ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເສຍຊີວິດ ນຶ່ງຄົນ ໃນເຫດການປະທ້ວງ ຢູ່ບັງກລາແດັສ


ຕໍາຫຼວດໄດ້ກັກຂັງຫຼາຍຄົນ ທີ່ສົງໄສວ່າ ເປັນນັກເຄຶ່ອນໄຫວ ຝ່າຍຄ້ານ
ຕໍາຫຼວດໄດ້ກັກຂັງຫຼາຍຄົນ ທີ່ສົງໄສວ່າ ເປັນນັກເຄຶ່ອນໄຫວ ຝ່າຍຄ້ານ
​ເຈົ້າໜ້າ​ທີ່​ໃນ​ບັງ​ກລາ​ແດັສ​ເວົ້າ​ວ່າ ໄດ້​ມີການ​ປະ​ທະ​ກັນ​ຢູ່​ໃນ​ເມືອງຫຼວງ ລະຫວ່າງ​ກໍາ ລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ ທີ່ຍັງ​ຜົນ​ໃຫ້​ນັກ​ສຶກສາ​ຄົນ​ນຶ່ງ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ນັກ​ສຶກສາຄົນ​ນັ້ນຖືກ​ສັງຫານ​ ໃນ​ວັນ​ອາທິດ
​ມື້​ນີ້ ທີ່​ເມືອງຫຼວງ ດາ​ກ້າ ​ເວລາ​ພວກ​ເດີນ​ຂະ​ບວນປະ​ທ້ວງ ​ໄປ
​ໂຮມຊຸມນຸມ​ກັນ ອັນ​ເປັນການ​ຝ່າຝືນ​ຕໍ່ຄໍາ​ສັ່ງຂອງ​ລັດຖະບາ​ນ
ທີ່​ຫ້າມການ​ໂຮມຊຸມນຸມ​ທາງ​ການ​ເມືອງ ​ຂະໜາດ​ໃຫຍ່ນັ້ນ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພຫຼາຍພັນ​ຄົນ ​ໄດ້​ຖືກ​ສົ່ງ​ອອກ​ໄປ​
ປະ​ຕິ​ບັດການ ​ໃນ​ເມືອງຫຼວງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ໂຮມຊຸມນຸມ​ກັນ​ຄັ້ງ​ໃຫຍ່ ​ທີ່​ຮຽກ
ຮ້ອງ​ໃຫ້​ນາ​ຍົກ​ລັດຖະ ມົນຕີ ທ່ານ​ນາງ Shiekh Hasina ລົບ​ລ້າງ​ການ​ເລືອກ​ຕັ້ງ ທີ່​ກໍານົດໃສ່ ​ວັນ​ທີ 5 ມັງກອນ​ນີ້.

ພັກ​ຊາດ​ນິຍົມ​ບັງ​ກລາ​ແດັສ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ຢືນ​ຢັດວ່າ ນາຍົກລັດຖະມົນຕີ​ຄວນ​ຈະ
ລາ​ອອກ ​ແລະ​ໂອນ​ອໍານາດ​ໃຫ້​ແກ່​ກຸ່ມ​ອິດສະລະ ​ກໍາກັບເບິ່ງ​ນໍາ​ການ​ເລືອກ​ຕັ້ງ. ນາ ຍົກລັດ
ຖະມົນຕີ Hasina ​ໄດ້ປະຕິ​ເສດ​ຕໍ່​ຄໍາ ຮຽກຮ້ອງ​ດັ່ງກ່າວ ​ແລະ​ປະຕິຍານ​ວ່າ​ຈະ​ເດີນ​ໜ້າ
ກັບການ​ເລືອກຕັ້ງ​ ຕາມ​ທີ່​ໄດ້​ກໍາໜົດ​ໄວ້.

​ໄດ້​ມີ​ການຄາ​ດດະ​ເນ​ກັນວ່າ ທ່ານນາງ Khaleda Zia ອະດີດ​ນາຍົກລັດຖະມົນຕີ ຈະໄປ​
ກ່າວ​ຄໍາ​ປາ​ໄສ​ຕໍ່​ພວກ​ໂຮມ​ຊຸມນຸມປະ​ທ້ວງ ​ໃນ​ຕອນ​ບ່າຍ​ວັນ​ອາທິດ​ມື້​ນີ້ ແຕ່​ພວກຕໍາຫຼວດ
ຈໍານວນຫຼວງຫຼາຍ ທີ່ໄປ​ລ້ອມເຮືອນ​ຂອງ​ທ່ານ​ນາງ​ໄວ້ ໄດ້ຢຸດ​ລົດ​ຂອງ​ທ່ານ​ນາງ ​ແລະບໍ່​ໃຫ້​ອອກ​ຈາກ​ເຮືອນ​ໄປ.

ຕໍາຫຼວດ​ໄດ້​ກັກ​ຂັງ​ປະຊາຊົນຫຼາຍຮ້ອຍ​ຄົນ ໃນ​ໄລ​ຍະ​ຫຼາຍມື້ກ່ອນການ​ໂຮມ​ຊຸມນຸມ ໃນ​ວັນ​ອາທິດ​ມື້​ນີ້.
XS
SM
MD
LG