ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Oman ຮັບເອົານັກໂທດ ຈາກຄຸກ Guantanamo 6 ຄົນ


ແຜນທີ່ ປະເທດ Oman
ແຜນທີ່ ປະເທດ Oman

Oman ​ໄດ້​ຮັບ​ເອົາ​ການໄປ​ຕັ້ງ​ຖິ່ນ​ຖານໃໝ່ ຂອງຊາວ​ເຢ​ເມນ
ຫົກ​ຄົນ ທີ່​ໄດ້​ຖືກ ​ກັກ​ຂັງ​ຢູ່​ຄຸກ​ທະຫານ​ສະຫະລັດ ທີ່​ອ່າວ
Guantanamo​. ພວກ​ຜູ້​ຊາຍ​ເຫລົ່າ​ນີ້​ໄດ້​ໄປ​ເຖິງ Oman ໃນ
​ວັນ​ເສົາມື້​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ​ຢູ່​ໃນ​ຖະແຫລ​ງການ​
ສະບັບນຶ່ງວ່າ ຕົນ​ມີ​ຄວາມ “​ເພິງ​ພໍ​ໃຈທີ່​ສຸດ​ຕໍ່ລັດຖະບານປະ​
ເທດ​ Oman ທີ່​ໄດ້​ສະ​ແດງ​ອອກ​ມາ ໃຫ້​ເຫັນ​ໃນການມີຄວາມ
ເປັນມະ​ນຸດ​ສະ​ທຳ ​ແລະ​ເຕັມ​ໃຈ​ໃຫ້ການສະໜັບສະໜູນ ຕໍ່​ການ
​ດຳ​ເນີນຄວາມ​ພະຍາຍາມ ຂອງສະຫະລັດ ​ທີ່​ຈະ​ປິ​ດສະຖານທີ່
ຄຸມ​ຂັງ ຢູ່ ອ່າວ Guantanamo.”

ການ​ປ່ອຍ​ໂຕຊາວ​ເຢ​ເມນ ທີ່​ໄດ້ຖືກ​ຈັບ​ມາ​ເປັນ​ເວລາ​ນານ ​ແມ່ນເຮັດໃຫ້ຈຳນວນ ພວກທີ່
ຖືກຄຸມຂັງ ຢູ່ຄຸກທີ່​ນາໆ​ຊາດປະນາມ​ ທີ່ກອງ​ທັບເຮືອ​ສະຫະລັດ ​ໃນ​ຄິວ​ບາ ບ່ອນ​ທີ່​ພວກ​
ນັກ​ໂທດ​ໄດ້​ຖືກ​ກັກ​ຂັງໂດຍ​ປາດ​ສະ​ຈາກການ​ກ່າວ​ຫາ ຫລື​ດຳ​ເນີນ​ຄະ​ດີນັ້ນ ຫລຸດລົງ​ມາ
​ເຫລືອ​ຢູ່ 116 ຄົນ.

ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ປິດ​ຄຸກ​ດັ່ງກ່າວ ​ເວລາ​ທ່ານ
​ໄດ້​ລົງ​ສະມັກ​ເປັນປະທານາທິບໍດີເທື່ອ​ທຳ​ອິດ ​ແຕ່​ວ່າ ບັນດາ​ສະມາຊິກສະພາ ​ແລະ​ພວກ
​ເຈົ້າ​ໜ້າ​ທີ່ທຳນຽບຫ້າແຈ​ ໄດ້​ຄັດຄ້ານຕໍ່ເປົ້າ​ໝາຍ​ຂອງ​ທ່ານ​ທີ່​ຈະປິດຄຸກດັ່ງກ່າວ.

Guantanamo Oman
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG