ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຄວາມເຫັນຂັດແຍ້ງກັນ ກ່ຽວກັບຜົນຮັບ ຂອງການຈັດງານແຂ່ງຂັນ ໂອລິມປິກ (ສະໄລດ໌ກັບວີດີໂອ)


ສ່ວນນຶ່ງຂອງການຈັດຕຽມຮອງຮັບງານແຂ່ງຂັນໂອລິມປິກທີ່ຈະເລີ່ມຕົ້ນທ້າຍ ເດືອນນີ້ທີ່ລອນດອນ ປະເທດອັງກິດ
ສ່ວນນຶ່ງຂອງການຈັດຕຽມຮອງຮັບງານແຂ່ງຂັນໂອລິມປິກທີ່ຈະເລີ່ມຕົ້ນທ້າຍ ເດືອນນີ້ທີ່ລອນດອນ ປະເທດອັງກິດ

ງານ​ແ​ຂ່ງຂັນ​ກີລາ​ໂອ​ລິ​ມປິກ ​ທີ່​ຈະ​ມີ​ຂຶ້ນ​ ຢູ່ນະຄອນຫລວງລອນ​ດອນ ປະ​ເທດ​ອັງກິດ ​ໃນ​ທ້າ​ຍ​ເດືອນ​ໜ້າ​ນີ້ ນັບ​ວ່າ​ເປັນ​ການຈັດ​ງານ​ທີ່​​ແພງ​ຫຼາຍງານ​ນຶ່ງ. ງົບປະມານ​ຂອງລັດຖະບານ​ອັງກິດ ສໍ​າລັບການ​ກໍ່ສ້າງ​ສະຖານ​ທີ່ ແລະ​ໃຊ້​ຈ່າຍ​​ໃນວຽກ​ງານ​ບໍລິຫານຕ່າງໆ​ ທີ່​ຕັ້ງ​ໄວ້​ຢ່າງ​​ເປັນທາງ ການນັ້ນ​ແມ່ນ​ມີຈໍ​ານວນ 15 ພັນ​ລ້ານ​ໂດ​ລາ ​​ເຖິງ​ແມ່ນການ​ປະ​ເມີນ​ບາງ​ອັນ ​ບົ່ງ​ຈໍານວນສູງ ກວ່າ​ນັ້ນກໍ​ຕາມ. ຄະນະກໍາ​ມະ​ການຈັດ​ງານ​ແມ່ນ​ມີງົບປະມານ​ຕ່າງຫາກ ຈໍານວນປະມານ 3 ພັນ​ລ້ານ​ໂດ​ລາ​ ຊຶ່ງ​ຈະ​ໄດ້​ມາ​ຈາກ​ລາຍ​ໄດ້​ຈາກ​ການ​ຂາຍ​ປີ້ ຈາກພວກ​ອຸບປະຖໍາ ​ແລະ​​ແຫ​ລ່ງ​ເອກະ​ຊົນ​ອື່ນໆ. ​ແຕ່ ຜູ້​ສື່​ຂ່າວ​ວີ​ໂອ​ເອ Al Pessin ລາຍ​ງານ​ມາຈາກ​ລອນ​ດອນ​​ວ່າ ມັນ​ເປັນ​ການ​ຍາກ​ ທີ່ຈະ​ຄໍານວນ​ໄດ້​ວ່າ​ ງານ​ແຂ່ງຂັນ​ໂອ​ລິ​ມປີກ​ຄັ້ງ​ນີ້ ຈະຄຸ້ມ​ຄ່າ​ຫຼືບໍ່?

ລາຍງານພາສາອັງກິດ:

ສະໜາມກິລາແລະ​ບ່ອນ​ແຂ່ງຂັນ​ຕ່າງໆ​ຂອງ​ສວນໂອ​ລິ​ມປິກນັ້ນ​ເປັນ​ທີ່ໜ້າ​ປະ​ທັບ​ໃຈ ​ແລະ
​ບໍ່​ຕ້ອງ​ສົງ​ໃສ​ວ່າ ມັນ​ເປັນ​ງານ​ສະ​ແດງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ກໍວ່າ​ໄດ້ ​ແຕ່​ກໍ​ມີຄວາມ​ເປັນ​ຫ່ວງ​ກ່ຽວ
​ກັບ​ຄ່າ​ໃຊ້​ຈ່າຍ​ກັນ​ຢູ່.

​Jonathan Edwards ອະດີດ​ນັກກິລາໂອ​ລິ​ມປິກຫຼຽນ​ຄໍາ​ຊາວ​ອັງກິດ ແລະ​ສະມາຊິກຄະນະ​
ກໍາມະການ​ຈັດ​ງານ​ແຂ່ງຂັນ​ປະ​ຈໍາ​ລອນ​ດອນ ກ່າວ​ວ່າ ພວກທີ່​ເປັນ​ຫ່ວງ​ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ​
ຂອງ​ງານ​ແຂ່ງຂັນ​ນີ້ ​ແມ່ນ​ບໍ່​ໄດ້​ຄິດ​ເຖິງ ພາບ​ລວມ​ທີ່ໃຫຍ່ກ່ວາ​ນັ້ນ​ເລີຍ. ​ທ່ານ ​ເອັດ​ເວີ​ດສ ກ່າວ​ວ່າ:

“ເວລາ​ພວກ​ຄົນ​ຄິດ​ວ່າ​ງານ​ນີ້​ເປັນການ​ເສຍ​ເງິນ ຂ້າພະ​ເຈົ້າຄິດ​ວ່າ​ ບາງທີ​ພວກ​ເຂົາເຈົ້າ
ບໍ່​ເຂົ້າ​ໃຈ​ວ່າ​
ເງິນ​ນັ້ນ​ມັນ​ໄປ​ທາງ​ໃດ ​ແລະ​ໃຊ້​ຈ່າຍ​ຢ່າງ​ໃດ. ສັນຍາ​ຮັບ​ເໝົາຕ່າງໆ -
98 ​ເປີ​ເຊັນ
- ​ແມ່ນວົງ​ການ​ທຸລະ​ກິດ​ອັງກິດ​ເອງ ​ເປັນ​ຜູ້​ປະມູນ​ໄດ້. ດັ່ງນັ້ນ ເງິນ​ຫຼາຍ​ພັນ
​ລ້ານ​ປອນ
ດ໌ ​ແມ່ນ​ໄດ້​ໃຊ້​ຈ່າຍ​ຢູ່​ໃນ​ອັງກິດ​ແທບທັງ​ໝົດ ​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ທ້າ​ທາຍ
​ດ້ານ​ເສດ​ຖະກິດ​ທີ່​ສຸດ​ນັ້ນ.”

ທ່ານ ​ເອັດ​ເວີ​ດສ ກ່າວຕື່ມ​ວ່າ ນອກ​ນີ້​ແລ້ວ ການ​ກໍ່ສ້າງ​ສະໜາມ​ກິລາ ຫຼື ການ​ພັດທະນາ
​ປັບປຸງ​ທີ່ກ່ຽວ​ຂ້ອງ​ຕ່າງໆ​ ໃນ​ເຂດ​ກໍ້າຕາ​ເວັນ​ອອກ​ຂອງ​ກຸງ​ລອນ​ດອນ​ນັ້ນ ຍັງຈະສ້າງ​ຜົນ
​ປະ​ໂຫຍ​ດດ້ານເສດຖະກິດ​ໄລຍະ​ຍາວໃຫ້​ແກ່ຕົວ​ເມືອງ ​ແລະ​ອັງກິດທັງ​ໝົດ​ນັ້ນ​ນໍາ. ​ແຕ່ບໍ່
ເປັນ​ເ​ລຶ່ອງແປກທີ່​ມີ​ການ​ອະພິປາຍ ​ຖົກ​ຖຽງ​ກັນຢ່າງ​ຫລວງຫລາຍ ກ່ຽວ​ກັບເລື່ອງນີ້.

Julian Cheyne ​ເປັນແກນ​ນໍາ​ຄົນ​ນຶ່ງຂອງ​ພວກນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ກິລາ​ໂອລິ​ມປິກ
ທີ່​ຕຶກ​ອະ​ພາດ​ເມ້ນທີ່​ລາວອາ​ໄສ​ຢູ່​ນັ້ນ ​ຖືກ​ມ້າງ​ລົງ​ເພື່ອ​ໃຊ້​ເປັນ​ພື້ນ​ທີ່​ສ້າງສວນ​ໂອ​ລິ​ມປິກ​.
ລາວ​ເວົ້າ​ວ່າ:

“ຄວາມ​ເປັນຈິງ​ແລ້ວ​ ມີ​ແຕ່​ເລຶ່ອງຕົວະ​ກັນ​ທັງ​ໝົດ ​ແລະ​ແທ້ໆ​ແລ້ວ ລັດຖະບານ​
ກໍ​ຮູ້​ດີ​ໃນ​ເລຶ່ອງນີ້ ​ເພາະວ່າ​ໃນ​ປີ 2002 ນັ້ນ
ລັດຖະບານ​​ໄດ້ມີ​ລາຍ​ງານ​ສະບັບນຶ່ງ​
ອອກ​ມາ
ທີ່​ເອີ້ນວ່າ ​ແຜນການ​ກິລາ ຊຶ່ງ​ໄດ້​ເຕືອນ​ວ່າ ມັນ​ຈະ​ບໍ່ໃຫ້​ປະ​ໂຫຍ​ດຕ່າງ​ໆ
ທີ່​ໄດ້ອ້າງ​ເອົາ​ນັ້ນ.
​ແຕ່ສອງ​ສາມ​ເດືອນ​ຕໍ່​ມາ ລັດຖະບານ​ຕັດສິນ​ໃຈ​ເດີນ​ໜ້າ​ກັບ
ໂຄງການ. ມັນ​ເປັນ​ເລຶ່ອງ
ຕົວະ​ກັນ​ຢູ່​ພໍ​ປານ​ນັ້ນ.”

​ໃນຈຸດ​ໃດ​ຈຸດ​ນຶ່ງ​ລະຫວ່າງ​ການ​ກ່າວ​ຫາ​ຕ່າງໆ​ນາໆ​ຂອງພວກ​ນັກເຄື່ອນ​ໄຫວ ​ແລະຄໍາ​ໝັ້ນ​
ສັນຍາ​ຂອງ​ເຈົ້າໜ້າ​ທີ່ນັ້ນ ມັນ​ຈະ​ຕ້ອງ​ມີ​ຂໍ້​ປານີ​ປານ​ອມກັນ​ທີ່​ໜຽວ​ແໜ້ນ. ບາງ​ເທື່ອ​ອາດ​ຈະ
​ຢູ່​ທີ່​ໂຮງຮຽນ​ສອນ​ການທ່ອງທ່ຽວ​ຂອງ​ມະຫາ​ວິ​ທະຍາ​ໄລ Bournemouth ບ່ອນ​ທີ່​ພວກ​ເຮົາ
​ໄດ້​ພົບ​ສາ​ສະ​ດາ​ຈານ Adam Blake ທີ່ກ່າວ​ວ່າ:

“ເບິ່ງ​ຄື​ວ່າ​ ຫລັງ​ຈາກ​ຊັ່ງຊາ​ເບິ່ງແລ້ວ ມັນ​ມີ​ຜົນປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​​ ໃນການ​ເປັນ
​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ໂອ​ລິ​ມປິກ. ມີ​ຄວາມ​ບໍ່​ແນ່ນອນ​ຫຼາຍ​ປະການ​ຢູ່ ​ແລະ​ກໍ​ມີ
​ຫຼາຍ​ສິ່ງ​ທີ່​ພວກ​ເຮົາ​ບໍ່ຮູ້​ເລຶ່ອງຫຍັງ​
​ແມ່ນ​ແຕ່​ເວລານີ້. ມັນ​ມີ​ດ້ານ​ລົບ ແຕ່​ກໍ​ມີເງິນ
ຈໍານວນ​ມະຫາສານ​ຫຼັ່ງ​ໄຫຼ​
ຄືນເຂົ້າ​ມາອັງກິດ ​ແລະ​ຈິງໆ​ແລ້ວ ນັ້ນແຫຼະເປັນ​ຕົວ
​ຂັບດັນ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ
.

ຊາວລອນດອນວ່າ ມັນຍາກທີ່ຈະຕີລາຄາຜົນໄດ້ຈາກງານແຂ່ງຂັນກິລາໂອລິມປິກ:

ແຕ່​ສາ​ສະ​ດາ​ຈານ ​ເບ​ຣກ ກໍ​ຮັບ​ຮູ້​ວ່າ ​ຜົນ​ປະ​ໂຫຍ​ດ​ໃຫຍ່​ທີ່​ສຸດ​ທີ່​ເປັນ​ໄປໄດ້​ນັ້ນ​ ຈະເຫັນ​ກັນ​ຢູ່​
ໃນ​ອະ​ນາ​ຄົດ ເພາະສະ​ນັ້ນມັນ​ກໍ​ມີ​ຄວາມ​ບໍ່​ແນ່ນອນ​ຫລາຍ​ທີ່​ສຸດ​ຄື​ກັນ. ທ່ານ ​ເບ​ລກ ກ່າວ​ອີກ​ວ່າ:

“ພວກ​ເຮົາ​ຈະ​ເຫັນກຸງ​ລອນ​ດອນ​ ພ້ອມ​ກັບ ຜົນ​ປະ​ໂຫຍ​ດຈາກລັດສະໝີໂອ​ລິ​ມປິກ​
ອັນ​ໃຫຍ່​ໂຕ​ນັ້ນ​
ໃນ​ໄລ​ຍະເວລາ​ອີກສິບ​ປີ ​ຫຼື​ບໍ່? ນັ້ນ​ມັນ​ເປັນຄວາມ​ສາມາດ​ບົ່ມ​ຊ້ອນ
​ແທ້ໆ ​ເປັນ​
ຄໍາ​ຖາມ ໃຫຍ່​ແທ້ໆ ທີ່ມີ​ນໍ້າ​ໜັກເໜືອກວ່າ​ທຸກໆ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລ
ຍະ​ເວລາ
ສອງ​ອາທິດ​ ໃນ​ເດືອນ​ກໍລະກົດ ​ແລະ​ເດືອນ​ສິງຫາ​ນີ້.”

​ທ່ານ Colin Grannell ເຈົ້າໜ້າ​ທີ່ບໍລິຫານບໍລິສັດບັດ​ສິນ​ເຊື່ອ​ ວິຊາ​ ທີ່ເປັນ​ຜູ້ອຸບປະຖໍາ​ກິລາ
ໂອລິ​ມປິກ​ມາ​ດົນ​ນານ​ແລ້ວ​ນັ້ນ ​ເຊື່ອ​ໃນ​ສິ່ງ​ທີ່​ເອີ້ນ​ວ່າ halo effect ຫລືຜົນ​ສະທ້ອນຕາມມາ
ຈາກ​ລັດສະໝີ​ ​ແລະ​ເວົ້າວ່າ ທ່ານ​ເຫັນ​ຜົນ​ກະທົບຂອງ​ມັນ ​ຕໍ່​ລູກ​ຄ້າ​ຂອງ​ທ່ານຫຼາຍລ້ານ​ຄົນ​.
ທ່ານ ​ແກຣນ​ແນ​ລ ກ່າວ​ຕໍ່​ໄປວ່າ:

“ເວລາ​ພວກ​ລູກ​ຄ້າ​ເຫັນ​ຍີ່​ຫໍ້​ຂ​ອງ​ເຮົາແລະ​ຂອງກີລາ​ໂອ​ລິ​ມປິກ ຄືວົງ​ແຫວນ​ເຄຶ່ອງ
ໝາຍ​ໂອ​ລິ​ມປິກ ລວມກັນ​ແລ້ວ​ພວກ​ເຮົາ​ຮູ້ ​
ຈາກ​ຜົນ​ຂອງຂອງການ​ຄົ້ນຄວ້າວ່າ
ພວກເຂົາ​ເຈົ້າຮູ້ສຶກ​ມີ​ອໍານາດ​ຈາກ​ສິ່ງ​ນັ້ນຫຼາຍ​ສົມຄວນ. ມັນ​ເປັນ​ປັດ​ໃຈ​ທີ່​
ພາ​ໃຫ້
ເກີດ​ຄວາມ​ຮູ້ສຶກ​ທີ່ດີ​. ​ແລ້ວພວກ​ເຂົາ​ກໍ​ຮູ້ສຶກ​ໝັ້ນ​ໃຈ​ກັບ​ວິຊາ ​ແລະ​ພວກ​ເຂົາເຈົ້າ
ກໍ​ພາ
ກັນຈະ​ໃຊ້ບັດ​ເຄຣດິດວິຊາ​ກັນ​ຫຼາຍ​ຂຶ້ນ ​ແລະ​ເຮົາ​ສາມາດ​ວັດແທກ​ໄດ້ ແລະ
ກໍວັດ​ແທກ​ໄດ້​ແທ້ ​ແລະ​ມັນ​ກໍໄດ້ຜົນ.”

​ແຕ່ກໍບໍ່​ມີ​ການ​ຮັບປະກັນ​ໃດໆ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຈາກລັດສະໝີ​ໂອ​ລິ​ມປິກ ​ໃນ​ແງ່​ຂອງ
ທຸລະ​ກິດ​ການທ່ອງທ່ຽວແລະ​ການ​ຄ້າ​ທີ່​ເພີ່ມຂຶ້ນໃນ​ຫຼາຍໆປີ ​ໃນອະນາຄົດນັ້ນ ​ແລະຜ່ານ​ມາ
ບັນດາເມືອງຕ່າງໆ​ທີ່​ເຄີຍ​ເປັນ​ເຈົ້າພາບ​ຈັດ​ງານ​ກີລາ​ໂອ​ລິ​ມປິກ ກໍ​ແມ່ນ​ບໍ່​ເຄີຍ​ໄດ້ຮັບ​ສິ່ງ​ນັ້ນ ຈັກເທື່ອ.

ວີດີໂອລາຍງານກ່ຽວກັບການກຽມພ້ອມ ຂອງທີມແລ່ນແລະລານຂອງສະຫະລັດ:

XS
SM
MD
LG