ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທວນໄຟ ໂອລິມປິກ ຈະຖືກນໍາ ອອກໄປຍ່າງ ໃນອະວະກາດ (ສະໄລດ໌)


ນັກບິນອະວະກາດ Fyodor Yurchikhin ຜູ້ບັງຄັບສະຖານີ ອະວະກາດນາໆຊາດ ກໍລັງຖືທວນໄຟ ໂອລິມປິກ
ນັກບິນອະວະກາດ Fyodor Yurchikhin ຜູ້ບັງຄັບສະຖານີ ອະວະກາດນາໆຊາດ ກໍລັງຖືທວນໄຟ ໂອລິມປິກ
ທວນ​ໄຟ ​ໂອ​ລິ​ມປິກ ​ໄດ້​ປ່ຽນ​ເສັ້ນທາງ​ເດີນ​ເລັກ​ນ້ອຍ​ຈາກປະ
​ເທດ​ກຣີສ ​ໄປ​ຫາ ​ເມືອງ Sochi ປະ​ເທດຣັດ​ເຊຍ ສຳລັບ​ການ
​ແຂ່ງຂັນກິລາ​ໂອ​ລິ​ມປິກລະດູ​ໜາວ ປີ 2014. ​ໃນວັນ​ເສົາ​ມື້​ນີ້
ທວນ​ໄຟ ຈະຖືກ​ນຳ ​ອອກ​ໄປ​ຍ່າງ​ຢູ່ໃນອະວະກາດ. ບັນດາ​
ນັກເຫາະ​ຈັກກະວານ​ຂອງຣັດ​ເຊຍ ທ່ານ Oleg Kotov ​ແລະ
Sergey Ryazanskiy ຈະ​ຖື​ທວນ​ໄຟ ອອກ​ໄປ​ນອກ​ສະຖາ
ນີ​ອະວະກາດ​ນາໆ​ຊາດ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເລີ້ມການປະຕິ
ບັດ​ງານ​ການ​ສ້ອມ​ແປງ​ເປັນ​ເວລາ 6 ຊົ່ວ​ໂມງ.

ທວນ​ໄຟນີ້ ຈະໄຕ້​ໄຟໃສ່​ບໍ່​ໄດ້ ​ຢູ່​ໃນ​ບ່ອນ​ທີ່​ບໍ່​ມີ​ອາກາດ​ຫຼືສູນ
ຍາກາດ ​ແລະ​ນຶ່ງ​ໃນ​ບັນດາ​ນັກເຫາະ​ຈັກກະວານ ທ່ານ
Mikhail Tyurin ກ່າວ​ວ່າ ມັນ​ເປັນ​ແນວ​ຄິດ​ບໍ່​ດີ​ ທີ່​ຈະໄຕ້ໄຟ
​ຢູ່​ໃນສະຖານີ​ອະວະກາດ.​ໂດຍ​ເວົ້າວ່າ “ບໍ່ມີ​ແຜນ​ທີ່​ຈະ​ໄຕ້​ໄຟ​
ໃດ​ໆທັງ​ໝົດ​ ຢູ່ເທິງ ສະຖານີ ຮວມ​ທັງ​ທວນ​ໄຟ​ໂອ​ລິ​ມປິກ. ​
ແຕ່​ວ່າ ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ສັນຍາ​ລັກ​ທີ່​ບັງຄັບ​ແລະ​
ຂັ້ນຕອນ​ໃນ​ການ​ດຳ​ເນີນ​
ການ​ກັບ​ມັນ."

ທວນ​ໄຟດັ່ງກ່າວ​ນີ້ ຈະ​ສືບ​ຕໍ່​ການ​ເດີນທາງ​ໄປ​ຍັງເມືອ​ງ Sochi ​ໃນ​ວັນ​ທີ 10 ເດືອນ
ພະຈິກ ​ໃນ​ຂະນະ​ທີ່​ທວນ​ໄຟກໍາລັງ​ມຸ່​ງໜ້າ​ກັບ​ຄືນ​ລົງ​ມາສູ່​ໂລກ​ມະນຸດ ທີ່​ ປະ​ເທດ Kazakhstan ພ້ອມ​ດ້ວຍ​ນັກ​ບິນ​ອະວະກາດ​ສາມ​ຄົນ.

ທວນ​ໄຟໂອ​ລິ​ມປິກ ​ໄດ້​ເດີນທາງ​ໄປ​ອະວະກາດ​ ມາ​ກ່ອນ​ແລ້ວສອງ​ເທື່ອ ​ໃນ​ປີ 1996 ກ່ອນການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ທີ່​ນະຄອນ Atlanta ​ແລະ​ປີ 2000 ກ່ອນ​ການ​ແຂ່ງ
ຂັນ​ກິລາ​ໂອ​ລິ​ມປິກ ທີ່ນະຄອນ Sydney ​ແຕ່​ວ່າບໍ່​ເຄີຍ​ໄດ້​ຖືກ ນໍາ​ອອກໄປ​ຢ່າງ ​ຢູ່​ນອກ​ຍານອະວະກາດຈັກ​ເທື່ອ.

XS
SM
MD
LG