ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈັດຄົນເສຍຊີວິດ ໃນການໂຈມຕີໂດຍຍົນບໍ່ມີຄົນຂັບ ຂອງສະຫະລັດ ໃນປາກີສຖານ


ເຮືອບິນໂດຣນ ບໍ່ມີຄົນຂັບຂອງສະຫະລັດ ທີ່ໃຊ້ໂຈມຕີຢູ່ປາກິສຖານ.
ເຮືອບິນໂດຣນ ບໍ່ມີຄົນຂັບຂອງສະຫະລັດ ທີ່ໃຊ້ໂຈມຕີຢູ່ປາກິສຖານ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານກ່າວວ່າ ການໂຈມຕີ ບັ້ນນຶ່ງ ໂດຍ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງສະຫະລັດ ຢູ່ເຂດຊົນເຜົ່າທີ່ວຸ້ນວາຍ ບໍ່ສະງົບຂອງ ປາກີສຖານ ໃກ້ຊາຍແດນຕິດກັບອັຟການີສຖານນັ້ນ ໄດ້ສັງຫານພວກຫົວຮຸນແຮງ ເຈັດຄົນ.

ເຈົ້າໜ້າທີ່ປາກີສຖານກ່າວວ່າ ຍົນໂດຣນໄດ້ຍິງລູກ
ສອນໄຟສີ່ລູກໃສ່ລົດ ພວກຫົວຮຸນແຮງສອງຄັນ ໃນ
ວັນອາທິດມື້ນີ້ ທີ່ເມືອງ Shawal ໃນ Waziristan
ເໜືອ ຊຶ່ງເປັນເຂດ ທີ່ຖືວ່າເປັນທີ່ໝັ້ນແຫ່ງນຶ່ງຂອງ
ພວກກະບົດ ຕາລິບານ ແລະ ອາລ ຄາອີດາ.

ພວກຫົວຮຸນແຮງຖືກຂ້າຕາຍສີ່ຄົນ ເມື່ອວັນເສົາວານນີ້ ໃນການໂຈມຕີບັ້ນ ນຶ່ງໂດຍເຮືອ ບິນບໍ່ມີຄົນຂັບ ຢູ່ໃນເຂດດຽວກັນ.

ການໂຈມຕີຂອງເຮືອບິນ Drone ນີ້ ນັບວ່າເປັນບັນຫາຖົກຖຽງກັນຢູ່ ຕະຫຼອດມາ ລະ ຫວ່າງສະຫະລັດແລະປາກີສຖານ. ປາກີສຖານກ່າວວ່າ ການໂຈມຕີໂດຍເຮືອບິນບໍ່ມີ ຄົນຂັບນີ້ ແມ່ນເປັນການລະເມີດອະທິປະໄຕຂອງຕົນ ແຕ່ຝ່າຍສະຫະລັດກໍເຊື່ອວ່າ ເຮືອ ບິນບໍ່ມີຄົນຂັບເປັນອາວຸດທີ່ສໍາຄັນທີ່ສຸດຢ່າງນຶ່ງ ໃນຄວາມພະຍາຍາມເພື່ອປາບກຸ່ມອາລ ຄາອີດາ.
XS
SM
MD
LG