ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮູບເງົາ 'Moonlight' ໄດ້ຊະນະລາງວາງ Oscar ສຳລັບຮູບເງົາດີເດັ່ນ


ທ່ານ Jimmy Kimmel ແລະ ທ່ານ Warren Beatty ຫົວຂວັນກັນ ຫຼັງຈາກແກ້ໄຂຄວາມຜິດພາດໃນການປະ
ກາດຜົນລາງວັນຮູບພາບດີເດັ່ນ ຈາກຮູບເງົາ La La Land
ມາເປັນຮູບເງົາ Moonlight.
ທ່ານ Jimmy Kimmel ແລະ ທ່ານ Warren Beatty ຫົວຂວັນກັນ ຫຼັງຈາກແກ້ໄຂຄວາມຜິດພາດໃນການປະ ກາດຜົນລາງວັນຮູບພາບດີເດັ່ນ ຈາກຮູບເງົາ La La Land ມາເປັນຮູບເງົາ Moonlight.

ຜູ້ກຳກັບຮູບເງົາທ່ານ Barry Jenkins ຈາກຮູບເງົາ “Moonlight” ບໍ່ໄດ້ເປັນດັ່ງທີ່ອອກ ມາ ຄືໃນຮູບເງົາເລື່ອງ “La La Land” ໄດ້ຮັບໄຊຊະນະລາງວັນຊະນະເລີດສຳລັບຮູບ ພາບດີເດັ່ນ ໃນພິທີ Academy Awards ໃນຄວາມຜິດຫວັງຄັ້ງປະຫວັດສາດໃນການ ມອບລາງວັນ Oscar ທັງເປັນຄວາມລົ້ມແຫຼວຢ່າງບໍ່ເຄີຍມີມາກ່ອນ ທີ່ຜູ້ຊະນະເລີດຍາດ ໄດ້ອີກລາງວັນໜຶ່ງ ໃນຂະນະທີ່ຜູ້ຜະລິດຮູບເງົາ La La Land ກຳລັງກ່າວຄຳປາໄສຢູ່.

ຜູ້ມອບລາງວັນ ທ່ານ Warren Beatty ກັບ ທ່ານນາງ Faye Dunaway ບັງເອີນໄດ້ຈັບ ເອົາຜົນປະກາດຜິດຊອງ ເຊິ່ງເປັນລາງວັນຜູ້ສະນະເລີດນັກສະແດງຍິງດີເດັ່ນນາງ Emma Stone ຂຶ້ນໄປເທິງເວທີສຳລັບລາງວັນສຸດທ້າຍ. ໃນຂະນະທີ່ພວກເຂົາເຈົ້າກຳ ລັງອ່ານວ່າຮູບເງົາ “La La Land” ເປັນຜູ້ສະນະເລີດນັ້ນ, ຕົວແທນສຳລັບຜູ້ຕີພິມບັດ PwC ຊຶ່ງໃນອະດີດແມ່ນ ບໍລິສັດ Price Waterhouse Coopers ຮູ້ສຶກເຖິງຄວາມຜິດ ພາດແລ້ວ ກໍຟ້າວແລ່ນຂຶ້ນໄປເທິງເວທີ ເພື່ອພະຍາຍາມຢຸດຢັ້ງການກ່າວຄຳປາໄສຮັບ ເອົາລາງວັນດັ່ງກ່າວ. ຜູ້ຈັດລາຍການ ທ້າວ Jimmy Kimmel ໄດ້ອອກມາກາງເວທີ ເພື່ອປະກາດໃຫ້ຊາບວ່າ ພວກຊະນະທີ່ແທ້ແລ້ວແມ່ນ ພວກສະແດງຮູບເງົາເລື່ອງ “Moonlight” ໂດຍເອົາດ້ານໃນຂອງຊອງໜັງສືດັ່ງກ່າວໃຫ້ເບິ່ງ ເປັນຫຼັກຖານ. ທ້າວ Kimmel ເຊິ່ງເປັນພິທີກອນຂອງງານຄັ້ງທຳອິດກ່າວວ່າ “ຂ້າພະເຈົ້າຮູ້ແລ້ວວ່າ ຂ້າ ພະເຈົ້າຈະເຮັດຜິດພາດ.”

ສຽງການສະແດງຄວາມຕົກໃຈໄດ້ດັງຟົດສະໜັ່ນທົ່ວໂຮງລະຄອນ. ບັນດາຜູ້ມອບລາງ ວັນ, ຜູ້ຊະນະລາງວັນ ແລະ ຕົວແທນຈາກໂຮງຮຽນແຫ່ງສິລະຮູບເງົາ ແລະ ວິທະຍາ ສາດໄດ້ລວມກຸ່ມກັນເພື່ອເວົ້າລົມກັນເລື່ອງຄວາມວຸ້ນວາຍ. ທ່ານ Beatty ໄດ້ປະຕິເສດບໍ່ ຍອມປ່ອຍຊອງ ຈົດໝາຍໃຫ້ຈົນກວ່າລາວຈະສາມາດຍື່ນຊອງດັ່ງກ່າວໃຫ້ທ່ານ Jenkins ເອງ. ແລ້ວ ທ້າວ Chazelle ກັບ ທ່ານ Jenkins ກໍໄດ້ສວມກອດກັນໄວ້ຖ່າມກາງຄວາມ ວຸ້ນວາຍດັ່ງກ່າວ.

ທ່ານ Jenkins ທີ່ມີທ່າທາງປະຫຼາດໃຈໃນເວລາທີ່ລາວຍ່າງໄປຮອດໄມໂຄຣໂຟນໄດ້ ເວົ້າວ່າ “ແມ່ນກະທັ້ງໃນຄວາມຝັນຂອງຂ້າພະເຈົ້າ ເລື່ອງນີ້ບໍ່ສາມາດເປັນຄວາມຈິງ ໄດ້. ດ້ວຍ ຄວາມຝັນໃນໝໍ້ນາຮົກນັ້ນ. ຂ້າພະເຈົ້າກໍພໍກັບມັນແລ້ວ ເພາະວ່ານີ້ແມ່ນ ເລື່ອງຈິງ.”

ຢູ່ດ້ານຫຼັງເວທີ, ນາງ Stone ໄດ້ກ່າວໃນເວລາຖືຊອງປະກາດຜູ້ຊະນະເລີດຂອງລາວວ່າ “ຂ້າ ພະເຈົ້າຄິດວ່າ ທຸກຄົນແມ່ນຍັງຢູ່ໃນສະພາບຄວາມສັບສົນ.” ຕໍ່ມານັກສະແດງຍິງ ຄົນດັ່ງກ່າວຜູ້ທີ່ໄດ້ສະແດງຄວາມຮັກຂອງລາວຕໍ່ຮູບເງົາ “Moonlight” ໄດ້ກ່າວເພີ່ມ ເຕີມວ່າ “ນີ້ແມ່ນເວລາທີ່ບ້າທີ່ສຸດຕະຫຼອດຂອງການມອບລາງວັນ Oscar ແມ່ນບໍ່? ຄັກຫຼາຍ.”

ແນວໃດກໍຕາມ, ມັນແມ່ນຄວາມຜິດຫວັງທີ່ສະເທືອນໃຈຫຼາຍ ເຊິ່ງ ຮູບເງົາ "La La Land” ໄດ້ຖືກສະເໜີຊື່ຮັບລາງເຖິງ 14 ຄັ້ງ, ເປັນສະຖິຕິທີ່ເທົ່າກັບຮູບເງົາ “Titanic ແລະ ຮູບເງົາ All About Eve.”

ຮູບເງົາຂອງທ່ານ Barry Jenkins ຖືກຜະລິດຂຶ້ນດ້ວຍງົບປະມານພຽງ 1 ລ້ານ 5 ແສນ ໂດລາເທົ່ານັ້ນ, ເປັນຜູ້ຊະນະເລີດລາງວັນ Oscar ທີ່ນ້ອຍກວ່າປົກກະຕິ. ຮູບເງົາດັ່ງກ່າວ ສ້າງລາຍ ໄດ້ກາຍ 22 ລ້ານໂດລາພຽງໜ້ອຍດຽວຢູ່ບ່ອນຂາຍປີຮູບເງົາ Block Buster, ມັນແມ່ນຜູ້ຊະ ນະເລີດຮູບພາບດີເດັ່ນທີ່ມີລາຍໄດ້ນ້ອຍທີ່ສຸດເທົ່າທີ່ເຄີຍມີມາ ແຕ່ກໍເປັນ ໜຶ່ງຮູບເງົາທີ່ຖືກມັກຮັກຢ່າງແຮງ. ຮູບເງົາ Moonlight ຖືກເປີດຕົວໂດຍບໍລິສັດ Indie ຜູ້ຈຳ ໜ່າຍ A24, ແລະ ກໍຍັງ ມີຜູ້ສະໜັບສະໜູນລາຍໃຫຍ່ຢູ່ເບື້ອງຫຼັງພວກເຂົາເຈົ້າ, ລວມ ທັງແຜນ B ຂອງນັກສະແດງ Brad Pitt, ເຊິ່ງກໍຍັງໄດ້ຮັບການໜູນຫຼັງໂດຍຜູ້ຊະ ນະເລີດໃນປີ 2015, ຮູບເງົາ “12 Year Slave.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Director Barry Jenkins and producer Adele Romanski celebrating the best picture win for "Moonlight."
Director Barry Jenkins and producer Adele Romanski celebrating the best picture win for "Moonlight."







Mahershala Ali poses in the press room with the award for best actor in a supporting role for "Moonlight" at the Oscars on Feb. 26, 2017, at the Dolby Theatre in Los Angeles.
Mahershala Ali poses in the press room with the award for best actor in a supporting role for "Moonlight" at the Oscars on Feb. 26, 2017, at the Dolby Theatre in Los Angeles.
Best Foreign Language Film The Salesman Asghar Farhadi (Iran) is accepted by a designated woman reading Farhadi's statement.
Best Foreign Language Film The Salesman Asghar Farhadi (Iran) is accepted by a designated woman reading Farhadi's statement.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG