ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ​ ລາຍ​ງານ​ວ່າ ມີ​ແຮງ​ງານ​ລາວ 256,000 ກວ່າ​ຄົນ ເຮັດວຽກຢູ່​ໄທ ໃນ​ປັດ​ຈຸ​ບັນ


ພະນັກງານລາວ ຢູ່ໂຮງງານຕັດຍິບແຫ່ງນຶ່ງ.
ພະນັກງານລາວ ຢູ່ໂຮງງານຕັດຍິບແຫ່ງນຶ່ງ.

ທາງ​ການ​ລາວ​ລາຍ​ງານ​ວ່າ ມີ​ແຮງ​ງານ​ລາວ 256,000 ກວ່າ​ຄົນ
ເຮັດວຽກຢູ່​ໄທ​ໃນ​ປັດ​ຈຸ​ບັນ ສ່ວນ​ທາງ​ການ​ໄທ ກໍ​ລະບຸ​ວ່າ ມີ​ແຮງ​
ງານ​ລາວ​ພຽງ 40,500 ຄົນ ທີ່​ຜ່ານ​ການ​ພິສູດ​ສັນຊາດ​ຢ່າງ​ຖືກຕ້ອງ.


ກະຊວງ​ແຮງ​ງານ​ ແລະສະຫວັດດີ​ການ​ສັງຄົມ​ລາວ ລາຍ​ງານ​ວ່າ​ໃນ​ຊ່ວງ​ເດືອນ​ກໍລະກົດຫາ
ກັນຍາ​ປີ​ນີ້ ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ສຳນັກ​ບໍລິຫານ​ແຮງ​ງານ​ຕ່າງ​ດ້າວ ກະຊວງ​ແຮງ​ງານ​
ໄທ ວ່າ​ມີ​ແຮງ​ງານ​ລາວ​ຈຳນວນ 173,000 ກວ່າ​ຄົນ​ທີ່​ໄດ້​ແຈ້ງ​ຈົດ​ທະບຽນ​ ເພື່ອ​ຂໍອະນຸຍາດ​
ເຮັດວຽກໃນ​ໄທ ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ໂດຍ​ເມື່ອ​ລວມກັບ​ຈຳນວນ​ແຮງ​ງານ​ລາວ ທີ່​ໄດ້​ຮັບ​ອະນຸຍາດ ໃຫ້ເຮັດວຽກຢ່າງຖືກຕ້ອງຢູ່ໃນໄທ ກ່ອນໜ້ານີ້ ກໍຈະໄດ້ວ່າມີແຮງງານລາວ 256,000 ກວ່າຄົນທີ່ເຮັດວຽກຢູ່ໄທ ໃນເວລານີ້.

ແຕ່ຢ່າງໃດກໍຕາມ ຖ້າຫາກອິງຕາມສະຖິຕິຫລ້າສຸດ ຂອງສຳນັກບໍລິຫານ ແຮງງານຕ່າງດ້າວ
ໃນໄທນັ້ນ ກໍປາກົດວ່າ ໃນຈຳນວນແຮງງານລາວ 256,000 ກວ່າຄົນດັ່ງກ່າວນີ້ ກໍແບ່ງ
ອອກເປັນແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດ ໃຫ້ເຮັດວຽກ
ຢູ່ໃນໄທຕໍ່ໄປຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນເປັນແຮງງານລາວ ທີ່ສິ້ນ
ສຸດສັນຍາຈ້າງ ໃນໄທນັບແຕ່ທ້າຍເດືອນສິງຫາ ທີ່ຜ່ານມາແລ້ວ ຊຶ່ງກໍໝາຍຄວາມວ່າ ມີ
ແຮງງານລາວ ທີ່ໄດ້ແຈ້ງຈົດທະບຽນໄວ້ກັບທາງການໄທຈຳນວນ 173,00 ກວ່າຄົນເທົ່ານັ້ນ ທີ່ມີສິດຈະໄດ້ຮັບການພິສູດສັນຊາດ ເພື່ອຂໍທຳງານໃນໄທໄດ້ຕໍ່ໄປ.

ງານຈັດຫາວຽກເຮັດງານທຳ ສຳຫລັບ ບັນດານັກສຶກສາ ທີ່ຮຽນຈົບ ຈາກມະຫາວິທະຍາໄລ ແລະພົນລະເມືອງລາວທົ່ວໄປ.
ງານຈັດຫາວຽກເຮັດງານທຳ ສຳຫລັບ ບັນດານັກສຶກສາ ທີ່ຮຽນຈົບ ຈາກມະຫາວິທະຍາໄລ ແລະພົນລະເມືອງລາວທົ່ວໄປ.

ໂດຍກ່ອນໜ້ານີ້ ທ່ານພົນເອກປຣະຍຸດ ຈັນໂອຊາ ຫົວໜ້າຄະນະ
ຮັກສາຄວາມສະຫງົບຮຽບຮ້ອຍແຫ່ງຊາດ ແລະນາຍົກລັດຖະ
ມົນຕີໄທ ທີ່ຍຶດອຳນາດທາງການເມືອງ ຈາກລັດຖະບານຂອງ
ທ່ານນາງຍິ້ງລັກ ຊິນນະວັດ ນັບຈາກວັນທີ 22 ພຶດສະພາ 2014
ເປັນຕົ້ນມານັ້ນ ໄດ້ຖະແຫລງຢືນຢັນວ່າ ການແກ້ໄຂບັນຫາແຮງ
ງານຕ່າງດ້າວ ທີ່ລັກລອບທຳງານ ໂດຍຜິດກົດໝາຍ ຢູ່ໃນໄທໃນ
ປັດຈຸບັນນີ້ຖືເປັນບັນຫາສຳຄັນ ທີ່ລັດຖະບານໄທຈະດຳເນີນມາດ
ຕະການແກ້ໄຂໃຫ້ສຳເລັດພາຍໃນ 1 ປີ ໂດຍລັດຖະບານໄທ ໄດ້
ສ້າງຕັ້ງຄະນະກຳມະການຂຶ້ນມາຮັບຜິດຊອບ ໃນການບໍລິຫານ
ແຮງງານຕ່າງດ້າວ ໃນໄທເປັນການສະເພາະ.

ທັງນີ້ໂດຍມາດຕະການທຳອິດ ທີ່ຈະຕ້ອງດຳເນີນການ ຢ່າງຮີບດ່ວນທີ່ສຸດ ຄືການພິສູດ
ສັນຊາດຂອງແຮງງານລາວ ມຽນມາ ແລະກຳປູເຈຍ ຊຶ່ງຈາກສະຖິຕິ ຂອງ ກະຊວງແຮງ
ງານຂອງໄທ ລະບຸວ່າມີຈຳນວນ ຫຼາຍກວ່າ 9 ໝື່ນຄົນ ທີ່ບໍ່ໄດ້ຂຶ້ນທະບຽນ ແລະບໍ່ໄດ້ຮັບ
ອະນຸຍາດ ໃຫ້ເຮັດວຽກຢ່າງຖືກຕ້ອງໃນໄທ ດັ່ງທີ່ທ່ານພົນເອກ ປຣະຍຸດ ໄດ້ໃຫ້ການຢືນ
ຢັນວ່າ:

“ໃນເລື້ອງຂອງການບໍລິຫານຈັດການແຮງງານຕ່າງດ້າວ ມີແຮງງານຕ່າງດ້າວ ຢູ່ຈຳນວນປະມານເກືອບ 9 ໝື່ນຄົນ ທີ່ຍັງບໍ່ໄດ້ຢູ່ໃນການຄວບຄຸມຢ່າງຈະແຈ້ງ
ແລ້ວກໍສິ່ງທີ່ເປັນບັນຫາ ໃນຂະນະນີ້ ກໍຄືການຄວບຄຸມແຮງງານ ທັງເຊົ້າໄປ-
ຄ່ຳກັບ ທັງຕາມລະດູການແລ້ວ ກໍໃນສ່ວນຂອງລາຍປີ ບັນຫາກໍຄືການຖ້າພິສູດ
ສັນຊາດ ຊຶ່ງເຮົາຈຳເປັນຈະຕ້ອງ ຕັ້ງສູນພິສູດສັນຊາດ ຂ້າພະເຈົ້າຄິດວ່າ ຈະ
ເລັ່ງໃຫ້ສຳເລັດໂດຍໄວ ພາຍໃນລະຍະເວລາ 1 ປີ.”

ສ່ວນມາດຕະການທີ່ ທາງການໄທ ຈະດຳເນີນການຕໍ່ຈາກການພິສູດ ສັນຊາດແຮງງານ
ແລ້ວນັ້ນ ຄືການດຳເນີນຄະດີກັບແຮງງານທຸກຄົນ ທີ່ລັກລອບເດີນທາງເຂົ້າມາເຮັດວຽກ
ໃນໄທໂດຍຜິດກົດໝາຍ ແລະຫຼັງຈາກທີ່ແຮງງານຕ່າງດ້າວ ໄດ້ຖືກລົງໂທດ ຢ່າງຄົບຖ້ວນ
ແລ້ວ ກໍຈະຖືກສົ່ງກັບຄືນໄປປະເທດ ທີ່ເປັນພູມລຳເນົາໃນທັນທີ ທັງກໍຍັງຈະຖືກຫ້າມເດີນ
ທາງມາໄທເປັນເວລາລະຫວ່າງ 1-5 ປີອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານພົນເອງປຣະຍຸດ ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ແຮງງານຕ່າງດ້າວ
ທີ່ລັກລອບ ເຮັດວຽກໂດຍຜິດກົດໝາຍໃນໄທ 9 ໝື່ນກວ່າຄົນດັ່ງກ່າວນີ້ ເປັນແຮງງານລາວ
ຈຳນວນເທົ່າໃດແທ້ ຫາກແຕ່ເຄືອຂ່າຍເພື່ອໃຫ້ການຊ່ວຍເຫຼືອແກ່ແຮງງານ ລາວ ກຳປູເຈຍ ແລະ ມຽນມາໃນໄທກໍໄດ້ປະເມີນວ່າມີແຮງງານຈາກ 3 ປະເທດດັ່ງກ່າວນີ້ຢູ່ໃນໄທ ຫຼາຍ
ກວ່າ 4 ລ້ານຄົນ ໂດຍ 80 ເປີເຊັນ ເປັນແຮງງານມຽນມາ ສ່ວນທີ່ເຫຼືອ ເປັນແຮງງານລາວ ແລະກຳປູເຈຍ ປະເທດລະ 4 ແສນກວ່າຄົນ ດ້ວຍເຫດນີ້ ຈຶ່ງເຊື່ອວ່າ ມີແຮງງານລາວ ຫຼາຍ
ກວ່າ 3 ແສນຄົນ ທີ່ລັກລອບເຮັດວຽກ ໂດຍຜິດກົດໝາຍຢູ່ໄທ ໃນເວລານີ້.

XS
SM
MD
LG