ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຄິດເຫັນ ຂອງຊາວ ລາວ ໃນການຢ້ຽມ ຢາມປະເທດ ໂດຍທ່ານ ໂອບາມາ


ປະທານາທິບໍດີ ບາຣັກ ໂອບາມາ ຍົກມືລາ ກ່ອນທ່ານຈະເດີນທາງດ້ວຍເຮືອບິນ Air Force One ຈາກຖານທັບອາກາດ Bradley ໃນເມືອງ East Granby, ລັດ Connecticut.
ປະທານາທິບໍດີ ບາຣັກ ໂອບາມາ ຍົກມືລາ ກ່ອນທ່ານຈະເດີນທາງດ້ວຍເຮືອບິນ Air Force One ຈາກຖານທັບອາກາດ Bradley ໃນເມືອງ East Granby, ລັດ Connecticut.

ເນື່ອງ​ຈາກປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ມີກຳນົດຈະເດີນທາງຮອດ ນະຄອນຫຼວງວຽງຈັນຂອງ ລາວ ໃນສັບປະດາ ໜ້ານີ້ເພື່ອເຂົ້າຮ່ວມໃນກອງປະຊຸມສຸດ ຍອດ ອາຊຽນ ​ແລະ​ ກອງ​ປະຊຸມ​ສຸດ​ຍອດ ​ເອ​ເຊຍ​ຕາ​ເວັນ​ອອກ ທີ່ ລາວ ເປັນເຈົ້າພາບ. ການຢ້ຽມຢາມຂອງທ່ານໃນຄັ້ງນີ້ ຈະຖືວ່າເປັນຄັ້ງປະຫວັດສາດ ທີ່ປະທານາທິບໍດີ ສະຫະ ລັດ ໃຫ້ກຽດເດີນທາງຢ້ຽມຢາມປະເທດ ນັບຕັ້ງແຕ່ໄດ້ເລີ່ມມີສາຍພົວພັນນຳກັນ. ປະຊາ ຊົນ ​ລາວ​ ຫຼາຍຄົນ​ໄດ້​ມີ​ຄວາມ​ຮູ້ສຶກ​ຕື່ນເຕັ້ນ ​ແລະ ໃນ​ອັນ​ດັບ​ຕໍ່​ໄປນີ້ ພຸດ​ທະ​ສອນ​ ຈະ​ນຳ​ເອົາ​ຄວາມ​ເຫັນ​ໃນການ​ຢ້ຽມຢາມ​ດັ່ງກ່າວ ມາສະ​ເໜີ​ທ່ານ​.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະເດີນທາງຢ້ຽມຢາມ ລາວ ໃນສັບປະ ດາໜ້າທີ່ຈະມາເຖິງນີ້ ເພື່ອເຂົ້າຮ່ວມໃນກອງປະຊຸມສຸດຍອດ ອາຊຽນ ​ແລະ ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ທີ່ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນນະຄອນຫຼວງວຽງຈັນ. ການຢ້ຽມຢາມ ລາວ ໃນຄັ້ງນີ້ທ່ານ ໂອບາມາ ກໍຈະເປັນປະທານາທິບໍດີ ສະຫະລັດ ຄົນທຳ ອິດທີ່ເດີນທາງຢ້ຽມຢາມ ລາວ ນັບຕັ້ງແຕ່ທັງສອງປະເທດໄດ້ເລີ່ມມີສາຍພົວພັນ ທາງການ ທູດນຳກັນມາ ເຊິ່ງປີນີ້ຄົບຮອບ 60 ປີພໍດີ.

ການເດີນທາງມາ ລາວ ໃນຄັ້ງນີ້ທ່ານ ໂອບາມາ ຈະເຂົ້າຮ່ວມກອງປະຊຸມ ການຮ່ວມມື ສະຫະລັດ ກັບ ບັນດາປະເທດ ອາຊຽນ ແລະ ກອງປະຊຸມສຸດຍອດ ອາຊຽນ.

ແລະ ທ່ານຍັງຈະໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະ ບັນດາເຈົ້າໜ້າຄົນສຳຄັນອື່ນໆ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານຕ່າງໆ ບໍ່ວ່າຈະເປັນດ້ານເສດຖະກິດ, ດ້ານສິດທິມະນຸດ ແລະ ປັບປຸງສາຍພົວພັນ ລະຫວ່າງ ປະ ຊາຊົນຂອງທັງສອງປະເທດໃຫ້ດີຂຶ້ນກວ່າເກົ່າ.

ສຳລັບປະຊາຊົນ ລາວ ໃນ ສະຫະລັດ ແລະ ລາວ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແມ່ນມີຄວາມຕື່ນເຕັ້ນເປັນພິເສດ ກັບການກະກຽມເພື່ອເປັນເຈົ້າພາບຈັດກອງປະຊຸມ ອາ ຊຽນ ທີ່ໃກ້ຈະມາເຖິງນີ້ເຊິ່ງຫຼາຍພາກສ່ວນໃນລະດັບກະຊວງ, ຈາກແຂວງຫາເມືອງໄປ ເຖິງບ້ານ ກໍໄດ້ມີການກຽມພ້ອມເປັນຢ່າງດີ ເພື່ອຕ້ອນຮັບບັນດາຜູ້ແທນຈາກຫຼາຍປະເທດ ທີ່ຈະມາເຂົ້າຮ່ວມໃນ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ່ 28 ແລະ 29. ພວກເຂົາເຈົ້າໄດ້ ສາມັກຄີກັນເກັບກວາດອະນາໄມບ້ານເມືອງໃຫ້ສະອາດ ແລະ ເປັນລະບຽບຮຽບຮ້ອຍດີ.

ທ່ານ ຄຳໝັ້ນ ແສງທຸມມີ ນາຍຄູສອນພາສາອັງກິດ ທີ່ວິທະຍາ ໄລຄັງໄຂ ເປັນຜູ້ໜຶ່ງທີ່ມີ ຄວາມດີໃຈຕໍ່ການຢ້ຽມຢາມ ລາວ ຂອງທ່ານ ໂອບາມາ ແລະ ຢາກໃຫ້ທັງສອງປະເທດມີ ສາຍພົວພັນທີ່ດີຂຶ້ນກວ່າເກົ່າ.

ທ່ານ ຄຳໝັ້ນ ແສງທຸມມີ ກ່າວວ່າ “ດີໃຈຫຼາຍເນາະທີ່ວ່າປະທານາທິບໍດີ ບາຣັກ ໂອບາ ມາ ຈະມາຢ້ຽມຢາມ ລາວ ຫັ້ນນາ. ເພາະວ່າໃຈຂ້າພະເຈົ້າເອງກໍຄິດວ່າ ມັນຈະເປັນ ການພົວພັນອັນດີ ລະຫວ່າງ ສະຫະລັດ ອາເມຣິກາ ກັບ ປະເທດ ລາວ ເນາະເພື່ອເພີ່ມ ຄວາມສາມັກຄີປອງດອງສອງຟາກນັ້ນແຫຼະ ກະເຮັດແນວໃດກະເຮັດເນາະ ເພື່ອເພີ່ມ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ, ຄືວ່າຂ້າພະເຈົ້າດີໃຈຫຼາຍເນາະ ຖ້າເປັນໄປໄດ້ ຢາກໃຫ້ເພິ່ນມາຢາມແຂວງຊຽງຂວາງ ພີ້ອີກເນາະ ເພາະວ່າຊຽງຂວາງ ນີ້ເປັນແຂວງທີ່ວ່າຖືກເຮືອບິນທຳລາຍ ຖືກບົມທຳລາຍໜັກ ຮ້າຍແຮງກວ່າໝູ່ໃນປະ ເທດ ໃນຊ່ວງສະໄໝສົງຄາມ.”

ທ່ານ ພອນວິໄລ ນາມມະວົງສາ ແມ່ນປະຊາຊົນ ລາວ ອີກຄົນໜຶ່ງທີ່ມີຄວາມຮູ້ສຶກດີຕໍ່ກອງ ປະຊຸມສຸດຍອດອາຊຽນນີ້ ແລະ ການຢ້ຽມຢາມ ລາວ ໂດຍປະທານາທິບໍດີ ສະຫະລັດ ຄົນທຳອິດ.

ທ່ານ ພອນວິໄລ ນາມມະວົງສາ ກ່າວວ່າ “ການມາຢ້ຽມຢາມຂອງທ່ານ ບາຣັກ ໂອບາມາ ນີ້ໃນຄວາມຄິດຄວາມເຫັນຂອງນ້ອງຄືວ່າ ມັນເປັນເລື່ອງທີ່ດີໃນການພົບປະຂອງຜູ້ນຳ ທັງສອງປະເທດ ເພື່ອທີ່ຈະກະຊັບມິດສາຍສຳພັນ ລະຫວ່າງ ການທູດເນາະ ກ່ຽວກັບ ລາວ ແລະ ສະຫະລັດ ອາເມຣິກາ ນີ້ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.”

ດັ່ງນັ້ນຈຶ່ງຫວັງວ່າການເດີນທາງມາ ລາວ ໃນຄັ້ງນີ້ ລັດຖະບານຂອງທັງສອງຝ່າຍຈະໄດ້ມີ ການປັບປຸງສາຍພົວພັນໃຫ້ດີຍິ່ງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຊ່ວຍເຫຼືອ ແລະ ພັດທະນາ ລາວ ໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ. ເຊິ່ງປະຊົນ ລາວ ຈຳນວນ ຫຼາຍກໍຫວັງຢາກໃຫ້ ລັດຖະບານ ລາວ ໃນປະຈຸບັນພັດທະນາ ລາວ ໃຫ້ມີຄວາມຈະເລີນ ກ່າວໜ້າ, ທ່ວງທັນປະເທດອື່ນໆຢູ່ໃນພາກພື້ນ.

ນາງ ເຮເລັນ ລໍ ນັກສຶກສາອາເມຣິກັນເຊື້ອສາຍ ລາວ ທີ່ລັດ ຮາວາຍ ກໍມີຄວາມຮູ້ສຶກທີ່ດີ ສຳລັບໂອກາດທີ່ທັງສອງປະເທດຈະໄດ້ມີການຮ່ວມມືກັນຫຼາຍຂຶ້ນ. ນາງກ່າວວ່າ “ຂ້າ ນ້ອຍໄດ້ຍິນວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະໄປເມືອງ ລາວ. ຂ້ານ້ອຍເຊື່ອວ່າ ປະທານາທິບໍດີ ໂອບາມາ ບໍ່ພຽງແຕ່ຈະສ້າງປະຫວັດສາດ ແຕ່ຈະເຮັດໃຫ້ມີຄວາມ ແຕກຕ່າງຢູ່ປະເທດນ້ອຍໆຂອງ ລາວ. ຂ້ານ້ອຍເຊື່ອວ່າຜູ້ທີ່ມີອຳນາດຄືທ່ານຈະຜູກສຳ ພັນທະໄມຕີອັນແໜ້ນແຟ້ນ ລະຫວ່າງ ສະຫະລັດ ແລະ ສປປ ລາວ. ຂ້ານ້ອຍຮູ້ວ່າຈະ ມີກອງປະຊຸມສຸດຍອດ ອາຊຽນ ເກີດຂຶ້ນຢູ່ ລາວ. ຂ້ານ້ອຍຄິດວ່າ ມັນເປັນໂອກາດອັນ ຍິ່ງໃຫຍ່ແກ່ປະເທດທີ່ກຳລັງພັດທະນາ ໃນການເຂົ້າຮ່ວມກອງປະຊຸມໂຄງການແລກ ປ່ຽນດັ່ງກ່າວ ປະເທດລາວໄດ້ຢູ່ໃນເງົາມືດມາກ່ອນ ແລະ ບັດນີ້ໄດ້ເປີດອອກມາສູ່ໂລກ ພາຍນອກ ເຊິ່ງ ເປັນການຕັດສິນໃຈທີ່ເຮັດໃຫ້ຂ້ານ້ອຍດີໃຈຫຼາຍທີ່ສຸດ. ທີ່ເຮັດໃຫ້ເຂດ ເອເຊຍໄດ້ຮູ້. ເປັນຕາຕື່ນເຕັ້ນທີ່ສຸດ."

ປະຊາຊົນ ລາວ ພາກັນຫວັງວ່າກອງປະຊຸມ ອາຊຽນ ຄັ້ງນີ້ຈະເຮັດໃຫ້ ລາວ ມີໂອກາດສ້າງ ຄວາມສຳພັນຢ່າງແໜ້ນແຟ້ນຂຶ້ນກວ່າເກົ່າກັບຕ່າງປະເທດ, ເພື່ອດຶງດູດເອົາການຊ່ວຍ ເຫຼືອ ແລະ ພັດທະນາປະເທດໃຫ້ດີຂຶ້ນ.

ທ່ານ ພອນວິໄລ ກ່າວວ່າ “ຫຼັກໆນີ້ແມ່ນຢາກໃຫ້ເພິ່ນ (ທ່ານ ໂອບາມາ) ມາຊ່ວຍປັບປຸງ ລາວ ໃນພາກສ່ວນທີ່ວ່າ ທາງດ້ານການສຶກສາຂອງຄົນ ລາວ ນີ້, ຢາກໃຫ້ເພິ່ນໄດ້ມີທຶນ ມາຊ່ວຍເຫຼືອໃຫ້ແກ່ນັກສຶກສາ ລາວ ໂດຍ ສະເພາະແລ້ວນີ້ແມ່ນນ້ອງໆນັກຮຽນ ນັກ ສຶກສາຢູ່ໃນປະເທດ ລາວ ທີ່ຍັງດ້ອຍໂອກາດ ຍັງບໍ່ທັນໄດ້ມີທຶນໃນການໄປສຶກສາຕໍ່ ຫັ້ນນາ. ຖ້າວ່າສາມາດຊ່ວຍເຫຼືອໃນດ້ານນີ້ໄດ້ກໍແຮງຈະເປັນການດີ ເພາະວ່າສ່ວນ ຫຼາຍ ແລ້ວມີບຸກຄະລາກອນທີ່ດີ, ມີຄວາມສາມາດແຕ່ຂາດໂອກາດທີ່ຈະມາພັດທະນາ, ບາງຄົນຮຽນເກັ່ງແຕ່ວ່າບໍ່ມີໂອກາດໄດ້ໄປຮຽນຕໍ່ ຍ້ອນວ່າຫຍັງ? ຍ້ອນວ່າບໍ່ມີທຶນຮອນ ໃນການສຶກສາຕໍ່”

ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອໃນດ້ານການສຶກສາຕໍ່ ລາວ ມາຈົນເຖິງປະຈຸບັນນີ້ ບໍ່ວ່າ ຈະແມ່ນລະດັບຂັ້ນປະຖົມ ຫາ ມໍປາຍໂດຍສະເພາະໃນເຂດຊົນນະບົດ ແລະ ການສຶກສາ ລະດັບສູງທີ່ ສະຫະລັດ ໃຫ້ການຊ່ວຍເຫຼືອນັ້ນກໍລວມມີທຶນການສຶກສາ Fullbright, ເປັນ ທຶນການສຶກສາທີ່ໃຫຍ່ທີ່ສຸດຂອງ ສະຫະລັດ ແລະ ປະຈຸບັນນີ້ກໍມີນັກສຶກສາ ລາວ ຫຼາຍ ຄົນທີ່ໄດ້ຮຽນຈົບຈາກທຶນການສຶກສາ Fullbright ແລະ ຫຼາຍຄົນ ກໍໄດ້ ມີໜ້າທີ່ຕຳແໜ່ງທີ່ ສຳຄັນຫຼາຍໃນລະດັບລັດຖະບານ ລາວ. ນອກນັ້ນກໍຍັງມີທຶນການສຶກສາອື່ນໆອີກຫຼາຍ ເຊິ່ງສາມາດຕິດຕາມໄດ້ໃນເວັບ ໄຊທ໌ຂອງສະຖານທູດ ສະຫະລັດ ປະຈຳ ລາວ.

ນອກຈາກການສຶກສາແລ້ວ ເມື່ອບໍ່ດົນມານີ້ ທ່ານ ໂອບາມາ ໄດ້ປະກາດ ອອກມາວ່າຈະ ໃຫ້ການສະໜັບສະໜູນແກ່ ລາວ ຢ່າງ ຮອບດ້ານໃນໂຄງການໃໝ່ໆ ແລະ ຂະແໜງທີ່ສຳ ຄັນຕ່າງໃຫ້ຫຼາຍຂຶ້ນ ເຊິ່ງມັນຈະເປັນຄັ້ງປະຫວັດສາດທີ່ ສະຫະລັດ ແລະ ລາວ ຈະໄດ້ມີ ໂອາກາດຂະຫຍາຍສາຍພົວພັນ ລະຫວ່າງ ທັງສອງປະເທດໃຫ້ດີຂຶ້ນກວ່າເກົ່າຕໍ່ໄປອີກ.

ການຮ່ວມມືືຂອງ ສະຫະລັດ ກັບ ລາວ ໃນປະຈຸບັນນີ້ແມ່ນລວມມີ ການ ປາບປາມຢາເສບ ຕິດ, ປ້ອງກັນ ແລະ ປິ່ນປົວເຊື້ອ HIV/AIDS, ພັດທະນາດ້ານສາທາລະນະສຸກ ແລະ ໂພ ຊະນາການສຳລັບເດັກນ້ອຍ, ດ້ານ ການສຶກສາ, ການຄົ້ນ​ຫາ​ສິ່ງເສດເຫຼືອຂອງທະຫານ ສະຫະລັດ ໃນປາງສົງຄາມ ແລະ ​ເກັບ​ກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO.


XS
SM
MD
LG