ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຄົນພາກັນປະນາມການໂຈມຕີດ້ວຍການໃຊ້ມີດແທງຄົນຢູ່ເທິງລົດໄຟຢູ່ ​ເມືອງ Portland


ທ່ານ Ted Wheeler ​ເຈົ້າ​ເມືອງ ​ເມືອງ Portland ​ກ່າວຢູ່ກອງປະຊຸມຖະແຫລງຂ່າວ ພາຍຫລັງທີ່ມີການແທງ ຊາຍສອງ​ຄົນໃນວັນສຸກຜ່ານມານີ້ ທີ່​ເມື​ອງ Portland, ລັດ Oregon.
ທ່ານ Ted Wheeler ​ເຈົ້າ​ເມືອງ ​ເມືອງ Portland ​ກ່າວຢູ່ກອງປະຊຸມຖະແຫລງຂ່າວ ພາຍຫລັງທີ່ມີການແທງ ຊາຍສອງ​ຄົນໃນວັນສຸກຜ່ານມານີ້ ທີ່​ເມື​ອງ Portland, ລັດ Oregon.

ບໍ່ພໍ​ເທົ່າ​ໃດ​ມື້ ພາຍຫລັງ​ທີ່​ທ່ານ ດໍ​ໂນ​ລ ທຣໍາ ປະທານາທິບໍດີສະຫະລັດ ບອກ​ໃຫ້​ພວກ​ຜູ້​
ນໍາ​ຊາວ​ມຸສລິ​ມວ່າ ​ຕ້ອງ​ໄດ້​ສາມັກຄີ​ກັນ ກໍາຈັດ​ການກໍ່ການ​ຮ້າຍ ​ແລະ​ຫົວ​ຮຸນ​ແຮງ​ຈັດ
ແລ້ວຊາຍ​ຄົນ​ນຶ່ງ​ທີ່​ຂີ່​ລົດ​ໄຟ ​ໃນ​ເມື​ອງ Portland, ລັດ Oregon, ທາງ​ພາກ​ຕາ​ເວັນ​ຕົກ
ສຽງ​ເໜືອຂອງ​ສະຫະລັດ ກໍ​ໄດ້ຮ້ອງ​ດ່າ ພວກ​ຊາວໜຸ່ມມຸສລິ​ມ ສອງ​ຄົນດ້ວຍ​ຄໍາ​ເວົ້າ
ຕ້ານ​ມຸດ​ສະ​ລິມ ​ແລ້ວ​ກໍ​ຂ້າ​ເຂົາ​ເຈົ້າ ພ້ອມ​ທັງ​ເຮັດ​ໃຫ້​ອີກ​ຜູ້ນຶ່ງ​ ທີ່​ເຂົ້າມາ​ຫ້າມ​ລາວ​ນັ້ນ ​ໄດ້​ຮັບ​ບາດ​ເຈັບ.

ການ​ຕອບ​ໂຕ້​ຈາກ​ເຈົ້າໜ້າທີ່​ໃນ​ທ້ອງ​ຖິ່ນ ​ແລະ​ໃນ​ລັດ ​ແລະ​ຄົນ​ອື່ນໆຢູ່​ໃນ​ສ່ວນ​ອື່ນ​ຂອງ​
ປະເທດ ຕໍ່ການໂຈມ​ຕີ​ໃນ​ວັນ​ສຸກ​ຜ່ານ​ມາ ​ໄດ້​ໃຊ້​ຄໍາ​ເວົ້າ​ຢ່າງ​ແຮງ​ໂດຍ​ໄດ້​ປະກາດ​ວ່າ
ການ​ໂຈມຕີ​ດ້ວຍ​ຄວາມ​ກຽດຊັງເຊັ່ນ​ນັ້ນ ບໍ່ວ່າຈະ​ຢູ່ໃນ​ຊຸມ​ຊົນ​ໃດ ຫລື​ຢູ່​ໃນ​ສະຫະລັດ
​ກໍ​ບໍ່ມີ​ໃຜ​ຮັບ​ໄດ້.

ຕໍາ​ຫລວດ​ເມືອງ Portland ​ໄດ້​ເວົ້າວ່າ ຍິງສາວຄົນ​ນຶ່ງ ​ໃນ​ຈໍານວນ​ສອງ​ຄົນ​ນັ້ນ ​ໃສ່​ຜ້າ
ຄຸມ​ຫົວແລະ​ວ່າ ຜູ້​ທໍາ​ການ​ໂຈມ​ຕີ​ໄດ້​ຮ້ອງ​ດ່າ​ໃນ​ຫລາຍໆ​ເລື່ອງ ​ໂດຍ​ໃຊ້ "ຄໍາ​ເວົ້າທີ່​ສະ
​ແດງ​ການກຽດຊັງ
ຫລື​ເວົ້າບໍ່ດີ."

ທ່ານ Ted Wheeler ​ເຈົ້າ​ເມືອງ ​ເມືອງ Portland ​ເວົ້າວ່າ "ຜູ້​ຊາຍ​ສອງ​ຄົນ​ໄດ້​ເສຍ​ຊີວິດ
ຍ້ອນ​ການ​ລຸກຂຶ້ນຕໍ່ຕ້ານຄົນ​ທີ່​ປ່ອຍ​ຄໍາ​ເວົ້າດ່າ​ດ້ວຍ​ຄວາມ​ກຽດຊັງ​ຕໍ່ຜູ້​ໂດຍສານ​ທີ່​ເປັນ​
ຊາວ​ມຸສລິ​ມ ​ໃນ​ລົດໄຟສໍາລັບຄົນ​ໂດຍສານ ທີ່​ແລ່ນ​ໃນຕອນ​ບ່າຍ." "ບັນຍາກາດ​ທາງ
​ການ​ເມືອງ​ຂອງ​ພວກ​ເຮົາ​ໃນ​ເວລາ​ນີ້ ​ໄດ້ອໍານວຍ​ໃຫ້ຜູ້​ແຜ່ຜາຍ​ຄວາມ​ກຽດຊັງ​ຍ້ອນ​ສາດ
ສະໜາ ​ໄດ້​ກະທໍາ​ຕາມ​ສະບາຍ​ໃຈ​ຫລາຍ​ໂພດ.

ຄໍ​າ​ເວົ້າທີ່​ຮຸນ​ແຮງສາມາດ​ພາ​ໃຫ້​ມີ​ການ​ກະທໍາ​ແບບ ຮຸນ​ແຮງ. ບັນ​ດາ​ຜູ້​ນໍາ​ທີ່​ໄດ້​ຮັບ​ການ
​ເລືອກ​ຕັ້ງ​ໃນ​ອາ​ເມຣິກາ, ຄົນທີ່​ມີ​ສະຕິດີ ທຸກ​ຄົນ​ຕ້ອງ​ໄດ້ ຕັ້ງ​ໃຈ​ເຮັດ​ວຽກຮ່ວມ​ກັນ ​ເພື່ອ
​ປ່ຽນ​ແປງ​ແບບ​ສົນທະນາທາງ​ການ​ເມືອງ​ຂອງ​ພວກ​ເຮົາ."

ທ່ານ​ນາງ Kate Brown ​ຜູ້ປົກຄອງ​ລັດ Oregon ​ໄດ້​ກ່າວ​ວ່າ "ຫົວ​ໃຈ​ຂອງ​ທ່ານ​ນາງ​ໄດ້
​ແຕກ​ສະຫລາຍ". "ຄວາມ​ປອດ​ໄພ​ໃນ​ເວລາ​ເດີນທາງ​ຢູ່ທົ່ວ​ທຸກບ່ອນ​ໃນ​ຊຸ​ມຊົນຂອງ​
ພວກ​ເຮົາ ​ແມ່ນ​ສິດທິ​ມະນຸດ​ຂັ້ນພື້ນຖານ ທີ່​ພວກ​ເຮົາ​ຕ້ອງ​ຮັບປະກັນ​ວ່າ​ ທຸກ​ຄົນ​ຕ້ອງ​ໄດ້
​ຮັບ ບໍ່ກ່ຽວຂ້ອງ​ວ່າ​ເຂົາ​ເຈົ້າຈະ​ມາ​ແຕ່​ໃສ ​ແລະ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າຈະແມ່ນ​ຫຍັງ
ກໍ​ຕາມ".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG