ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊີເຣຍ ທໍາລາຍ ອຸບປະກອນ ຜະລິດ ອາວຸດເຄມີ ທັນ​ກັບ​ເສັ້ນ​ຕາຍ​ (ວີດີໂອ)


ຂະບວນລົດຂອງອົງການນາໆ​ຊາດ ທີ່ທຳລາຍ​ອາວຸດ​ເຄມີໃນຊີເຣຍ
ຂະບວນລົດຂອງອົງການນາໆ​ຊາດ ທີ່ທຳລາຍ​ອາວຸດ​ເຄມີໃນຊີເຣຍ
ອົງການນາໆ​ຊາດທີ່​ກຳກັບ​ນຳ​ການ​ທຳລາຍ​ອາວຸດ​ເຄມີຂອງຊີ
​ເຣຍ​ກ່າວ​ວ່າ ປະ​ເທດ​ດັ່ງກ່າວ​ນີ້​ ໄດ້ປະຕິບັດ​ທັນ​ກັບ​ເສັ້ນ​ຕາຍ
​ໃນ​ການ​ທຳລາຍ​ອຸບປະກອນ​ຕ່າງ​ໆທີ່​ໃຊ້​ໃນ​ການ​ຜະລິດ​ອາ​ວຸດ​
ເຄມີນັ້ນ.

ອົງການເກືອດ​ຫ້າມ​ໃນ​ການ​ນໍາ​ໃຊ້ອາ​ວຸດ​ເຄມີຫຼື OPCW ​ໄດ້​
ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຄະນະ​ກວດກາ​ຂອງ​ຕົນ ແມ່ນ​ໄດ້
ກວດ​ສອບ​ພິສູດວ່າ ​ຊີ​ເຣຍ​ໄດ້ມອບ​ອຸບປະກອນ​ຕາມ​ສະຖານ
ທີ່ຕ່າງໆ ທີ່​ຊີ​ເຣຍ​ໄດ້​ແຈ້ງ​ໄປນັ້ນ ​ແມ່ນໃຊ້​ການ​ບໍ່ໄດ້.

ລັດຖະບານ​ຊີ​ເຣຍ ​ແມ່ນ​ມີ​ເວລາ​ເຖິງວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ເສັດ
​ສິ້ນ​ບາດກ້າວ​ຕ່າງໆ​ໃນ​ຂໍ້​ຕົກລົງທີ່​ຮຽກຮ້ອງ​ໃຫ້ທາງ​ຊີ​ເຣຍອະທິ​ບາຍ​ເຖິງ​ລາຍ​ລະອຽດ​
ໃນການ​ທໍາລາຍຄັງອາ​ວຸດ​ເຄມີດັ່ງກ່າວ​ນີ້ພາຍ​ໃນ​ກາງ​ປີໜ້າ ຊຶ່ງແຜນການ​ທີ່​ກ່າວ​ມາ​ນີ້
ຈະ​ຕ້ອງແລ້ວ​ພາຍ​ໃນ​ວັນ​ທີ 15 ​ເດືອນ​ພະ​ຈິກ​ນີ້.

ນອກ​ນັ້ນ ໃນ​ວັນ​ພະຫັດ​ມື້ນີ້ ອົງການ​ນິລະ​ໂທດ​ກຳສາກົນ ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ
​ທີ່​ມີ ສຳນັກງານ​ຢູ່​ອັງກິດ ​ໄດ້​ອອກ​ລາຍ​ງານ​ສະບັບ​ນຶ່ງ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ເພື່ອນ
​ບ້ານຂອງ ຊີ​ເຣຍ ​ໂດຍ​ສະ​ເພາະ​ແລ້ວ​ແມ່ນຈໍ​ແດັນ ຄໍ້າປະກັນ​ວ່າ ພວກ​ອົບ​ພະຍົບສາມາດ
​ຫລົບໜີ​ເຂົ້າ​ໄປ ​ໃນ​ປະ​ເທດເຫຼົ່ານີ້​ໄດ້​ຢ່າງ​ເສລີ ​ແລະ​ຈະ​ບໍ່​ຖືກ​ບັງຄັບ​ສົ່ງ​ກັບ​ຄືນ​ໄປ​ຊີ​ເຣຍ.

ກົດເພື່ອຂະຫຍາຍໃຫຍ່ອອກ
ກົດເພື່ອຂະຫຍາຍໃຫຍ່ອອກ

​ກຸ່ມ​ດັ່ງກ່າວ ​ໄດ້​ກ່າວເນັ້ນ​ເຖິງຄວາມ​ພະຍາຍາມ​ ຂອງ​ບັນດາ​ປະ​ເທດ​ທີ່ຢູ່​ອ້ອມ​ແອ້ມ​ໄດ້​
ດຳ​ເນີນ ​ໄປ​ ​ເພື່ອ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ປະຊາຊົນ​ຫຼາຍ​ກວ່າ 2 ລ້ານ​ຄົນ ທີ່​ຖືກ​ບັງຄັບ
​ໃຫ້​ຫລົບໜີການສູ້ ລົບ​ແລະ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຮ້າຍ​ແຮງ​ທີ່ໄດ້​ເກີດ​ຂຶ້ນ​ໃນ​ການ​ໃຫ້​ຄວາມ
​ຊ່ອຍ​ເຫຼືອຕ່າງໆ. ​ແຕ່​ອົງ ການ​ນິລະ​ໂທດ​ກໍາສາກົນກ່າວ​ວ່າ ຈໍ​ແດນ​ໄດ້​ວາງ​ຂໍ້​ຈຳກັດຫລາຍ
​ເກີນ​ໄປ ກ່ຽວ​ກັບ​ວ່າ​ແມ່ນ​ໃຜ ຄວນ​ຈະໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງກ່າວ​ໄດ້.

ລາຍ​ງານຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາ​ດ ​ໃຫ້ການ
​ຊ່ອຍ​ເຫຼືອ​ທາງ​ການ​ເງິນ ​ແລະ​ການ​ສະໜັບສະໜຸນ​ທາງ​ດ້ານ​ເທັກ​ນິກອື່ນໆ ​ຕໍ່​ປະ​ເທດ​ທີ່​
ພວກ​ຊາວ​ຊີ​ເຣຍອົບ​ພະຍົບ​ໄປ​ອາ​ໄສ​ຢູ່​ໃນ​ສູນ​ນັ້ນ ແລະເປີດ​ໂອກາດຫຼາຍຂຶ້ນ ​ເພື່ອ​ໃຫ້
​ພວກ​ອົບ​ພະຍົບ​ເຫຼົ່າ ນີ້ ​ສາມາດໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ ໃນ​ຕ່າງປະ​ເທດໄດ້.

SYRIA CHEMICAL WEAPONS VO.mov
please wait

No media source currently available

0:00 0:01:04 0:00
XS
SM
MD
LG