ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

1 ຄົນເສຍຊີວິດ, ບາດເຈັບ 14 ໃນເຫດການ ຍິງກັນຢູ່ ໄນຄລັບ ສະຫະລັດ


ຕຳຫຼວດປະຕິບັດການຢູ່ສະຖານທີ່ເກີດເຫດ ນອກ ໄນຄລັບ Cameo ຫຼັງຈາກມີລາຍງານການຍິງກັນ. 26 ມີນາ, 2017.
ຕຳຫຼວດປະຕິບັດການຢູ່ສະຖານທີ່ເກີດເຫດ ນອກ ໄນຄລັບ Cameo ຫຼັງຈາກມີລາຍງານການຍິງກັນ. 26 ມີນາ, 2017.

ບັນດາເຈົ້າໜ້າທີ່ໃນນະຄອນ Cincinnati, ລັດ Ohio ທີ່ຕັ້ງຢູ່ພາກຕາເວັນຕົກກາງຂອງ
ສະຫະລັດ ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 15 ຄົນຖືກຍິງ, ໜຶ່ງຄົນເສຍຊີວິດ ໃນຝູງຄົນ
ຢູ່ ໄນຄລັບ ແຫ່ງໜຶ່ງໃນຕອນເຊົ້າຂອງວັນອາທິດມື້ນີ້.

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ ຜູ້ຊ່ວຍຫົວໜ້າຕຳຫຼວດທ່ານ Paul Neudigate ກ່າວວ່າ
ເຫດການຢູ່ ໄນຄລັບ Cameo ແມ່ນ “ສະຖານະການທີ່ມີຄວາມໂຫດຮ້າຍຫຼາຍ.”

ທ່ານກ່າວວ່າ ປະຊາຊົນຫຼາຍຮ້ອຍຄົນແມ່ນຢູ່ໃນ ໄນຄລັບ ດັ່ງກ່າວ ໃນເວລາທີ່ມືປືນໄດ້
ລົງມືຍິງ.

ສະຖານີໂທລະພາບທ່່ອງຖິ່ນ WLWT ໄດ້ລາຍງານວ່າ ຜູ້ເຄາະຮ້າຍຫຼາຍຄົນໄດ້ຮັບບາດ
ເຈັບທີ່ເປັນອັນຕະລາຍເຖິງແກ່ຊີວິດ, ແລະ ວ່າບັນດາເຈົ້າໜ້າທີ່ບໍ່ໄດ້ກ່າວວ່າ ມີໃຜຖືກ
ຄວບຄຸມຕົວໄວ້ຫຼືບໍ່.

ບັນດາເຈົ້າໜ້າທີ່ກ່າວວ່າ ມັນອາດມີມືປືນຫຼາຍຄົນ. ຍັງບໍ່ມີຄວາມຊັດເຈນເທື່ອວ່າ ແມ່ນ ຫຍັງເປັນສາເຫດຂອງເຫດການທີ່ໂຫດຮ້າຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG