ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮູບເງົາ 'Spotlight' ໄດ້ຊະນະ ລາງວັນ Oscar ຂອງ Academy Awards ສຳລັບຮູບເງົາ ທີ່ດີເດັ່ນ


Michael Sugar, ກາງ, ແລະບັນດານັກສະແດງປະກອບ ແລະທີມງານ ຂອງຮູບເງົາເລື່ອງ “Spotlight” ຮັບມອບ ລາງວັນດີເດັ່ນ ຢູ່ທີ່ ງານມອບລາງວັນ Film Independent Spirit Awards ໃນ ນະຄອນ Santa Monica, ລັດຄາລີຟໍເນຍ, ວັນທີ 27 ກຸມພາ 2016.
Michael Sugar, ກາງ, ແລະບັນດານັກສະແດງປະກອບ ແລະທີມງານ ຂອງຮູບເງົາເລື່ອງ “Spotlight” ຮັບມອບ ລາງວັນດີເດັ່ນ ຢູ່ທີ່ ງານມອບລາງວັນ Film Independent Spirit Awards ໃນ ນະຄອນ Santa Monica, ລັດຄາລີຟໍເນຍ, ວັນທີ 27 ກຸມພາ 2016.

ຮູບເງົາເລື່ອງ Spotlight ຊຶ່ງເປັນເລື່ອງກ່ຽວກັບ ການສືບສວນ
ສອບສວນ ເບິ່ງການລະເມີດທາງເພດຕໍ່ເດັກນ້ອຍ ຢູ່ໃນໂບດ
ແຄທໍລິກ ຂອງໜັງສືພິມ Boston Globe ທີ່ໄດ້ຮັບລາງວັນ
Oscar ສຳລັບຮູບເງົາດີເດັ່ນ ຢູ່ໃນງານມອບລາງວັນ Academy
Awards ຄັ້ງທີ 88 ໂດຍໄດ້ຊະນະ ຮູບເງົາດີໆທັງຫຼາຍ ທີ່ເຂົ້າ
ແຂ່ງຂັນ ລວມມີເລື່ອງ The Revenant, Mad Max, Room
ແລະ Bridge of Spies.

ນັກສະແດງຊາຍ Leonardo DiCaprio ໄດ້ຮັບການສັນລະເສີນ
ຈາກຜູ້ຊົມທີ່ຢືນຂຶ້ນຕົບມື ໃນເວລາ ລາວໄດ້ຮັບມອບ ລາງວັນ
Oscar ເປັນຄັ້ງທຳອິດຂອງລາວ ໃນຄ່ຳຄືນວັນອາທິດວານນີ້. ນັກສະແດງຜູ້ມີປະສົບປະການ ຄົນນີ້ ໄດ້ຮັບໄຊຊະນະ ສຳລັບບົດບາດນຳ ທີ່ສະແດງ
ເປັນຄົນທີ່ອາໄສຢູ່ເຂດປ່າດົງພົງໄພ ຜູ້ບໍ່ຍອມລົດລະ ຄວາມພະຍາຍາມຂອງຕົວເອງ
ເພື່ອຕາມລ່າລ້າງແຄ້ນ ໃນພື້ນທີ່ຫຼາຍກິໂລແມັດ ທີ່ເຕັມໄປດ້ວຍຫິມະ. ທ້າວ DiCaprio
ໄດ້ຂອບອົກຂອບໃຈ ບັນດານັກສະແດງປະກອບ ແລະ ທີມງານ ຂອງເລື່ອງ The
Revenant ສຳລັບການສ້າງ “ພາບພະຍົນ ທີ່ເຮັດໃຫ້ມີຄວາມຮູ້ສຶກ ເໝືອນກັບທຳມະ
ຊາດ.”
ລາວຍັງໄດ້ເຕືອນ ໃນຄຳຖະແຫລງ ເວລາຮັບລາງວັນ ວ່າ “ການປ່ຽນແປງຂອງ
ດິນຟ້າອາກາດ ແມ່ນເປັນຈິງ”
ໂດຍເອີ່ຍເຖິງບັນດາຜູ້ສ້າງຮູບເງົາ ທີ່ໄດ້ເດີນທາງໄປຍັງ
ເຂດສູງສຸດທາງພາກໃຕ້ຂອງໂລກ “ພຽງແຕ່ໄປຊອກຫາຫິມະຊື່ໆ.”

ຜູ້ກຳກັບເລື່ອງ The Revenant ທ່ານ Alejandro Inarritu ໄດ້ຊະນະ ເປັນຜູ້ກຳກັບ
ດີເດັ່ນ ສຳລັບປະເພດ ຜູ້ກຳກັບ ສອງປີລຽນຕິດ ຫຼັງຈາກທີ່ໄດ້ໄຊຊະນະ ເມື່ອປີກາຍນີ້
ສຳລັບ ເລື່ອງ Birdman. ພ້ອມກັນນັ້ນ ທ່ານ Emmanuel Lubezki ກໍໄດ້ຮັບລາງວັນ
Oscar ສາມປີລຽນຕິດ ທີ່ເປັນປະວັດການ ສຳລັບ ຜົນງານການຖ່າຍທຳຮູບເງົາ ຂອງ
ຜູ້ກ່ຽວ ໃນເລື່ອງ The Revenant ນຳດ້ວຍ.

ນັກສະແດງຍິງ ນາງສາວ Brie Larson ຜູ້ທີ່ໄດ້ຄາດກັນໄວ້ແລ້ວວ່າ ຈະເປັນຜູ້ທີ່ໄດ້ຮັບ
ໄຊຊະນະ ລາງວັນ Oscar ສຳລັບ ນັກສະແດງຍິງດີເດັ່ນ ຊຶ່ງບໍ່ເປັນທີ່ຜິດຫວັງ ໂດຍໄດ້
ຮັບລາງວັນ ສຳລັບບົດບາດເປັນ ແມ່ທີ່ຖືກລັກພາຕົວໄປ ໃນເລື່ອງ Room ນັ້ນ.

Academy Awards
please wait
Embed

No media source currently available

0:00 0:04:23 0:00

XS
SM
MD
LG