ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລອນດອນ ກຽມພ້ອມແລ້ວ ສໍາລັບພິທີເປີດ ການແຂ່ງຂັນ ກິລາໂອລິມປິກ 2012 (ວີດິໂອ&ສະໄລດ໌)


ເຮືອບັນທຸກຮາງໄຟ Gloriana ຂອງກະສັດ ທີ່ມີທວນໄຟກິລາ​ໂອ​ລິ​ມປິກໃນຂະນະທີ່ມຸງໜ້າໄປຫາແມ່ນໍ້າ Thames ເພື່ອກຽມລໍຖ້າພິທີເປີດກິລາໂອລິມປິກທີ່ນະຄອນຫລວງລອນດອນ ໃນແລງວັນທີ 27 ກໍລະກົດ, 2012.
ເຮືອບັນທຸກຮາງໄຟ Gloriana ຂອງກະສັດ ທີ່ມີທວນໄຟກິລາ​ໂອ​ລິ​ມປິກໃນຂະນະທີ່ມຸງໜ້າໄປຫາແມ່ນໍ້າ Thames ເພື່ອກຽມລໍຖ້າພິທີເປີດກິລາໂອລິມປິກທີ່ນະຄອນຫລວງລອນດອນ ໃນແລງວັນທີ 27 ກໍລະກົດ, 2012.

ທວນໄຟກິລາ​ໂອ​ລິ​ມປິກໄດ້ມາຢຸດລົງທີ່ແມ່ນໍ້າ Thames ໂດຍໄດ້ປັກໄວ້ຮາງໃຕ້ໄຟ
Gloriana ຂອງກະສັດ ໃນຂະນະທີ່ຢູ່ໃນຊ່ວງສຸດທ້າຍຂອງການເດີນທາງຂອງທວນ
ໄຟດັ່ງກ່າວ ໄປຫາສະໜາມກິລາ​ໂອ​ລິ​ມປິກຂອງ​ລອນ​ດອນ ແລະການເປີດການ​ແຂ່ງ
ຂັນກິລາ​ໂອ​ລິ​ມປິກ 2012.

ລອນດອນກໍາລັງໃຫ້ການຕ້ອນຮັບແກ່ນັກກິລາປະມານ 10 ພັນຄົນ, ແຂກຢ້ຽມຢາມ
ຫລາຍແສນຄົນ ແລະຜູ້ຊົມທາງໂທລະພາບຢູ່ທົ່ວໂລກ ທີ່ຊົມພິທີເປີດກິລາ​ໂອ​ລິ​ມປິກ
ຢ່າງເປັນທາງການ.

ເບິ່ງວີດິໂອກ່ຽວຂ້ອງກັບການນໍາທວນໄຟໄປຫາສະໜາມກິລາໂອລິມປິກ

ພະລາຊີນີອັງກິດ Elizabeth ຈະເປັນຜູ້ເປີດການ​ແຂ່ງກິລາດັ່ງກ່າວຢ່າງເປັນທາງການ. ການແຂ່ງຂັນຄັ້ງນີ້ລວມມີກິລາ 26 ປະເພດ ຊຶ່ງຈະດໍາເນີນໄປຈົນຮອດ ວັນທີ 12 ສິງຫາ.

ພິທີເປີດອັນຫລູຫລາທີ່ຈະມີຂຶ້ນໃນຄໍ່າຄືນຂອງວັນສຸກມື້ນີ້ ຈະຖືກກໍາກັບໂດຍ ທ່ານ
Anny Boyle ຜູ້ກໍາກັບການສະແດງໜັງເລື້ອງ “Slumdog Millionaire” ທີ່ໄດ້ຮັບ
ລາງວັນ Oscar ນັ້ນ. ການເດີນສວນສະໜາມຂອງ ພວກນັກກິລາ ຈະເລີ້ມຕົ້ນໂດຍ
ປະເທດກຣີສນໍາໜ້າ ແລະອັດທ້າຍລົງໂດຍ ອັງກິດ ຊຶ່ງເປັນປະເທດເຈົ້າພາບນັ້ນ.

ເບິ່ງສະໄລດ໌ຮູບກ່ຽວຂ້ອງກັບເລື້ອງນີ້

XS
SM
MD
LG