ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຊື້ບ້ານເຮືອນ ໃນຮົງກົງ ພາກັນໄປຊອກຫາ ຊື້ບ້ານເຮືອນ ທີ່ຕ່າງປະເທດ


Outpriced, Hong Kong Home Buyers Look Abroad
please wait

No media source currently available

0:00 0:02:51 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ພວກ​ຊື້​ທີ່​ດິນ​ຈາກ​ຈີນ​ແຜ່ນດິນ​ໃຫຍ່ ​ໄດ້ເຮັດໃຫ້​ລາຄາ​ທີ່​ດິນ​ໃນ​ຮົງ​
ກົງ​ສູງ​ຂຶ້ນ ສົ່ງ​ຜົນ​ໃຫ້​ຊີວິດ​ຢູ່​ໃນ​ຮົງ​ກົງ​ ຍາກ​ລຳບາກຫຼາຍ​ຂຶ້ນ ສຳ
ຫລັບ​ຊາວເມືອງບາງ​ຄົນ. ​ແຕ່​ໃນ​ຂະນະ​ທີ່ລັດຖະບານ​ພະຍາຍາມ
​ປ້ອງ​ກັນ​ບໍ່​ໃຫ້​ຕະຫຼາດ​ອະສັງຫາລິມະ​ຊັບ​ ພອງ​ຕົວຂຶ້ນນັ້ນ ພວກ​ຊື້
ບ້ານ​ເຮືອນ​ໃນ​ຮົງ​ກົງ ກໍ​ພາກັນ​ເລີ້ມຊອກ​ຊື້​ບ້ານ​ເຮືອນ​ໃນ​ຕ່າງປະ
​ເທດ. Shannon Van Sant ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​
ຮົງ​ກົງ​ ຊຶ່ງສິງ​ຈະ​ນຳ​ ມາສະ​ເໜີ​ທ່ານ​ …

ຮົງ​ກົງ ​ແມ່ນ​ຮວມຢູ່​ໃນ​ພວກ​ຕະຫຼາດ​ຂາຍທີ່​ດິນ​ບ້ານ​ເຮືອນ​ທີ່​ແພງ​ທີ່​ສຸດ​ໃນ​ໂລກ. ລາຄາ​ບ້ານ​ເຮືອນ​ທີ່​ຮົງ​ກົງ​ໄດ້​ເພີ້​ມຂຶ້ນ​ເປັນ​ສອງ​ເທົ່າ​ໂຕ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ.

ນາຍ Chris Parker ​ໄດ້​ອາ​ໄສ​ຢູ່​ໃນ​ຮອງ​ກົງ​ມາ​ໄດ້ 7 ປີ ​ແລະ​ຄ່າ​ເຮືອນ​ຊານ​ກຳລັງ​ສ້າງ​ຄວາມ​ເປັນ​ຫ່ວງ​ກັງວົນ​ ໃຫ້​ລາວ.

ນາຍ Parker ກ່າວ​ວ່າ: “ນີ້​ແມ່ນ​ບ່ອນ​ທີ່ຂ້ອຍ​ຢາກ​ຢູ່​ໃນ​ປັດຈຸບັນ. ​ແນ່ນອນ ຂ້ອຍ​
ບໍ່​ຢາກ​ກັບ​ຄືນ​ໄປ​ຍັງ​ອັງກິດ. ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ມອງ​ບໍ່​ເຫັນ​ວ່າ​ ຂ້ອຍຈະຍ້າຍ​ໄປຈາກ​ຮົງ​ກົງ​ ​ແຕ່​ຂ້ອຍມີ​ຄວາມ​ຮູ້ສຶກ​ວ່າເວລາໃດ​ເວລາ​ໜຶ່ງມັນຈະ​ໄປ​ຮອດ​ຈຸດ
ທີ່​ວ່າ ​ຂ້ອຍ​ຈະ​ຕ້ອງ​ໄດ້​ດິ້ນຮົນ ເພື່ອຊອກ​ຫາ​ບ່ອນຢູ່ ບໍ່​ວ່າ​ຈະ​ຢູ່​ທີ່​ນີ້ ຫຼື​ບ່ອນ​ອື່ນໆ​. ຂ້ອຍ​ອາດ​ຈະ​ຕ້ອງ​ໄດ້​ປ່ຽນ​ບ່ອນຢູ່.”

ລາຄາ​ບ້ານ​ເຮືອນ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ 13 ​ເປີ​ເຊັນ ​ເປັນ​ປະຫວັດ​ການ​ໃນ​ປີ​ແລ້ວ​ນີ້. ຄ່າ​ເຮືອນ​ຫ້ອງ​ແຖວ ຫຼື apartment​ ​ເນື້ອ​ທີ່ 100 ຕາລາງ​ແມັດ​ ຢູ່​ໃຈກາງ​ເກາະ​ຮົງ​ກົງ ຄິ​ດສະ​ເລ່ຍ​ແລ້ວ ຕົກ​ເປັນ 2 ລ້ານ 3 ​ແສນ​ດອນ​ລາ. ​ໃນ​ຕົ້ນ​ປີ​ນີ້ ລັດຖະບານ​ໄດ້​ເອົາ​ມາດ​ຕະການ​ ເພື່ອ​ເຮັດ​ໃຫ້​ຕະຫຼາດ​ບ້ານ​ເຮືອນ​ເຢັນ​ລົງ ​ເພາະ​ຢ້ານວ່າ​ການ​ຫລັ່ງ​ໄຫລເຂົ້າ​ມາ ຂອງພວກ​ຊື້ທີ່​ດິນ​ບ້ານ​ເຮືອນ​ຈາກ​ແຜ່ນດິນ​ໃຫຍ່ ຈະ​ເຮັດ​ໃຫ້​ລາຄາ​ເຟີ້​ຂຶ້ນ​ຈົນ​ກາຍ​ເປັນ​ຟອງສະ​ບູ່ ທີ່​ຈະ​ແຕກໄດ້​ທຸກ​ເວລາ​.

ບັດ​ນີ້ ພວກ​ຊື້​ບ້ານ​ເຮືອນ​ ​ລາຄາແພງຮອດ 9 ​ແສນ 2 ພັນ​ດອນ​ລາ ຈະ​ຕ້ອງໄດ້ວາງ​ເງິນ​
ມັດ​ຈຳ​ຫຼາຍ​ຂຶ້ນ ​ແລະ​ກົດ​ລະບຽບ​ໃນ​ການ​ຊື້​ບ້ານ​ເຮືອນ​ຫຼັງ​ທີ​ສອງ​ ​ກໍ​ເຂັ້ມ​ງວດ​ຂຶ້ນ. ມາດ​ຕະການ​ເຫຼົ່າ​ນີ້​ແລະ​ເສດຖະກິດ ​ທີ່ຊັກ​ຊ້າ​ລົງ​ໃນ​ຈີນ ​ໄດ້​ເຮັດ​ໃຫ້​ພວກ​ນັກວິ​ເຄາະບາງຄົນ ທຳນາຍ​ວ່າ​ຈະເຮັດ​ໃຫ້​ຕະຫລາດ​ອະສັງຫາລິມະ​ຊັບໃນ​ຮົງ​ກົງ ພັງ​ລົງ ແຕ່​ຄົນ​ອື່ນໆ​ຄາດ
ວ່າ ຕະຫຼາດຈະພຽງ​ແຕ່ຊັກ​ຊ້າ​ລົງ.

ທ່ານ Joseph Tsang Hon-Ping ​ຜູ້ອຳນວຍການ​ຝ່າຍຈັດການ ​ຂອງບໍລິສັດລົງທຶນ​ດ້ານ​ອະສັງຫາລິມະ​ຊັບ Jones Lang LaSalle ກ່າວ​ວ່າ ການເອົາ​ມາດ​ຕະການ​ຂອງ​ລັດຖະບານ​ໄດ້​ຊ່ອຍປ້ອງ​ກັນບໍ່​ໃຫ້​ເກີດ​ສພາບ​ຟອງ​ສະ​ບູ່ ສ່ວນ​ໜຶ່ງ​ກໍຍ້ອນ​ພວກ​ຊື້​ບ້ານ​ເຮືອນ​ບໍ່​ສາມາດ​ສ້າງ​ໜີ້​ສິນ​ທີ່​ສູງ​ເກີນ​ໄປ​ໄດ້.

ທ່ານ Joseph Tsang ກ່າວ​ວ່າ “​ເວລາ​ພວກ​ຜູ້​ຄົນໂອ້​ລົມ​ກັນ​ເລື້ອງ​ສະພາບ​ການ​ຟອງ​ສະ​ບູ່ນັ້ນ ​ແມ່ນພວກ​ເຂົາ​ເຈົ້າ​ເວົ້າ​ກັນ​ເລື້ອງໃນ​ສະ​ໄໝ ປີ 1997. ​ນັ້ນ​ແມ່ນ 15 ຫຼື 16 ປີຜ່ານມາ​ແລ້ວ. ​ໃນ​ເວລາ​ນັ້ນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ​ແມ່ນ​ປະມານ 13 ​ເປີ​ເຊັນ. ​ແຕ່​ສູ່​ມື້ນີ້ ​ແມ່ນ​ປະມານ 2 ​ເປີ​ເຊັນ. ມັນ​ມີ​ຄວາມແຕກ​ຕ່າງ​ກັນ​ຢ່າງ​ຫຼວງ​ຫຼາຍ. ສອງ​ມາ ​ກໍ​ແມ່ນ ອັດຕາ​ເງິນ​ກູ້ຢືມ​ຕໍ່​ສັດ​ສ່ວນຂອງລາຄາ​ເຮືອນ. ຈຳ
ນວນ​ເງິນ​ທີ່​ພວກ​ເຮົາ​ສາມາດ​ກູ້​ຢືມ​ຈາກ​ທະນາຄານ​ໄດ້ ​ແມ່ນ​ຫລຸດ​ລົງ​ມາ​ເປັນ
ປະມານ​ 40 ​ເປີ​ເຊັນ ຫຼື 50 ​ເປີ​ເຊັນ ຊຶ່ງ​ໝາຍເຖິງ ສະພາວະ​ເງິນ​ກູ້​ຢືມ​ທີ່​ຕ່ຳ
ຫຼາຍ ຢູ່​ໃນ​ຮົງ​ກົງ.”

​ແຕ່​ລາຄາ​ເຮືອນ​ທີ່​ສູງ ກຳລັງ​ດົນໃຈ​ໃຫ້​ບາງ​ຄົນ​ໄປ​ລົງທຶນ​ໃນ​ຕ່າງປະ​ເທດ. ​ເມື່ອ​ໄວໆ​ມາ​
ນີ້ ບໍລິສັດພັດທະນາ​ທີ່​ດິນ Swire Properties ໃນ​ຮົງ​ກົງ ​ໄດ້​ສະ​ເໜີ​ຂາຍ​ບ້ານ​ເຮືອນ​ທີ່
​ຕົນ​ກໍ່ສ້າງຂຶ້ນ ​ໃນ​ນະຄອນ​ ໄມ​ອາ​ມີ ລັດຟລໍຣິດາ ​ໃຫ້ພວກຊອກຊື້​ບ້ານ​ເຮືອນ​ທີ່​ຮົງ​ກົງ​.

ນາງ Maile Aguila ກ່າວ​ວ່າ “​ເຂດ South Beach ຂອງ​ນະຄອນ ໄມ​ອາ​ມີ ​ເປັນ​ຊາຍ​ຫາກ​ນ້ຳ​ເບີ​ໜຶ່ງ​ໃນ​ອາ​ເມຣິກາ ​ແລະ​ມີ​ຕຶກ​ອາຄານ​ທີ່​ສູງໆ​ຫລາຍ​ກວ່າ 50
ຫລັງທີ່​ກຳລັງກໍ່ສ້າງ​ຢູ່​ ​ສູ່​ມື້​ນີ້. ​ຍັງ​ເປັ​ນບ່ອນ​ສະ​ສົມ​ເຄື່ອງ​ສິນລະປະ​ໃຫຍ່​ທີ່​ສຸດ ​
ແລະ​ມີ​ທີ​ມ​ກີລາທີ່​ສຳຄັນໆ ​ເຊັ່ນ ທີ​ມ ກີລາ​ບານບ້ວງ Miami Heat ທີ​ມ Dolphins ທີ​ມ Marlins ​ແລະ​ທີ​ມ Panthers ​ເປັນ​ຕົ້ນ.”

Apartment ຫຼື​ເຮືອນ​ຫ້ອງ​ແຖວ​ໃຫ່​ເຊົ່າຢູ່​ໄມ​ອາ​ມີ ຈຳນວນ​ຫຼາຍຫລັງ ​ແມ່ນ​ມີ​ໃຫ້​ຂາຍ ​ໃນ​ລາຄາ​ບໍ່ຮອດ 1 ລ້ານ​ດອນ​ລາ ​ແລະ​ສຳ​ຫລັບ​ພວກ​ຜູ້​ຊື້​ໃນ​ຮົງ​ກົງ​ແລ້ວ ແມ່ນເປັນ​ລາຄາ​ທີ່​ຖືກ​ທີ່​ສຸດ.

In Hong Kong, one of the world’s most expensive property markets, housing prices have doubled since 2009.

Chris Parker, who has lived here for seven years says housing costs are a cause for worry.

“This is where I want to be now. I certainly don’t want to go back to the UK," he said. "So I don’t see me ever leaving Hong Kong per se, but I do feel that there will come a point where I am struggling to find a place to live either here or in some other place. I might have to make a change in location.”

Last year, home prices surged a record 13 percent. A 100 square-meter apartment in the center of town has an average cost of $2.3 million. Earlier this year, the government took measures to cool the market for fear that an influx of mainland Chinese buyers may be inflating prices - creating a bubble.

Buyers of properties valued up to $902,000 must make larger down payments, and mortgage rules for second-home purchases have been tightened. Those measures and a cooling economy in China have some property analysts predicting a crash in Hong Kong real estate, but others anticipate just a market slow down.

Joseph Tsang Hon-Ping, managing director of real estate investment company Jones Lang LaSalle, says the government's measures have helped prevent a bubble, in part because buyers can't overload on debt.

“When people talk about bubbles they always talk about 1997, that was 15 or 16 years ago. At the time the interest rate was roughly around 13 percent," he noted. "Today we’re talking about 2 percent. That’s a big difference. The second thing is the loan-to-mortgage ratio. The amount that you can borrow for mortgages is down to 40 or 50 percent, meaning that it’s a very low debt situation, Hong Kong.”

But the high prices are inspiring some people to invest abroad. Swire Properties, a Hong Kong property developer, recently offered Hong Kong buyers properties it has built in Miami, Florida.

“South Beach [in Miami] is the number one beach in America, and it has over 50 skyscrapers currently being built today," explained Maile Aguila, of Swire Properties. "It also houses one of the largest art deco collections and sport franchises such as the Miami Heat, the Dolphins, the Marlins and the Panthers.”

Many of the Miami apartments are on sale for less than $1 million, and, for Hong Kong buyers, that is a bargain.

XS
SM
MD
LG