ມ​ໂກດແຄ້ນ
ຂຶ້ນ​ ໃນ​ປາ​ກີ​ສຖານ.

ປາ​ກີ​ສຖານ​ກ່າວ​ວ່າ ຕົນ​ໄດ້​ຕອບ​ໂຕ້​ຄືນ​ໂດ​ບການປິດ​ເສັ້ນທາງ​ລໍາລຽງ​ຂອງ​ເນ​ໂຕ້ທັງ​ໝົດ
ທີ່​ແລ່ນ​ຜ່ານ​ອານາ​ເຂດ​ຂອງ​ຕົນ​ໄປ​ຍັງ​ອັຟກາ​ນີສຖານນັ້ນ ​ແລະ​ສັ່ງ​ໃຫ້​ສະຫະລັດຍ້າຍ​
ອອກໄປຈາກຖານ​ທັບ​ອາກາດ​ທີ່ຢູ່ໃນແຂວງ Baluchistan ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້
ຂອງ​ປະ​ເທດ​ ພາຍ​ໃນ 15 ວັນ.

ນາຍົກລັດຖະມົນຕີປາກີສຖານ ທ່ານ Yousuf Raza Gilani ​ແລະ​ນາຍ ທະຫານ​ລະດັບ
ສູງ ​ແລະ​ພວກ​ຜູ້​ນໍາ​ລັດຖະບານ ກ່າວເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ລັດຖະບານ​ປາ​ກີ​ສຖານຈະ​ທໍາ
ການກວດ​ສອບ​ທົບ​ທວນຄືນ​ໃໝ່ໝົດ ກ່ຽວກັບ​ ໂຄງການຕ່າງໆ ກິດຈະ​ກໍາຕ່າງໆ ​ແລະ
ການຈັດແຈງ​ດ້ານ​ການ​ຮ່ວມ​ມື​ກັບ ສະຫະລັດ, ​ເນ​ໂຕ້ ​ແລະ​ ISAF ຫລື​ກໍາລັງ​ປະສົມ​ນາໆ
ຊາດ​ໃນ​ອັຟການິສຖານ​ນັ້ນ. ພວກ​ເຈົ້າ​ໜ້າ​ທີ່ປາ​ກີ​ສຖານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ບັດ​
ການ​ທີ່​ເ​ຂັ້ມ​ແຂງ​ແລະ​ຮີບ​ດ່ວນ ຕໍ່​ພວກ​ຮັບຜິດຊອບ​ໃນ​ເຫດການ​ເຖິງ​ແກ່​ຊີວິດນີ້​ໃຫ້​ໄດ້.

ສະຫະລັດ​ກ່າວ​ວ່າ ​ເຂດ​ຊົນ​ເຜົ່າ​ຂອງ​ປາ​ກີ​ສຖານ ​ເປັນ​ທີ່​ຫລົບ​ຊ່ອນ​ຂອງ ພວກ​ຕາ​ລິ​ບານ
ທີ່​ໄດ້ສູ້​ລົບກັບ​ກໍາລັງ​ທະຫານ​ສະຫະລັດ​ໃນ​ອັຟກາ​ນິສຖານ ​ມາ​ໄດ້​ສິບ​ປີ​ແລ້ວ​ນັ້ນ.

ທ່ານ ລີ​ອອນ ພາແນ​ດຕາ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ແລະ ທ່ານ​ນາງ​ລັດຖະ
ມົນຕີ​ຕ່າງປະ​ເທດ​ຄລິນ​ຕັນ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມເມື່ອວັນ​ເສົາ​ວານ​ນີ້ ສະ​ແດງ​
ຄວາມ​ເສົ້າສະ​ລົດ​ໃຈຢ່າງ​ເລິກ​ເຊິ່ງຕໍ່​ເຫດການ ​ທີ່​ເກີດ​ຂຶ້ນ​ໃນ​ເຂດ​ຊາຍ​ແດນ​ຂອງ​ປາ​ກີ​ສຖານ
ນັ້ນ ​ໂດຍ​ທີ່ທ່ານ​ທັງ​ສອງ​ໄດ້​ເນັ້ນ​ຍໍ້​າວ່າຈະ​ຜັກ​ດັນ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ໂດຍ​ເນ​ໂຕ້
ໂດຍ​ທັນ​ທີ່.

XS
SM
MD
LG