ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

'Birdman' ໄດ້ຮັບ ລາງວັນ ຮູບເງົາດີເດັ່ນ ຂອງ Academy Awards


ຮູບ​ເງົາ​ເລື້ອງ Birdman ​ທີ່ເປັນ​ເລື້ອງກ່ຽວ​ກັບອະດີດນັກສະ​ແດງ
​ຮູບ​ເງົາ ທີ່​ເຖົ້າລົງ​ນັບ​ມື້ ​ນຳ​ສະ​ແດງ​ໂດຍ Michael Keaton ​ນັ້ນ
ໄດ້​ຮັບ​ລາງວັນ​ຕຸກກະຕາ​ຄຳ Oscar ສຳ​ຫລັບ​ຮູບ​ເງົາ​ດີ​ເດັ່ນ ​ໃນ​
ວັນ​ອາທິດ​ວານ​ນີ້ ຢູ່​ທີ່​ງານ Academy Awards ປະຈຳ​ປີ​ທີ 87.

ຜູ້​ກຳກັບຮູບ​ເງົາ Birdman ທ່ານ Alejandro Inarritu ​ໄດ້​ອຸທິດ
​ລາງວັນ​ນີ້ ​ໃຫ້​ແກ່​ເພື່ອນ​ຊາວ​ເມັກ​ຊິ​ໂກ​ຂອງ​ທ່ານ ລວມທັງພວກ​ທີ່​
ໄດ້​ພາ​ກັນ​ລັກ​ຂ້າມ​ເຂົ້າມາ​ໃນ​ສະຫະລັດນັ້ນດ້ວຍ. ທ່ານ ກ່າວ​ວ່າ
ທ່ານ​ຫວັງ​ວ່າ​ພວກ​ເຂົາ​ເຈົ້າ ຈະ​ໄດ້​ຮັບ “ການ​ປະຕິບັດ​ຢ່າງ​ມີ​
ກຽດ​ສັກ​ສີ ​ແລະ ດ້ວຍ​ຄວາມ​ເຄົາລົບນັບຖື”
​ ຄື​ກັນກັບຊາ​ວ
ອົບ​ພະ​ຍົບ​ເມັກ​ຊິ​ກັນລຸ້ນກ່ອນ ຜູ້​ທີ່​ໄດ້​ຊ່ວຍ​ສ້າງ​ສາສະຫະລັດນັ້ນ. ທ່ານ Inarritu ຍັງ​ໄດ້​
ຮັບ​ລາງວັນ Oscar ​ຜູ້​ກຳ​ກັບ​ດີ​ເດັ່ນ​ ​ຍ້ອນເລື້ອງ Birdman ນຳ.

Will "Birdman" Soar at Oscars?
please wait

No media source currently available

0:00 0:03:04 0:00

ຕຸກກະຕາ​ຄຳ Oscar ສຳ​ຫລັບນັກສະ​ແດງ​ດີ​ເດັ່ນຝ່າຍ​ຊາຍ ​ແມ່ນ​ ເປັນ​ຂອງ​ Eddie
Redmayne ສຳ​ຫລັບການສະ​ແດງ​ທີ່​ໜ້າ​ສະ​ເທືອ​ນໃຈ ​ໃນ​ບົດ​ນັກ​ຟີ​ສິກ​ທີ່​ໂດ່​ງດັງ ທ່ານ
Stephen Hawking ​ໃນ​ເລື້ອ​ງ The Theory of Everything.

ສ່ວນ Julianne Moore ​ໄດ້​ຮັບ​ຕຸກກະຕາ​ຄຳ Oscar ສຳ​ຫລັບນັກ ສະ​ແດງ​ດີ​ເດັ່ນຝ່າຍ​ຍິງ ຊຶ່ງ​ສະ​ແດງເປັນຜູ້ຍິງ​ຜູ້ທີ່​ໄດ້​ຖືກ​ວິນິ​ໄສ​ວ່າ​ມີ​ພະຍາດຄວາມ​ຈຳ​ເຊື່ອມ ຫຼື Alzheimer’s ​ໃນ​ເລື້ອງ Still Alice. ທ່ານ​ນາງ Moore ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ດີ​ອົກ​ດີ​ໃຈ​ທີ່​ໄດ້ສະ​ແດ​ງໃນຮູບ​ເງົາເລື້ອງ​ນີ້ ເພື່ອ “ສ່ອງ​ແສງ​ໃຫ້​ເຫັນ” ​ ກ່ຽວ​ກັບ​ພະຍາດ​ດັ່ງກ່າວ ຍ້ອນ​ວ່າ ຫຼາຍໆ​ຄົນ​ທີ່​ມີ​ພະຍາດ​ນີ້ ​ແມ່ນຮູ້ສຶກ​ວ່າ ຕົນ​ຖືກ “​ໂດດດ່ຽວ.”

'Still Alice': A Story of Loss, Through Patient's Eyes
please wait

No media source currently available

0:00 0:03:00 0:00

ງານ Academy Awards ທີ່​ເຕັມ​ໄປ​ດ້ວຍດາຣາ​ນັ້ນ ມີ​ດາຣາ​ໂທລະ ພາບ Neil Patrick Harris ​ເປັນ​ພິທີ​ກອນ ຊຶ່ງ​ໃນ​ຕອນ​ນຶ່ງ​ ຜູ້ກ່ຽວ ໄດ້​ອອກ​ມາ​ປະກາດ​ຢູ່​ເທິງເວທີ ຂອງ​ໂຮງ​ຮູບ​ເງົາ Dolby Theatre ໃນ​ນະຄອນ ລອສ ​ແອນ​ຈີ​ແລ​ສ ໃສ່​ແຕ່​ສົ້ງຊັ້ນ​ໃນ ​ໂດຍ​ລໍ້​ລຽນ​ສາກ​ນຶ່ງ​ໃນ​ເລື້ອງ Birdman.

ACADEMY AWARDS VIDEO
please wait
Embed

No media source currently available

0:00 0:03:14 0:00

ຄວາມຜິດພາດຂອງ ເຊີເວີ

Oops, as you can see, this is not what we wanted to show you! This URL has been sent to our support web team to the can look into it immediately. Our apologies.

Please use Search above to see if you can find it elsewhere

ລວບລວມພາບ: Oscars Red Carpet

XS
SM
MD
LG