ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະນະຈັດງານກິລາໂອລິມປິກ ຂໍຂະມາໂທດ ຕໍ່ເກົາຫລີເໜືອ ຍ້ອນຊັກທຸງຜິດ


ເດັກນ້ອຍຢືນກາງທຸງເກົາຫລີເໜືອ ກ່ອນເປີດການແຂ່ງຂັນບານເຕະຍິງ ກຸ່ມ G ລະຫວ່າງເກົາຫລີເໜືອ ແລະໂຄລໍາເບຍ ທີ່ຈັດຂຶ້ນໃນສວນ Hampden, Glasgow, Scotland, ວັນທີ 25 ກໍລະກົດ 2012.
ເດັກນ້ອຍຢືນກາງທຸງເກົາຫລີເໜືອ ກ່ອນເປີດການແຂ່ງຂັນບານເຕະຍິງ ກຸ່ມ G ລະຫວ່າງເກົາຫລີເໜືອ ແລະໂຄລໍາເບຍ ທີ່ຈັດຂຶ້ນໃນສວນ Hampden, Glasgow, Scotland, ວັນທີ 25 ກໍລະກົດ 2012.

ຄະນະຈັດງານກິລາ​ໂອ​ລິ​ມປິກທີ່​ລອນ​ດອນ ໄດ້ຂໍຂະມາໂທດຕໍ່ເກົາຫລີເໜືອ ທີ່ໄດ້
ຫລົງຊັກທຸງເກົາຫລີໃຕ້ຂຶ້ນ ກ່ອນການແຂ່ງຂັນກິລາບານເຕະຍິງລະຫວ່າງທີ​ມ​ເກົາ
ຫລີເໜືອ ກັບ​ໂຄ​ລໍາ​ເບຍ.

ທີ​ມເກົາຫລີເໜືອບໍ່​ຍອມລົງສະໜາມແຂ່ງຂັນ ລຸນຫລັງການ​ເຮັດຜິດພາດດັ່ງກ່າວ
ສົ່ງ​ຜົນໃຫ້ການເລີ້ມຕົ້ນແຂ່ງຂັນຊັກຊ້າໄປດົນກວ່າ 1 ຊົ່ວໂມງ. ແຕ່ຢ່າງໃດກໍຕາມ
ທິມເກົາຫລີເໜືອກໍ​ໄດ້ຊະນະການແຂ່ງຂັນ 2 ຕໍ່ 0.

ຄະນະຈັດງານກິລາ​ໂອ​ລິ​ມປິກເວົ້າວ່າ ພວກເຂົາເຈົ້າຈະດໍາເນີນບາດກ້າວ ເພື່ອຮັບ
ປະກັນບໍ່ໃຫ້ຄວາມຜິດພາດແບບດຽວກັນນີ້ ເກີດຂຶ້ນຊໍ້າອີກ.

​ໃນການ​ແຂ່ງຂັນ​ບານ​ເຕະ​ຜູ້ຍິງອີກ​ສອງ​ເກ​ມໃນວັນພຸດວານນີ້ ທີ​ມສະຫະລັດ ທີ່ປ້ອງ
ກັນຕໍາແໜ່ງແຊ້ມປຽນຫລຽນຄໍາ ​ເລີ້ມ​ຕົ້ນ​ດ້ວຍ​ການເສ​ຍໃຫ້ຝຣັ່ງ 2 ປະຕູໃນ​ເບື້ອງ​ຕົ້ນ
ແຕ່ກໍຍາດ​ເອົາ​ໄຊ​ຊະນະ ​ມາ​ໄດ້ 4 ຕໍ່ 2 ​ໃນ​ບັ້ນ​ສຸດ​ທ້າຍ.

ສ່ວນອັງກິດນັ້ນ ກໍຊະນະນີວຊີແລນ 1-0 ໃນການແຂ່ງຂັນ ຢູ່​ເມືອງຫລວງ Cardiff
ຂອງ​ແຄ້ວ​ນ Welsh.

ການແຂ່ງຂັນສືບຕໍ່​ໃນວັນພະຫັດມື້ນີ້ ດ້ວຍການແຂ່ງຂັນບານເຕະຊາຍ. ພິທີເປີດກິລາ​
ໂອ​ລິ​ມປິກທີ່​ກຸງ​ລອນ​ດອນ ຈະໄດ້ຈັດຂຶ້ນໃນວັນສຸກມື້ອື່ນນີ້.

ມີນັກກິລາຫລາຍກວ່າ 10 ພັນຄົນ ກໍາລັງເຂົ້າແຂ່ງຂັນກິລາ 26 ປະເພດ ຢູ່ໃນກິລາ
​ໂອ​ລິ​ມປິກຄັ້ງນີ້ ຊຶ່ງຈະດໍາເນີນໄປຈົນຮອດວັນທີ 12 ສິງຫາ​ເດືອນ​ໜ້າ.

XS
SM
MD
LG