ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ​​​ເປັນນຶ່ງໃນ ໂອ​ລິ​ມປິກ 2012 ໄດ້ຫຼຽນ​ເຖິງ 104 ຫຼຽນ ໂຮມທັງ 46 ຫຼຽນຄໍາ (ສະໄລດ໌ກັບວີດິໂອ)


ການຈຸດບັ້ງໄຟດອກໃນພິທີປິດງານມະຫະກໍາກິລາ ໂອລິມປິກ 2010
ການຈຸດບັ້ງໄຟດອກໃນພິທີປິດງານມະຫະກໍາກິລາ ໂອລິມປິກ 2010

ມື້​ສຸດ​ທ້າຍ​ຂອງ​ງານ​ມະຫະກໍາ​ກິລາ​ໂອ​ລິ​ມປິກ 2012 ​ໄດ້​ສິ້ນ​ສຸດລົງ ໂດ​ຍທີ່​ ສະຫະລັດ​ເປັນ​ຜູ້ນໍາໜ້າໝູ່ ​ໃນ​ການ​ໄດ້​ຄອບ​ຄອງ​ຫຼຽນ​ຫຼາຍ​ທີ່​ສຸດ ​ເຖິງ 104 ຫຼຽນ ອັນ​ຮວມທັງ ຫຼຽນຄໍາ 46 ຫຼຽນ.

ຈີນ​ໄດ້​ທີ່​ສອງ​ ຮອງ​ລົງ​ມາ ​ໂດຍ​ໄດ້ 87 ຫຼຽນ ​ໂຮມ​ທັງ 38 ຫຼຽນຄໍາ. ສ່ວນ​ທາງ​ປະ​ເທດ​ເຈົ້າພາບ ອັງກິດ ​ໄດ້​ທີ່ 3 ​ໃນ​ຈໍານວນຫຼຽນຄໍາ ​ໂດຍໄດ້ 5 ຫຼຽນ ​ຫຼາຍ​ກວ່າ ຣັດ​ເຊຍ ແຕ່ຖ້າ​ນັບ​ຈໍານວນ​ຫຼຽນທັງ​ໝົດ​ແລ້ວ ຣັດ​ເຊຍ​ມາ​ໃນ​ອັນ​ດັບ 3 ​ໃນ​ຂະນະ​ທີ່ອັງກິດ​ ​ໄດ້ອັນ​ດັບທີ 4.

ມີ 85 ປະ​ເທດ​ທີ່​ໄດ້​ຮັບຫຼຽນ ຢ່າງ​ນ້ອງ ​ນຶ່ງ​ຫຼຽນ.

ບັນດານັກ​ຮ້ອງ​ປ໊ອບຣ໊ອກຊື່​ດັງຂອງ​ອັງກິດ ໄດ້​ມາ​ຮວມຕົວ​ສະ​ແດງ​ແລະ​ສ້າງ​ຄວາມ​ມ່ວນ​ຊຶ່ນ​ໃຫ້​ແກ່​ຜູ້​ຊົມ ໃນ​ພິທີປິດ​ງານແຂ່ງຂັນກິລາໂອ​ລິ​ມປິກ 2012 ນີ້ ທີ່ໃຫ້ຊຶ່ງ​ວ່າ “A Symphony of British Music” ອັນ​ມີ George Michael, the Spice Girls, Annie Lennox ​ແລະຄະນະ Pet Shop Boys​ ທີ່​ໄດ້​ຮ່ວມ​ສະ​ແດງ ​ເປັນ​ເວລາ 3 ຊົ່ວ​ໂມງ​ເຕັມ ຕໍ່ໜ້າ​ຝູງ​ຊົນ​ເຖິງ 8 ໝື່ນ​ຄົນ.

ປະ​ເທດ Brazil ​ທີ່​ໄດ້​ຖືກ​ເລືອກ​ເປັນເຈົ້າພາບຂອງການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ຄັ້ງ​ຕໍ່​ໄປໃນປີ 2016 ນັ້ນ ກໍໄດ້ເປີດ​ໂຕ ​ໂດຍຈັດການສະ​ແດງ​ຕາມ​ແບບ​ສະບັບ​ຂອງງານເທດສະການ​ເຕັ້ນ​ລະ​ບໍາ​ສະ​ຕາຍອາ​ເມຣິກາ​ລາ​ຕິນ ທີ່​ມີ​ທັງ​ນັກ​ຕີ​ກອງ, ນັກເຕັ້ນລະ​ບໍາ ທີ່​ນຸ່ງຊຸດ Carnival ອັນ​ສວຍ​ງາມ ໃນ​ການຮ່ວມສະຫຼອງໃນພິທີປິດນັ້ນ.

ຜູ້ທີ່ສ້າງ​ຄວາມ​ແປກ​ໃຈ​ຫລາຍ​ທີ່​ສຸດ​ໃນການ​ແຂ່ງຂັນ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ນາຍ Stephen Kiprotich ຈາກ Uganda ​ທີ່ໄດ້​ຮັບຫຼຽນ​ຄໍາ ​ໃນ​ການ​ແລ່ນ​ທົນ​ຂອງ​ຜູ້​ຊາຍ ຊຶ່ງເປັນຫຼຽນ​ຄໍາ ອັນ​ທໍາ​ອິດ​ຂອງ Uganda ໃນ​ຮອບ 40 ປີ.

ທີ​ມ​ບານ​ບ້ວງ​ຊາຍຂອງ​ສະ​ຫະລັດ ​ທີ່ເອີ້ນກັນ​ວ່າ "Dream Team" ນັ້ນ ກໍ​ໄດ້​ ຫຼຽນ​ຄໍາ​ໄປ​ຕາມ​ຄາດໝາຍ ​ໂດຍ​ໄດ້​ຊະນະທີ​ມ Spain ດ້ວນ​ຄະ​ແນນ 107 ຕໍ່ 100. ສ່ວນທີ​ມຣັດ​ເຊຍ​ໄດ້ຫຼຽນ​ທອງ​ແດງ​ໄປ ​ໂດຍ​ໄດ້ຊະນະທີມ Argentina.

ຊາວອັງກິດແລະນັກທ່ອງທ່ຽວພາກັນລຸຫລັ່ງໄປຊື້ຂອງທີ່ລະນຶກຈາກໂອລິມປິກ 2012:



Loading...

See complete list at olympic.org

XS
SM
MD
LG