ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນຶ່ງຄົນ ເສຍຊີວິດ ແລະ 20 ກວ່າຄົນ ບາດເຈັບ ຍ້ອນແຜ່ນດິນໄຫວ ຢູ່ໄທ (ສະໄລດ໌ໍ/ວີດີໂອ)


ຝູງຊົນພາກັນອອກມາຢືນຢູ່ຖະໜົນ ບ່ອນເກີດແຜ່ນດິນໄຫວ ທີ່ ຊ່ຽງຣາຍ ພາກເໜືອຂອງ ປະເທດໄທ.
ຝູງຊົນພາກັນອອກມາຢືນຢູ່ຖະໜົນ ບ່ອນເກີດແຜ່ນດິນໄຫວ ທີ່ ຊ່ຽງຣາຍ ພາກເໜືອຂອງ ປະເທດໄທ.
ບັນດາ​ເຈົ້າ​ໜ້າ​ທີ່​ໄທກ່າວ​ວ່າ ມີຄົນນຶ່ງ​ເສຍ​ຊີວິດ ​ແລະ 23
ຄົນ​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ແຜ່ນດິນ​ໄຫວ​ ​ທີ່ມີ​ຄວາມ​ແຮງ​
6.0 ທີ່​ໄດ້​ສັ່ນ​ສະ​ເທືອນພາກ​ເໜືອ​ຂອງໄທ ໃນ​ວັນ​ຈັນ​ວານ​ນີ້.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຜູ້ຍິງ​ອາຍຸ 83 ປີ
ຄົນນຶ່ງ​ ໄດ້​ເສຍ​ຊີ ວິດ ​ເວລາ​ຝາ​ເຮືອນ​ຂອງ​ລາວໄດ້​ລົ້ມ​ທັບທີ່​
ຈັງຫວັດຊຽງຣາຍ ໃກ້​ກັບ​ຈຸດສູນກາງ ​ຂອງແຜ່ນດິນ​ໄຫວ.

ນອກນັ້ນແລ້ວ ຍັງມີ​ຄວາ​ມ​ເສຍ​ຫາຍ​ຢ່າງກວ້າງຂວາງ ຕໍ່ບ້ານ​ເຮືອນ ​ໂຮງໝໍ ວັດ ​ແລະ​ຕຶກອາຄານ​ຕ່າງໆ​ ໃນ​ຂົງ​ເຂດ​ດັ່ງກ່າວ ທີ່ຕັ້ງຢູ່ໃກ້​ໆກັບ​ຊາຍ​ແດນ​ມຽນມາ ​ແລະ​ລາວ.

ວັດຣ່ອງຂຸນ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ ສຳລັບພວກນັກ​ທ່ອງ​ທ່ຽວ​ວ່າ ວັດ​ຂາວ ​ໄດ້​ຮັບ​ຄວາມ
ເສຍ​ຫາຍ​ຢ່າງ​ໜັກ. ຢູ່​ທີ່​ວັດ​ອີກແຫ່ງນຶ່ງນັ້ນ​ ສຽນ​ຂອງພະພຸດທະ​ຮູ​ບໄດ້ ຫັກລົງມາ.

​ແຜ່ນດິນ​ໄຫ​ວຄັ້ງນີ້ ​ແລະຄວາມສັ່ນສະເທືອນທີ່​ຕິດຕາ​ມມາ ​ແມ່ນເປັນນຶ່ງໃນ ບັນດາ
ແຜ່ນດິນໄຫວທີ່ມີຄວາມ​ແຮງສຸດທີ່​ໄດ້ຖະຫລົ່ມ​ປະ​ເທດ​ໄທ ​ເທົ່າທີ່ເຄີຍ ຈົດບັນທຶກ
ມາ ໃນ​ປະ​ຫວັດ​ສາດ.

​ແຜ່ນດິນ​ໄຫວດັ່ງກ່າວນີ້ ​ເກີດຢູ່ເລິກລົງໄປ ຈາກໜ້າດິນ 7.4 ກິ​ໂລ​ແມັດ ​ແລະ ສັ່ນ
ສະເທືອນ​ໄປເຖິງ​ບາງກອກ ​ແລະ​ນະຄອນ​ຢ່າ​ງກຸ້ງ ຂອງ​ມຽນມາ.
THAILAND QUAKE VO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG