ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນ​ການ​ປະ​ກວດ ​ລາງວັນຕຸກກະຕາ​ຄໍາ​ ຂອງ​ສະຫະລັດ (ເບິ່ງສະໄລດ໌)


Xe điện ngầm trồi lên đường phố Bangkok, Thái Lan.
Xe điện ngầm trồi lên đường phố Bangkok, Thái Lan.

ຮູບເງົາສີຂາວ​ດໍາ​ເລື່ອງ ​The Artist ໄດ້​ຮັບ​ລາງວັນ​ຫລາຍ​ກ່ວາ​ໝູ່​ໃນ​ການປະກາດ​ລາງວັນ
ຕຸກ​ກະ​ຕໍາ​ຄໍາ ຫລື Oscar ຄັ້ງ​ທີ 84 ​ໃນ​ຄືນວັນ​ອາທິດ​ວານ​ນີ້ ​ໂດຍ​ໄດ້​ຮັບລາງວັນຮູບ​ເງົາ
ດີ​ເດ່​ນ, ຜູ້​ກໍາກັບ​ດີ​ເດັ່ນ ​ແລະ​ນັກສະ​ແດງ​ນໍາ​ຍອດ​ຍ້ຽມຝ່າຍ​ຊາຍ.

ດາລາຊາວຝຣັ່ງ Jean Dujardin ​ໄດ້​ຮັບ​ລາງວັນນັກສະ​ແດງ​ນໍາ​ຊາຍຍອດ​ຍ້ຽມ ​ສໍາລັບ
ບົດ​ບາດຂອງ​ລາວ ​ໃນ​ຮູບ​ເງົາ​ດັ່ງກ່າວ ທີ່​ເປັນ​ເລື່ອງ​ລາວ​ຂອງ​ການ​ຕໍ່ສູ້​ຂອງນັກສະ​ແດງ​
ຮູບ​ເງົາ​ໃນສະ​ໄໝຍຸກ​ກືກ ຫລື​ບໍ່​ມີ​ສຽງນັ້ນ ໃນ​ຂະນະ​ທີ່ Michel Hazanavicius ​ໄດ້ຮັບ
ລາງວັນຜູ້​ກໍາກັບດີ​ເດ່​ນ

ດາລາ​ຍິງ​ຊາວ​ອາ​ເມຣິກັນ Meryl Streep ​ໄດ້​ຊະນະ​ລາງວັນ Oscar ​ເປັນ​ຄັ້ງ​ທີ່ 3 ​
ໃນ​ຖານະນັກສະ​ແດງ​ນໍາ​ຍິງຍອດ​ຍ້ຽມ ​ໃນ​ບົດບາດ​ຂອງນາງທີ່ສະແດງ ເປັນອະດີດນາຍົກ
ລັດຖະມົນຕີອັງກິດທ່ ານນາງ Margaret Thatcher ໃນຮູບເງົາເລື່ອງ The Iron Lady.

Christopher Plummer ​ໄວ 82 ປີ ໄດ້ສ້າງປະຫວັດສາດ ​ໂດຍໄດ້ເປັນນັກສະແດງ
ທີ່ມີອາຍຸສູງສຸດ ທີ່ໄດ້ຮັບລາງວັນ Oscar ສໍາລັບນັກສະແດງປະກອບຍອດຍ້ຽມໃນຮູບ
ເງົາເລື່ອງ Beginners ທີ່ລາວຮັບບົດເປັນພໍ່ໝ້າຍສູງອາຍຸ ທີ່ບໍ່ອັບອາຍຕໍ່ການເປັນຄົນ
ທີ່ມັກມີເພດສໍາພັນຮ່ວມກັບຄົນເພດດຽວກັນ.

ສ່ວນ​ດາລາ​ຮູບ​ເງົາ​ຊາວ​ຜິວ​ດໍາ Octavia Spencer ໄດ້ຮັບໃຫ້ກຽດຈາກ​ເພື່ອ​ນຮ່ວມ​ອາຊີບ
ທີ່​ລຸກ​ຢືນ​ຕົບມື​ໃຫ້​ນາງ ທີ່ໄດ້ຮັບລາງວັນນັກສະແດງປະກອບທີ່ຍອດຍ້ຽມໃນເລື່ອງ
The Help. ຊຶ່ງນາງ​ເປັນ​ຜູ້ນຶ່ງໃນສອງ ນັກສະແດງທີ່ຖືກສະ​ເໜີ​ຊື່​ເຂົ້າ​ແຂ່ງ​ຂັນຈາກຮູບ​ເງົາ
ເລື່ອງດັ່ງກ່າວ ຊຶ່ງ​ເປັນເລື່ອງລາວຂອງຄົນຮັບ ໃຊ້ຊາວ African-American ຢູ່ໃນພາກໃຕ້
ຂອງສະຫະລັດ ທີ່​ມີ​ການແບ່ງ ແຍກຜີວພັນໃນຊຸມປີ 1960 ນັ້ນ.

XS
SM
MD
LG