ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາ ຝ່າຍຄ້ານ ຣັດເຊຍ ກັບຄືນໄປເຖິງ ກຸງມົສກູ ແລ້ວ (ວິດີໂອ)


ຜູ້ນໍາຝ່າຍຄ້ານ ຣັດເຊຍ ທ່ານ Alexei Navalny ​ໄດ້​ກັບ​ຄືນ​
ໄປ​ຍັງນະຄອນມົສກູ​ແລ້ວ ຫລັງ​ຈາກ​ໄດ້​ຖືກ​ປ່ອຍ​​ ​ຢ່າ​ງບໍ່​ຄາດ​
ຝັນ ​
ຜູ້ນໍາຝ່າຍຄ້ານ ຣັດເຊຍ ທ່ານ Alexei Navalny ​ໄດ້​ກັບ​ຄືນ​ ໄປ​ຍັງນະຄອນມົສກູ​ແລ້ວ ຫລັງ​ຈາກ​ໄດ້​ຖືກ​ປ່ອຍ​​ ​ຢ່າ​ງບໍ່​ຄາດ​ ຝັນ ​
ຜູ້​ນໍາ​ຝ່າຍ​ຄ້ານ ຣັດ​ເຊຍ ທ່ານ Alexei Navalny ​ໄດ້​ກັບ​ຄືນ​
ໄປ​ຍັງນະຄອນມົສກູ​ແລ້ວ ຫລັງ​ຈາກ​ໄດ້​ຖືກ​ປ່ອຍ ​ຢ່າ​ງບໍ່​ຄາດ​
ຝັນ ​ແລະ​ກ່າວ​ວ່າ ທ່ານ​ຈະ​ດໍາ​ເນີ​ນການ​ໂຄສະນາ​ຫາ​ສຽງສະ
ໝັກ​ເປັນ​ເຈົ້າ​ຄອງ​ນະຄອນຫລວງມົສກູ.

ທ່ານ ​ແລະ​ພັນ​ລະ​ຍາ ​ໄດ້​ຂີ່​ລົດ​ໄຟ​ຂ້າມ​ຄືນຈາກ​ເມືອງ Kirov
ໄປ​ເຖິງ​ນະຄອນຫຼວງມົສກູ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້ແລະ​
ໄດ້​ຖືກ​ຕ້ອນຮັບ ຈາກ​ພວກສະໜັບສະໜຸນ​ ຮ້ອງ​ໂຮ​ຢ່າງ​ໜາ​
ແໜ້ນ. ທ່ານ Navalny ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ວ່າ ທ່ານ​ຈະ​ລົງ​ສະ
ໝັກ​ເລືອກ​ຕັ້ງ ເປັນ​ເຈົ້າ​ຄອງ​ນະຄອນ​ໃນ​ວັນ​ທີ 8 ​ເດືອນກັນ
ຍາຈະມາ​ເຖິງ ນີ້ ​ແລະ​ຈະ​ໄດ້​ຮັບໄຊຊະນະ. ​

ທີ່​ເມືອງ Kirov ​ໃນ​ວັນ​ພະຫັດຜ່ານ​ມາ ທ່ານ Navalny ​ໄດ້​ຖືກຕັດສິນ​ລົງ ໃຫ້ ຕິດ​ຄຸກ 5 ປີ ຫລັງ​ຈາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ຖານສໍ້​ໂກງ​ເງິນຄ້າໄມ້ 5 ​ແສນ​ໂດ​ລາ ຈາກ​ບໍລິສັດ​ລັດ​ວິ​ສາ​ຫະກິດ​ ເວລາ​ທ່ານ​ເຮັດ​ວຽກ ເປັນ​ທີ່​ປຶກສາເຈົ້າ​ແຂວງ​ໃນ​ປີ 2009. ​

ແຕ່ສານ​ອຸທອນ​ ​ໄດ້​ສັ່ງ​ໃຫ້ປ່ອຍ​ໂຕ​ທ່ານ​ຢ່າງ​ບໍ່​ຄາດ​ຝັນ​ໃນ​ ວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່​ທ່ານຂໍ​ອຸທອນ​ຕໍ່ການ​ຕິດ​ສິນໂທດດັ່ງກ່າວແລະ​ລົງ​ສະ ໝັກ​ເລືອກ​ຕັ້ງ.​

ປະຊາຊົນ​ຊາວຣັດ​ເຊຍ​ຈຳນວນ​ຫຼາຍພັນ​ຄົນ ຢູ່​ໃນ​ຫລາຍໆ​ຫົວ​ເມືອງ ​ໄດ້​ພາກັນ ​ໂຮມ​ຊຸມນຸມ​ເດີນ​ຂະ​ບວນຕໍ່ຕ້ານ​ການ​ຕັດສິນ​ໂທດ​ທີ່​ວ່າ​ນີ້.

ທຳນຽບຂາວ ​ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມາວ່າ ຕົນ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ​ ກ່ຽວ​ກັບ​ການ​ຕັດສິນ​ໂທດ​ດັ່ງກ່າວ ທີ່​ທາງ​ທຳນຽບຂາວ​ເອີ້ນວ່າ ​ເປັນ​ໂຕ​ຢ່າງ​ອັນ​ຫລ້າ​ສຸດ ຂອງ​ທ່າ​ອຽງ​ທີ່​ລົບ​ກວນ​ຈິດ​ໃຈ ​ແນ​ໃສ່​ເພື່ອ​ກົດ​ຂີ່​ການ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຂອງສັງຄົມ​ພົນລະ​ເຮືອ​ນຢູ່​ໃນຣັດ​ເຊຍ.

ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທ່ານ​ນາງ Cathe rine Ashton ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບ​ການພິພາກສາ ​ແລະ​ລົງ​ໂທດ
ທ່ານ Navalny ​ໂດຍ​ເວົ້າວ່າ ຂໍ້​ຫາ​ເຫຼົ່ານີ້ບໍ່​ໄດ້​ມີ​ການ​ພິສູດ​ຢືນຢັນ ​ເລີຍ ​ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ.

Russia
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG