ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກນ້ອຍ​ລາວ ​ພຽງ 40 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ລ້ຽງດູ ​ດ້ວຍ​ນ້ຳນົມແມ່


​ເດັກນ້ອຍ​ລາວ​ພຽງ 40 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ລ້ຽງດູ
​ດ້ວຍ​ນ້ຳນົມ ຈາກ​ແມ່ ແຕ່​ອີກ 60 ​ເປີ​ເຊັນ ທີ່​ເຫຼືອ
ຍັງ​ບໍ່​ໄດ້​ຮັບ​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ ຕໍ່​ໂຣກ​ໄພ​​
ໄຂ້​ເຈັບ.
​ເດັກນ້ອຍ​ລາວ​ພຽງ 40 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ລ້ຽງດູ ​ດ້ວຍ​ນ້ຳນົມ ຈາກ​ແມ່ ແຕ່​ອີກ 60 ​ເປີ​ເຊັນ ທີ່​ເຫຼືອ ຍັງ​ບໍ່​ໄດ້​ຮັບ​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ ຕໍ່​ໂຣກ​ໄພ​​ ໄຂ້​ເຈັບ.

​ເດັກນ້ອຍ​ລາວ​ພຽງ 40 ​ເປີ​ເຊັນ ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ລ້ຽງດູ
​ດ້ວຍ​ນ້ຳນົມ ຈາກ​ແມ່​ຢ່າງ​ຄົບ​ຖ້ວນ ​ແຕ່​ອີກ 60 ​ເປີ​ເຊັນ ທີ່​ເຫຼືອ
ຍັງ​ບໍ່​ໄດ້​ຮັບ​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ສູງ ຕໍ່​ໂຣກ​ໄພ
ໄຂ້​ເຈັບ.


ທ່ານນາຄຳແສງ ພິລາວົງ ຮອງຫົວໜ້າສູນໂພສະນາການ ກົມອະນາໄມສົ່ງເສີມສຸຂະພາບ
ໃນສັງກັດກະຊວງສາທາລະນະສຸກ ຖະແຫລງຍອມຮັບວ່າ ເດັກນ້ອຍໃນລາວທີ່ມີໂອກາດ
ໄດ້ຮັບ ການລ້ຽງດູດ້ວຍນ້ຳນົມແມ່ ນັບຕັ້ງແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ ຍັງຄິດ
ເປັນອັດຕາສະເລ່ຍພຽງແຕ່ 40 ເປີເຊັນເທົ່ານັ້ນ ຂອງຈຳນວນເດັກນ້ອຍທັງໝົດ ໃນຊ່ວງ
ອາຍຸດັ່ງກ່າວນີ້.

ໂດຍການໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ ໃນອັດຕາສະເລ່ຍ ດັ່ງກ່າວນີ້ບໍ່ພຽງຈະຖືເປັນ
ລະດັບ ທີ່ຕ່ຳທີ່ສຸດ ໃນກຸ່ມອາຊ່ຽນດ້ວຍກັນ ເທົ່ານັ້ນ ຫາກແຕ່ວ່າ ຍັງເຮັດໃຫ້ເດັກນ້ອຍ
ໃນລາວ ມີຄວາມສ່ຽງສູງ ທີ່ຈະເສຍຊີວິດຈາກໂຣກໄພ ທີ່ສາມາດປ້ອງກັນໄດ້ອີກດ້ວຍ
ຕົວຢ່າງກໍຄື ພະຍາດຖອກທ້ອງ ແລະ ພະຍາດປອດອັກເສບ ດັ່ງທີ່ ທ່ານນາງຄຳແສງ
ໄດ້ໃຫ້ການຢືນຢັນວ່າ:

“ລ້ຽງລູກດ້ວຍນົມແມ່ຢ່າງດຽວນີ້ນະ ແຕ່ມື້ເກີດຮອດຫົກເດືອນນີ້ ດຽວນີ້ເຮົາໄດ້
40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນຕື່ມ ເພິ່ນໄດ້ເຮັດການຄົ້ນຄວ້າ
ແລະສົມທຽບກັນແລ້ວເຫັນວ່າ ເດັກນ້ອຍທີ່ບໍ່ໄດ້ຖືກລ້ຽງລູກດ້ວຍ ນ້ຳນົມແມ່
ຫັ້ນນະ ຫລະແມ່ນມີຄວາມສ່ຽງ ຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ້າ
ແລ້ວກະມີຄວາມສ່ຽງຕໍ່ການຕາຍຍ້ອນພະຍາດປອດອັກເສບ 5 ເທົ້າ.”

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ
ສະຫັດສະຫວັດການພັດທະນາ ທາງດ້ານສາທາລະນະສຸກ ໃນລາວຍັງມີບັນຫາທ້າທາຍ
ໃນຫຼາຍດ້ານທີ່ເປັນອຸປະສັກ ຕໍ່ການພັດທະນາຄຸນນະພາບ ການໃຫ້ບໍລິການແກ່ ປະຊາຊົນ ໃຫ້ໄດ້ມາດຕະຖານດຽວກັນ ກັບບັນດາປະເທດ ທີ່ເປັນສະມາຊິກ ໃນກຸ່ມອາຊ່ຽນດ້ວຍກັນ.

ບັນຫາການຂາດສານອາຫານ ຂອງເດັກນ້ອຍ ອາຍຸຕ່ຳ ກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດທີ່ເຮັດໃຫ້ເດັກ ນ້ອຍມີຕົວເຕ້ຍ.
ບັນຫາການຂາດສານອາຫານ ຂອງເດັກນ້ອຍ ອາຍຸຕ່ຳ ກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດທີ່ເຮັດໃຫ້ເດັກ ນ້ອຍມີຕົວເຕ້ຍ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະຫວັດໃນດ້ານໂພຊະນາ
ການຂອງເດັກນ້ອຍ ແລະໃນດ້ານອັດຕາ ການເສຍຊີວິດຂອງແມ່
ໃນຂະນະຕັ້ງຄັນນັ້ນ ຖືເປັນບັນຫາທີ່ມີຄວາມຄືບໜ້າຢ່າງຊັກຊ້າ
ທີ່ສຸດ ຕົວຢ່າງກໍຄື ບັນຫາການຂາດສານອາຫານ ຂອງເດັກນ້ອຍ
ອາຍຸຕ່ຳກວ່າ 5 ປີນັ້ນ ກໍໄດ້ເປັນສາເຫດທີ່ເຮັດໃຫ້ ການລົດ
ຈຳນວນ ເດັກນ້ອຍທີ່ຕົວເຕ້ຍ ສາມາດດຳເນີນການໄດ້ ຢ່າງຊັກຊ້າ
ກໍຄືສາມາດລົດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006
ມາເປັນ 38 ເປີເຊັນ ໃນປັດຈຸບັນ ຫຼືລົດພຽງ 2 ເປີເຊັນ ເທົ່ານັ້ນໃນ
ລະຍະເກືອບ8 ປີທີ່ຜ່ານມານີ້.

ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີທີ່ມີນ້ຳໜັກ ຕ່ຳກວ່າເກນນັ້ນ
ກໍຍັງຄິດເປັນສັດສ່ວນເຖິງ 32 ເປີເຊັນ ໃນຂະນະທີ່ ເປົ້າໝາຍສະຫັດສະຫວັດ ກໍໄດ້ວາງ ເອົາໄວ້ທີ່ລະດັບບໍ່ເກີນ 22 ເປີເຊັນຂອງຈຳນວນເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ປີ ໃນທົ່ວ ປະເທດ ຈຶ່ງນັບເປັນບັນຫາທ້າທາຍອີກດ້ານໜຶ່ງ ທີ່ເປັນການຍາກ ທີ່ຈະດຳເນີນການຈັດຕັ້ງ ປະຕິບັດ ໃຫ້ບັນລຸ ເປົ້າໝາຍ ສະຫັດສະຫວັດໄດ້ໃນປີ 2015 ເພາະໃນລະຍະນັບແຕ່ ປີ 2006
ເປັນຕົ້ນມາ ລັດຖະບານລາວ ສາມາດລົດຈຳນວນ ເດັກນ້ອຍທີ່ມີນ້ຳໜັກຕ່ຳກວ່າເກນ ໄດ້ພຽງ ແຕ່ 5 ເປີເຊັນ ເທົ່ານັ້ນ ຊຶ່ງກໍເຊັນດຽວກັນກັບ ບັນຫາທ້າທາຍກ່ຽວກັບ ອັດຕາການ ເສຍຊີວິດ ຂອງແມ່ຍິງ ໃນຂະນະຕັ້ງຄັນ ຫຼືຖືພາ ທີ່ເຖິງແມ່ນວ່າ ອັດຕາການເສຍຊີວິດ ຈະຫລຸດລົງຈາກ 650 ໃນທຸກໆໜຶ່ງແສນຄົນ ໃນປີ 1995 ລົງມາເປັນ 339 ຄົນກໍຕາມ ແຕ່ວ່າ ການທີ່ຈະບັນລຸ ໃຫ້ໄດ້ເຖິງ 260 ຄົນ ໃນທຸກ ໜຶ່ງແສນຄົນ ພາຍໃນປີ 2015 ນັ້ນ ກໍຍັງເປັນບັນຫາທີ່ຍາກ
ຢ່າງຍິ່ງ.

ຍິ່ງໄປກວ່ານັ້ນ ອັດຕາການເສຍຊີວິດ ຂອງແມ່ຍິງລາວ ໃນຂະນະຕັ້ງຄັນ ກໍຍັງຖືເປັນ
ອັດຕາທີ່ສູງທີ່ສຸດໃນ 10 ປະເທດສະມາຊິກໃນກຸ່ມອາຊ່ຽນນຳກັນອີກດ້ວຍ ຊຶ່ງກໍຄືໃນ
ຂະນະທີ່ອັດຕາການເສຍຊີວິດ ຂອງແມ່ຍິງລາວທີ່ຕັ້ງຄັນ ໃນປັດຈຸບັນຢູ່ທີ່ລະດັບ 339 ຄົນຕໍ່ໜຶ່ງແສນຄົນນັ້ນ ກໍປາກົດວ່າ ໃນມຽນມາ ຢູ່ທີ່ລະດັບ 250 ຄົນ ກຳປູເຈຍ 206 ຄົນ
ຫວຽດນາມ 56 ຄົນ ແລະ ໄທ 48 ຄົນຕໍ່ແສນຄົນຕາມລຳດັບ.

ທາງດ້ານທ່ານນາງອິນລາວັນ ແກ້ວບຸນພັນ ລັດຖະມົນຕີ ຊ່ວຍວ່າການ ກະຊວງສາທາ
ລະນະສຸກ ໄດ້ຊີ້ແຈງວ່າ ສາເຫດສຳຄັນ ທີ່ເຮັດໃຫ້ເກີດສະພາບການດັ່ງກ່າວໃນລາວ
ກໍຄືການຂາດແຄນແພດ ແລະຜະດຸງຄັນ ທີ່ຄອຍໃຫ້ການຊ່ອຍເຫຼືອ ແມ່ຍິງໃນຂະນະ
ກຳເນີດລູກ.

ໂດຍອັດຕາການມີແພດ ຫຼື ຜະດຸງຄັນ ທີ່ຄອຍໃຫ້ການຊ່ອຍເຫຼືອ ຂະນະກຳເນີດລູກ
ຢູ່ລາວໃນປັດຈຸບັນມີພຽງ 41 ເປີເຊັນ ຂອງການເກີດລູກທັງໝົດ ຊຶ່ງກໍຖືເປັນອັດຕາ
ສະເລ່ຍທີ່ຕ່ຳທີ່ສຸດ ໃນອາຊ່ຽນກໍຄືໃນມຽນມາ ຢູ່ທີ່ລະດັບ 64 ເປີເຊັນ ກຳປູເຈຍ 71
ເປີເຊັນ ຫວຽດນາມ 88 ເປີເຊັນ ແລະໄທ 99 ເປີເຊັນ ຕາມລຳດັບ.

XS
SM
MD
LG