ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຫດການ ຍິງກັນ ທີ່ສະໜາມບິນ ນະຄອນ Los Angeles (ວີດີໂອ)


ເຈົ້າໜ້າທີ່ຕໍາຫລວດຢືນຍາມ ຢູ່ບ່ອນເກີດເຫດຍິງກັນຕາຍ ທີ່ສະໜາມ ບິນນາໆຊາດ ນະຄອນ Los Angeles.
ເຈົ້າໜ້າທີ່ຕໍາຫລວດຢືນຍາມ ຢູ່ບ່ອນເກີດເຫດຍິງກັນຕາຍ ທີ່ສະໜາມ ບິນນາໆຊາດ ນະຄອນ Los Angeles.
ຜູ້​ຊາຍ​ຄົນ​ນຶ່ງ ​ທີ່​ມີ​ປືນ​ຍາວ​ເປັນ​ອາວຸດ ໄດ້ເປີດ​ສາກ​ລະດົມ
ຍິງ​ໃນ​ວັນ​ສຸກ​ວານ​ນີ້ທີ່ສະໜາມບິນ​ນາໆ​ຊາດນະຄອນ Los
Angeles ​ໂດຍ​ໄດ້ສັງຫານ ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​
ໄພ​ລັດຖບານ​ກາງຄົນ​ນຶ່ງ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ​
ສາມ​ຄົນ.

​ຕຳຫຼວດ​ປະ​ຈໍາສະໜາມບິນ​ກ່າວ​ວ່າ ມື​ປືນ​ໄດ້​ບຸກຍິງ​ຜ່ານ​
ກາຍດ່ານ​ກວດ​ເຂົ້າ​ໄປໃນ​ຕຶກ​ອາຄານ​ຮັບຮອງ​ຜູ້​ໂດຍສານ​
ນໍ້າ​ເບີ 3 ກ່ອນ​ທີ່ລາວ​ ໄດ້​ຮັບ​ບາດ​ເຈັບ ໃນ​ການຍິງຕໍ່ສູ້ກັບ
ພວກ​ເຈົ້າ​ໜ້າ​ທີ່ ​ແລະ​ຖືກ​ຈັບ.

ມີ​ການ​ເປີດ​ເຜີຍ​ວ່າ ຜູ້​ຊາຍ​ຄົນ​ດັ່ງກ່າວ ມີ​ອາຍຸ 23 ປີ ຢູ່​ທີ່
ນະຄອນ Los Angeles ​ແລະ​ມີຊື່ວ່າ ທ້າວ Paul
Ciancia ສ່ວນ​ຈຸດປະສົງ​ໃນການ​ໂຈມ​ຕີ​ ນັ້ນຍັງບໍ່​ເປັນທີ່
ຈະ​ແຈ້ງ​ເທື່ອ.

ຕໍາຫລວດ​ກ່າວວ່າ ລາວ​ໄດ້​ຖື​ໜັງສື​ທີ່​ກ່າວ​ວ່າ ລາວ​ຕ້ອງ
ການ​ສັງຫານສະມາ ຊິກຂອງ​ອົງການ​ຄຸ້ມ​ຄອງ​ຄວາມ​ປອດ
​ໄພ​ໃນ​ການ​ຂົນ​ສົ່ງຂອງ​ລັດຖະບານ​ກາງ ຫຼື TSA. ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ປາກົດ​ວ່າລາວໄດ້ແນເປົ້າໝາຍ​ໃສ່​ ​ບັນດາເຈົ້າ​ໜ້າ​ທີ່​ອົງການ TSA.

ຖະ​ແຫ​ລງການສະບັບ​ບນຶ່ງຂອງ​ອົງການສັນຕິບານກາງ FBI ກ່າວ​ວ່າ ​ຍັງ​ເປັນ ການໄວ​ເກີນ​ໄປ ທີ່​ຈະໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ການ​ໂຈມຕີ ​ແຕ່ອົງ ​ການ FBI ກໍ​ບໍ່​ໄດ້ປະຕິ​ເສດ​ ເຖິງ​ຄວາມ​ເປັນ​ໄປ​ໄດ້ ຫລື​ເປັນ​ໄປ​ບໍ່​ໄດ້ວ່າ​ ເປັນ ການ​ກໍ່​ການ​ຮ້າຍນັ້ນ.

ພະນັກງານ​ທີ່ເສຍ​ຊີວິດ ຊື່ວ່າ Gerardo Hernandez ແມ່ນເປັນ​ເຈົ້າ​ໜ້າ​ທີ່​ຄົນ​ທໍາ​ອິດ​
ຂອງອົງການ TSA ທີ່​ໄດ້​ຖືກ​ສັງຫານ​ຢູ່ໃນ​ໜ້າ​ທີ່ ​ໃນ​ປະຫວັດ 12 ປີນັບ ​ແຕ່​ໄດ້​ມີ​ການ​ກໍ່
ຕັ້ງອົ​ງການນີ້ມາ.ອົງການ TSA ທີ່ມີໜ້າ​ທີ່​ກວດ​ຜູ້​ໂດຍສານ​ສາຍ ​ການບິນໄດ້ຕັ້ງ​ຂື້ນ​ມາ​
ຫລັງ​ຈາກການ​ໂຈມ​ຕີໃນ​ວັນ​ທີ 11 ​ເດືອນກັນຍາປີ 2001.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ໄດ້​ຮັບ​ມື​ກັບ​ເຫດ​ຮ້າຍ​ໃນ​ຄັ້ງນີ້ ​ດ້ວຍ​ການ​ປິດ​ລ້ອມ​ສະຖານ​ທີ່​ດັ່ງ
ກ່າວ ​ແລະ​ຍົກຍ້າຍ​ຄົນ​ອອກ​ຈາກ​ຕຶກ​ອາຄາ​ນຮັບຮອງ​ຜູ້​ໂດຍສານ ຕຶກ​ນຶ່ງ ຂອງສະໜາມ
​ບິນນະຄອນ Los Angeles ຊຶ່ງເປັນສະໜາມ​ບິນ​ໃຫຍ່ທີ່​ສຸດ​ແຫ່ງ​ນຶ່ງ​ຂອງ​ໂລກ. ຢູ່​ທົ່ວ​
ສະຫະລັດ ​ບັນດາເຈົ້າ​ໜ້າ​ທີ່ສາຍການບິນ ​ໄດ້ຢຸດ​ບໍ່​ໃຫ້​ເຮືອ ບິນຂື້ນ​ຈາກ​ເດີ່ນ​ຕ່າງໆທີ່
​ຈະບິນໄປ​ຍັງນະຄອນ Los Angeles ອັນເປັນ​ເຫດ​ໃຫ້​ມີ​ການ​ຊັກ​ຊ້າ​ຢູ່ທົ່ວ​ປະ​ເທດ.


airport
please wait
Embed

No media source currently available

0:00 0:01:30 0:00
XS
SM
MD
LG