ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາຢູເຄຣນ ບົດບັງ ການຢ້ຽມຢາມຢູໂຣບ ຂອງ ປະທານປະເທດຈີນ (ວີດິໂອ ພາສາລາວ/ອັງກິດ)


On EU Visit, Chinese President Caught Up in Ukraine Dilemma
please wait

No media source currently available

0:00 0:03:15 0:00
ປະທານ​ປະ​ເທດຈີນ​ ທ່ານ Xi Jinping ເສັດສິ້ນ​ການ​ຢ້ຽມ
ຢາມຢູ​ໂຣບ​ເປັນ​ເວລາ​ນຶ່ງ​ອາທິດ ​ເມື່ອ​ຕົ້ນ​ສັບປະດາ​ນີ້ ທີ່​ແນ​
ໃສ່​ເພື່ອ​ ສົ່ງ​ເສີມ​ສາຍພົວພັນ​ດ້ານ​ເສດຖະກິດ ໃຫ້​ດີ​ຂຶ້ນກັບ​
ສະຫະພາບ​ຢູ​ໂຮບ ​ຫລື​ອີ​ຢູ ທີ່​ເປັນ​ຄູ່​ຄ້າຂາຍ​ອັນ​ດັບ​ນຶ່ງ​ຂອງ
ຈີນ​ນັ້ນ. ບັນດາ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ຄວາມ​ເປັນຫ່ວງ​ທີ່
​ມີ​ມາ​ດົນ​ນານ ກ່ຽວ​ກັບເລື້ອງ​ການລະ​ເມີດສິດທິ​ມະນຸດ​ຢູ່​ໃນ
ຈີນ ຍັງ​ສືບ​ຕໍ່​ຂັດຂວາງ​ການ​ພັດທະນາ​ສາຍ​ພົວພັນໃຫ້​ກ້າວ​
ໄກ​ໄປ​ໜ້າ ​ແຕ່​ວ່າ​ໃນ​ເວລາດຽວ​ກັນ​ນີ້ ຢູ​ໂຣບກໍ​ກຳລັງ​ລະດົມ
​ເອົາ​ການ​ຊ່ວຍ​ເຫລືອ​ທາງ​ການ​ທູດ​ຈາກ​ຈີນ ​ໃນເລື້ອງ​ການ
​ຂັດ​ແຍ້​ງກັນ​ກັບຣັດ​ເຊຍ ກ່ຽວ​ກັບ​ຢູ​ເຄຣນນັ້ນ. ຜູ້​ສື່​ຂ່າວ​ວວີ​
ໂອ​ເອ Henry Ridgwell ມີ​ລາຍ​ງານ​ຈາກ​ລອນດອນ ດັ່ງ​
ດາຣາຈະ​ນຳ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຜູ້​ຄົນ​ພາກັນ​ຕົບມື​ຊົມ​ເຊີຍ ​ເວລາ​ທ່ານ Xi Jinping ປະທານ​ປະ​ເທດ​ຈີນ ​ໄປເບິ່ງສວນສັດ
​ແຫ່ງ​ນຶ່ງນອກ​ນະຄອນຫລວງ Brussels ຂອງ​ປະ​ເທດ Belgium ເມື່ອ​ວັນ​ອາທິດ​ຜ່ານ
​ມາ
​ນີ້ ​ເພື່ອຊົມ​ໝີ​ແພນ​ດາ ທີ່​ເປັນ​ເຄື່ອງມື​ດັ້ງ​ເດີມ​ຂອງການ​ທູດ​ຈີນ ທີ່​ຈີນ​ນຳ​ໃຊ້​ເພື່ອ​ສົ່ງ​ເສີມ​
ສາຍພົວພັນ​ທີ່​ດີ​ກັບ​ຕ່າງປະ​ເທດ. ຈີນ​ໄດ້​ເອົາໝີ​ແພນ​ດາສອງ​ໂຕ​ໃຫ້​ສວນສັດ​ແຫ່ງ​ນີ້ຢືມ
ລ່ວງ​ໜ້າການ​ມາ​ຢ້ຽມ​ຢາ​ມຂອງ​ ທ່ານ Xi ​ເປັນການ​ຢ້ຽມຢາມ​ເທື່ອ​ທຳ​ອິດ​ ​ໂດຍປະທານ
ປະ​ເທດຈີນຄົນ​ນຶ່ງ ​ໃນສາຍ​ພົວພັນ ທີ່​ມີ​ມາ​ເປັນ​ເວລາ 40 ປີ ລະຫວ່າງ​ປັກ​ກິ່ງ​ກັບ​ສະຫະ
ພາບ​ຢູ​ໂຣບ ຫລື ອີ​ຢູ.

ເລື້ອງ​ການ​ຄ້າ​ແມ່ນ​ຫົວ​ຂໍ້​ສູງ​ສຸດ​ຂອງ​ການສົນທະນາ​ກັນ. ບໍ່​ມີຝ່າຍໃດເວົ້າ​ຫຍັງ​ອອກ​ມາ
ລຸນ​ຫລັງກອງ​ປະຊຸມ​ເມື່ອ​ວັນ​ຈັນ ທີ 31 ມີນາ​ນັ້ນ ​ແຕ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ຢາກ​ລະດັບ​
ສາຍພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ກັນ ອິງ​ຕາມ​ທ່ານ Jonathan Fenby, ອະດີດ​
ບັນນາທິການ​ຂອງ ນສພ South China Morning Post ​ແລະ​ຜູ້​ຂຽນ​ປື້​ມ Will China
Dominatethe 21st Century?
ຫລື​ ຈີນ​ຈະ​ຄອບ​ງຳ​ສັດຕະວັດ​ທີ 21 ບໍ?

ທ່ານ Fenby ​ເວົ້າ​ວ່າ: “ຈີນ​ແມ່ນ​ຢາກ​ຈະ​ເສີມ​ສ້າງສາ​ຍພົວພັນ​ກັບ​ອີ​ຢູ ມາ​ໄດ້​ໄລຍະ​
ນຶ່ງ​ແລ້ວ ຊຶ່ງ​ແທ້ໆ​ແລ້ວ ກໍ​ແມ່ນ​ເພື່ອ​ເປັນ​ການ​ຕ້ານ​ຢັນ ອຳນາດ​ຂອງ​ສະຫະລັດ.”


ປະທານ Xi ​ໄດ້​ກົດ​ດັນ​ໃຫ້​ບັນດາ​ຜູ້ນຳ​ອີ​ຢູ ພິຈາລະນາເຊັນ​ສັນຍາ​ການ​ຄ້າ​ເສລີ​ກັບ​ຈີນ ​
ແຕ່​ຢູ​ໂຣບ​ໄດ້​ອອກປາກ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງ​ທີ່​ວ່າ ພວກ​ບໍລິສັດ​ຂອງ
ຈີນ​ມັກບໍ່ເອົາ​ຫົວຊາ​ຕໍ່ກົດໝາຍ​ການ​ຄ້າ​ສາກົນ. ​ເມື່ອ​ປີ​ກາຍ​ນີ້ ການ​ຜິດ​ຖຽງ​ກັນ​ກ່ຽວກັບ
ລາຄາແຜ່ນ​ດຶງ​ດູດ​ແສງຕາ​ເວັນ ​ໄດ້​ພາ​ໃຫ້​ອີ​ຢູວາງ​ພາສີ​ນຳ​ເຂົ້າໃສ່​ສິນຄ້າ​ຈາກ​ຈີນ ຊຶ່ງຈີນ
​ກໍ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ຈຳກັດການ​ນຳ​ເຂົ້າ​ເຫລົ້າ​ວາຍ​ນ໌ ຈາກ​ຢູ​ໂຣບ. ທ່ານ Jonathan
Fenby ເວົ້າ​ວ່າ ການ​ຜິດ​ຖຽງ​ກັນ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ແຕກ​ແຍກ​ຂຶ້ນ ​ຢູ່​ພາຍ​ໃນ​ຢູໂຣບ​ເອງ.
ພວກເຄື່ອນໄຫວສະໜັບສະໜຸນທິເບດ ພາກັນປະທ້ວງ ໃນລະຫວ່າງ ການຢ້ຽມຢາມ ຂອງທ່ານ ສີ ຈິນຜິງ ທີ່ນະຄອນຫລວງ ບຣັສເຊິລສ໌, ວັນທີ 31 ມີນາ 2014.
ພວກເຄື່ອນໄຫວສະໜັບສະໜຸນທິເບດ ພາກັນປະທ້ວງ ໃນລະຫວ່າງ ການຢ້ຽມຢາມ ຂອງທ່ານ ສີ ຈິນຜິງ ທີ່ນະຄອນຫລວງ ບຣັສເຊິລສ໌, ວັນທີ 31 ມີນາ 2014.

ທ່ານ Fenby ​ເວົ້າ​ວ່າ: “ໂດຍ​ລວມ​ແລ້ວ ຈີນ​ແມ່ນ​ຢາກ​ມີ​
ສາຍ​ງພົວພັນ​ສອງ​ຝ່າຍກັບແຕ່ລະ​ປະ​ເທດ ​ແທນຄວາມ​
ສຳພັນ​ໃນ​ຂອບ​ເຂດ​ທີ່ກ້ວາງກ່ວາ ທີ່​ອາດຈະ​ເຮັດ​ໃຫ້​
ເສລີພາບ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ລຸດນ້ອຍ​ຖອຍ​ລົງ. ​
ທາງ​ຝ່າຍ​ຢູ​ໂຣບນັ້ນ ​ແທ້ໆ​ແລ້ວ ກໍ​ໄດ້​ມີ​ຄວາມ​ແຕກ​ແຍກ​
ກັນ​ມາ​ດົນ​ນານ​ ລະຫວ່າງ​ບັນ​ສະມາຊິກ​ໃນກຸ່ມ​ອີ​ຢູ​ເອງ
ກ່ຽວ​ກັບ​ວ່າ ຄວາມ​ສຳພັນ​ກັບ​ຈີນຄວນ​ຈະ​ເປັນ​ເລື້ອງ​ການ
​ຄ້າ​ລ້ວນໆເທົ່ານັ້ນ ຫລື​ວ່າຄວນ​ມີ​ການ​ເມືອງ ​ແລະ​ເລື້ອງ​
ສິດທິ​ມະນຸດ ​ເຂົ້າ​ມາ​ກ່ຽວຂ້ອງ​ນຳ.”


ສ່ວນ​ຢູ່​ທາງ​ນອກ​ກອງ​ປະຊຸມ​ນັ້ນ ພວກ​ປຸກລະດົມ​ກໍ​ໄດ້​ພະຍາຍາມ​ຈະ​ກົດ​ດັນ ​ໃຫ້​ມີການ
​ເອົາ​ເລື້ອງ​ສິດທິ​ມະນຸດ ​ເຂົ້າ​ຮ່ວມ​ໃນ​ລາຍ​ການ​ປະຊຸມ ​ໂດຍ​ກ່າວ​ຫາຈີນ​ວ່າ ທຳ​ການລະ​ເມີດ
​ສິດທິ​ມະນຸດ​ຢ່າງ​ເປີດ​ແປນ ​ຕໍ່​ພວກ​ຊາວ​ທິ​ເບ​ດ ​ແລະ​ຊົນ​ກຸ່ມ​ນ້ອຍ ຊາວ​ວີ​ເກີ້.

ຊາວ​ທິ​ເບ​ດ​ຄົນ​ນີ້ ທ້າວ Tenzin Namgyal ເວົ້າ​ວ່າ: "ພວກເຮົາຢາ​ກ​ໃຫ້​ປະທານ
Xi Jinping ​ເລີ້ມ​ການ​ສົນທະນາ​ກັບ​ອົງດາ​ໄລ ລາ​ມະ ​ໂດນ​ທັນທີ ​ແລະ​ປ່ອຍ
ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ໂດຍ​ທັນທີ.”


ການຍຶດ​ເອົາ​ໄຄຣ​ເມຍ​ຂອງ​ມອສ​ໂຄ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງຮ້າຍ​
ແຮງ ​ໃຫ້​ແກ່​ສາຍ​ພົວພັນລະຫວ່າງ​ອີ​ຢູກັບຣັດ​ເຊຍ. ສ່ວນ​ຈີນ​ກໍ​ບໍ່​ໄດ້ອອກສຽງ​ໃນ​ການລົງ
ມະຕິ​ຮັບ​ຜ່ານ​ຮ່າງ​ຍັດຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ທີ່​ຢືນຢັນ​ເຂດ​ນ້ຳ​ແດນ​ດິນ​ອັນ​ຄົບຖ້ວນ​
ຂອງ​ຢູ​ເຄຣນ. ​ໃນ​ຄຳ​ປາໄສ ຢູ່ເບີລິນ ປະເທດເຢຍລະມັນ ​ເມື່ອ​ວັນ​ສຸກ ທີ 28 ມີນາ​ນັ້ນ
ປະທານ Xi ບໍ່​ໄດ້ກ່າວປະນາມ ຫລື​ວ່າສະໜັສະ​ໜຸນ​ ​ ການ​ກະທຳ​ດັ່ງກ່າວ​ຂອງຣັດເຊຍ.

ປະທານ Xi ​ເວົ້າ​ວ່າ: “ລັດຖະບານຈີນ​ຮັບ​ເອົາ ຫລັກການ​ພື້ນຖານຂອງ​ສາຍ​ພົວພັນ​
ລະຫວ່າງ​ປະ​ເທດ ​ກ່ຽວ​ກັບການ​ບໍ່ເຂົ້າ​ແຊກ​ແຊງ​ໃນ​ກິດຈະການ​ພາຍ​ໃນ​ຂອງປະ​
ເທດ​ທີ່​ມີ​ອະທິປະໄຕ ​ແລະ​ກໍ​ຮັບ​ຮູ້​ອະທິປະ​ໄຕ​ແລະ​ຄວາມ​ຄົບ​ຖ້ວນ​ສົມບູນ​ຂອງ​
ທຸກໆປະ​ເທດ.”


ວີດີໂອ: ສະພາຄວາມໝັ້ນຄົງບໍ່ຮັບຮູ້ ການຍຶດເອົາໄຄຣເມຍ ຂອງຣັດເຊຍ:
UN General Assembly Rejects Crimea Annexation
please wait

No media source currently available

0:00 0:02:18 0:00

ທ່ານ Jonathan Fenby ​ເວົ້າ​ວ່າ ການ​ໂຄ່ນ​ລົ້ມ​ອະດີດ​ປະ​ທາ​ນາ​ທິບໍດີ​ຢູ​ເຄຣນ Viktor
Yanukovich ທີ່​ໄດ້​ນຳ​ໄປ​ສູ່​ການ​ແຕກ​ແຍກ​ກັນ​ກ່ຽວ​ກັບ​ເລື້ອງ​ໄຄຣ​ເມຍ​ນັ້ນ ​ເຮັດ​ໃຫ້​ຈີນ​
ຕົກ​ຢູ່​ໃນ​ຖານະ​ລຳບາກ.

ທ່ານ Fenby ເວົ້າ​ວ່າ “​ເປັນ​ທີ່ແລ​ເຫັນ​ໄດ້ວ່າ ຈີນ​ແມ່ນ​ຈະ​ບໍ່​ສາມາດ​ເຫັນ​ອົກ​ເຫັນ​ໃຈ​
ລະບອບ​ໃໝ່​ໃນ​ນະຄອນຫລວງ Kyiv ທີ່​ໄດ້​ກ້າວ​ຂຶ້ນ​ມາ​ມີ​ອຳນາດ​ຍ້ອນ​ການ​ລຸກ​ຮື​
ຂຶ້ນ ​ແລະ​ການ​ປະ​ທ້ວງ​ຕໍ່ຕ້ານ​ອຳນາດ​ຜະ​ເດັດ​ການ​ນັ້ນ.”


ທ່ານ Jonathan Fenby ກ່າວ​ວ່າ ນອກ​ນີ້ ຈີນ​ກໍ​ຍັງ​ມີ​ຄວາມລະມັດລະວັງ ​ໃນ​ການ​ທີ່
ຈະ​ໄປ​ເຂົ້າ​ຂ້າງ​ກັບຣັດ​ເຊຍ ​ເພາະ​ຢ້ານ​ວ່າ ມັນ​ຈະ​ເປັນ​ການ​ກໍ່ກວນ​ໃຫ້​ວໍ​ຊິງ​ຕັນ ຫັນ​ເຫ
ກຳລັງທະຫານ​ຂອງ​ຕົນ ​ໄປ​ຍັງ​ເອ​ເຊຍ​ຫລາຍ​ຂຶ້ນ.
XS
SM
MD
LG