ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຄົນອະເມຣິກັນ ທີ່ຖືກອົງການ NSA ດັກຟັງ ການໂອ້ລົມກັນ ມີຫຼາຍກ່ວາ ຄົນຕ່າງປະເທດ 9 ເທົ່າໂຕ


ສຳນັກງານໃຫຍ່ຂອງອົງການຄວາມໝັ້ນຄົງແຫ່ງຊາດ (NSA) ທີ່ Fort Meade, ລັດ Maryland.
ສຳນັກງານໃຫຍ່ຂອງອົງການຄວາມໝັ້ນຄົງແຫ່ງຊາດ (NSA) ທີ່ Fort Meade, ລັດ Maryland.

ລາຍ​ງານ​ຢູ່​ໃນ​ໜັງສືພິມ​ໃຫຍ່​ສະບັບ​ນຶ່ງຂອງ​ສະຫະລັດ ກ່າວ​ວ່າ
​ເວລາ​ອົງການ​ຄວາມໝັ້ນຄົງແຫ່ງ​ຊາດ NSA ດັກ​ຟັງການ​ຕິດ​ຕໍ່​
ກັນ​ຕ່າງໆ ທາງ​ອິນ​ເຕີ​ແນັດ ຂອງ​ພວກ​ຊາວ​ຕ່າງປະ​ເທດ​ທີ່​ຕົກ
​ເປັນ​ເປົ້າ​ໝາຍ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ໃນ​ຊ່ວງ 4 ປີຜ່ານມາ
ນັ້ນ ອົງການ​ດັ່ງກ່າວ​ຍັງ​ໄດ້​ບັນທຶກ​ການ​ໂອ້​ລົມ​ກັນ ​ ຂອງ​ພວກຄົນ
ທຳ​ມະ​ດາສາມັນ ​ທີ່​ຊົມ​ໃຊ້​ລະ​ບົບ Internet ທັງຄົນ​ອະ​ເມຣິກັນ ​
ແລະ​ບໍ່​ແມ່ນ​ຄົນ​ອະ​ເມຣິກັນ​ນຳນັ້ນ ຫຼາຍ​ເຖິງ 9 ​ເທົ່າ​ໂຕ.

ໃນ​ບົດ​ຂ່າວທີ່​ພິມ​ລົງ​ໃນ website ຂອງ​ຕົນ​ໃນ​ແລງ​ວັນ​ເສົາ​ວານ
​ນີ້ ໜັງສືພິມ Washington Post ​ກ່າວ​ວ່າ ​ມີເກືອບ​ເຄິ່ງນຶ່ງ​ຂອງ
file ເອກະສານ​ການຕິດຕາມ​ສິ້ງຊອມເບິ່ງ​ນັ້ນ ທີ່ບັນ​ຈຸ​ຊື່ ທີ່​ຢູ່​ທາງ email ​ແລະລາຍ​ລະ
ອຽດ​ອື່ນໆ ທີ່​ອົງການ​ຄວາມ​ໝັ້ນຄົງແຫ່ງ​ຊາດ ຫຼື NSA ໝາຍ​ໄວ້​ວ່າ ​ເປັນ​ຂອງ​ພົນລະ
ເມືອງ​ສະຫະລັດ ຫຼື​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ສະຫະລັດ​ນັ້ນ.

​ເອກະສານ​ທີ່​ລັກ​ດັກ​ຟັງ​ທີ່​ເກັບ​ມ້ຽນ​ໄວ້​ຢ່າງ​ຫຼວງ​ຫຼາຍ​ເຫລົ່າ​ນີ້ ​ແມ່ນນາຍ Edward Snowden ອະດີດ​ນັກວິ​ເຄາະປະຈຳ​ອົງການ NSA ມອບ​ໃຫ້​ໜັງສືພິມ Washington Post ຊຶ່ງ​ຜູ້ກ່ຽວ​ໄດ້​ຫລົບໜີ​ຈາກ​ສະ​ຫະລັດ ​ແລະ​ເວລາ​ນີ້ ອາ​ໄສ​ຢູ່​ໃນຣັດ​ເຊຍ​.

ໜັງສືພິມ​ສະ​ບັບ​ນີ້ ກ່າວ​ວ່າ ​ໄດ້​ມີ “ການ​ພົບ​ເຫັນຂໍ້​ມູນ​ທີ່​ມີຄຸນຄ່າຢ່າງ​ຫລວງຫລາຍ”​ ໃນ​ການ​ຕິດ​ຕໍ່ສື່ສານ​ກັນ ​ທີ່​ທາງ​ NSA ດັກ​ຟັງ​ນັ້ນ ຊຶ່ງຮວມທັງ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍລັບ​ໃນ​ຕ່າງປະ​ເທດ ການປະຕິບັດ​ງານ​ແບບ​ສອງ​ໜ້າ ຂອງ “ລັດ
ຖະບານ​ທີ່​ສະ​ແດງ​ຕົນ​ວ່າ​ເປັນພັນທະ​ມິດຢ່າງ​ອອກ​ນອກ​ໜ້າ”
​ໄພພິບັດ​ທາງ​ດ້ານ​ທະຫານ​ຂອງ​ມະຫາ​ອຳນາດ​ນຶ່ງທີ່​ບໍ່​ເປັນ​ມິດ ​ແລະ​ຊື່ສຽງຂອງ​ພວກ​ທີ່​ບຸກລຸກເຂົ້າ​ໄປ​ໃນ
​ເຄືອ​ຂ່າຍ​ຄອມ​ພີ​ວ​ເຕີ ຕ່າງໆ​ຂອງ​ສະຫະລັດ​.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ​ວໍ​ຊິງ​ຕັນ ຍັງບໍ່​ທັນໄດ້​ໃຫ້​ຄວາ​ມຄິດ​ຄວາມ​ເຫັນ​ໃດໆ​ ​ກ່ຽວ​ກັບ​ລາຍ​ງານ​ຂອງ​ໜັງສືພິມ​ສະ​ບັດ​ດັ່ງກ່າວ​ໃນ​ເວລາ​ນີ້.

XS
SM
MD
LG