ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານອັງກິດຄົນນຶ່ງ ຖືກສັງຫານ ໂດຍຄົນພາຍໃນ ຢູ່ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ທະຫານອັງກິດ ກ່າວ​ວ່າ ທະຫານ​ຄົນ​ນຶ່ງ​ຂອງ​
ຕົນ​ໄດ້​ຖືກ​ສັງຫານ​ ໃນອັຟກາ​ນິສຖານ ​ໂດຍ​ຜູ້​ຕ້ອງ​ສົງໄສ​ວ່າເປັນ​
ສະມາຊິກ​ຂອງກອງທັບແຫ່ງ​ຊາດອັ​ຟກາ​ນິສຖານ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຜູ້​
ທໍາ​ການ​ໂຈມ​ຕີ​ໄດ້​ຫັນ​ກະບອກ​ປືນ​ໃສ່ທະຫານ​ນາໆ​ຊາດທີ່​ຄ້າຍ​
ທະຫານ​ແຫ່ງ​ນຶ່ງ ​ໃນແຂວງ Helmand ທາງ​ພາກ​ໃຕ້​ຂອງ​ອັຟ
ກາ​ນິສຖານແລ້ວ​ກໍ​ລະດົມ ຍິງ​ເຂົ້າ​ໃສ່. ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ
​ກ່າວ​ວ່າ ຍັງ​ມີທະຫານ​ອັງກິດຫຼາຍ ຄົນໄດ້​ຮັບ​ບາດ​ເຈັບ​ຈາກ​
ການ​ໂຈມ​ຕີ​ຄັ້ງນີ້.

ກອງ​ບັນຊາ​ການຂອງ​ອົງການ NATO ​ໃນອັ​ຟກາ​ນິສຖານ ກ່າວ​ວ່າ ການ​ສັງຫານ​ໃນ​ວັນ​ຈັນວານ​ນີ້ ​ເປັນ​ເຫດ​ຮ້າຍຄັ້ງ​ຫລ້າ​ສຸດ​ໃນ​ການ​ສົງໄສ ​ທີ່ເຈົ້າ​ໜ້າ​ທີ່​ຮ້ອງ​ວ່າ “​ເປັນການ​ໂຈມ​ຕີ​ຈາກ​ພາຍ​ໃນ.”

ການ​ໂຈມ​ຕີ​ຈາກ​ພາຍໃນ​ໄດ້ເພີ້​ມທ​ະວີ​ຂື້ນ​ໃນອັຟກາ​ນິສຖານ ທີ່​ເຮັດ​ໃຫ້​ທະຫານ​ນາໆ​ຊາດ​ເສ​ຍຊີວິດ​ໄປ​ແລ້ວຫລາຍ​ກວ່າ 60 ຄົນ​ໃນ​ປີ 2012.

ການ​ໂຕ​ມຕີ​ໃນ​ວັນ​ຈັນວານ​ນີ້ ​ເກີດ​ຂື້ນໃນ​ຂະນະ​ທີ່ປະທານາທິບໍດີອັຟ ກາ​ນິສຖານ ທ່ານ Hamid Karzai ກໍາລັງ​ຕຽມ​ໂຕ​ເຈລະຈາ​ຫາລື​ທີ່ ກຸງ​ວໍ​ຊິງ​ຕັນ​ ໃນ​ທ້າຍ​ອາທິດ​ນີ້​ ກັບ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່ຽວ​ກັບ​ຂໍ້ຕົກລົງ​ດ້ານຄວາມ​ປອດ​ໄພ​ລະຍະ​ຍາວ ລະຫວ່າງ​ປະ​ເທດທັງ​ສອງ.

ການ​ຮັກສາ​ຄວາມ​ປອດ​ໄພ​ໃນ ອັຟກາ​ນິສຖານ ກໍາລັງເປັນ​ບັນຫາ​ທີ່​ສ້າງ​ຄວາມ​ເປັນ​ຫ່ວງ
ຫລາຍ​ຂື້ນ ​ໃນ​ຂະນະ​ທີ່ທະຫານສະຫະລັດ ​ແລະກຳລັງ ນາໆ​ຊາດ ພວມ​ກະກຽມທີ່​ຈະ​ຖອນອອກ​ໄປ​. ກໍາລັງ​ທະ​ການ NATO ສ່ວນ​ໃຫຍ່​ມີ​ກຳໜົດ​ທີ່​ຈະຖອນ​ອອກ​ຈາກ ອັຟກາ​ນິສຖານ ​ໃນ​ປີ 2014. ກໍາລັງ​ທະຫານສະຫະລັດ ຈໍານວນ​ນຶ່ງ​ມີ​ກໍາໜົດ​ທີ່​ຈະ​ປະຈຳການ​ຢູ່​ໃນ​ປະ​ເທດ​ດັງ​ກ່າວຕໍ່ໄປ​ອີກ​ຫລັງ​ຈາກ​ນັ້ນ ​ແຕ່​ວ່າລາຍ​ລ​ະອຽດຍັງ​ບໍ່​ທັນ​ໄດ້ມີ ການ​ຕົກລົງ​ກັນ​ເທື່ອ.
XS
SM
MD
LG