ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາຜູ້ຊົມ ກິລາ ໂອລິມປິກ ຈະບໍ່ເພີ່ມ ຄວາມສ່ຽງຕໍ່ການ ແຜ່ຂະຫຍາຍ ໄວຣັສ ຊີກາ


ພະນັກງານ ສາທາລະນະສຸກ ຢືນຢູ່ເດີ່ນ Sambadrome ໃນຂະນະທີ່ລາວ ສີດຢາກັນຍຸງເພື່ອກຳຈັດຍຸງ Aedes aegypti ທີ່ເປັນຕົວນຳສົ່ງເຊື້ອໄວຣັສ ຊີກາ, ໃນນະຄອນ Rio de Janeiro, ບຣາຊິລ. 26 ມັງກອນ, 2016.
ພະນັກງານ ສາທາລະນະສຸກ ຢືນຢູ່ເດີ່ນ Sambadrome ໃນຂະນະທີ່ລາວ ສີດຢາກັນຍຸງເພື່ອກຳຈັດຍຸງ Aedes aegypti ທີ່ເປັນຕົວນຳສົ່ງເຊື້ອໄວຣັສ ຊີກາ, ໃນນະຄອນ Rio de Janeiro, ບຣາຊິລ. 26 ມັງກອນ, 2016.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ການເຕົ້າໂຮມກັນຄັ້ງໃຫຍ່, ເຊັ່ນກິລາ ໂອລິມປິກລະດູຮ້ອນໃນຄັ້ງນີ້ ທີ່ຈະຈັດຂຶ້ນໃນປະເທດ ບຣາຊິລ, ບໍ່ໄດ້ໝາຍເຖິງ ການມີ ຄວາມສ່ຽງອັນໃຫຍ່ຫຼວງ ກ່ຽວກັບ ການຕິດ​ແປດ​ຂອງເຊື້ອໄວຣັສ ຊີກາ.

ຄະນະກຳມະການສຸກເສີນ ກ່ຽວກັບ ໄວຣັສຊີກາ ຂອງ WHO ໄດ້ພົບປະກັນໃນ ວັນອັງ ຄານວານນີ້ ເພື່ອພິຈາລະນາ ກ່ຽວກັບ ຄວາມສ່ຽງທີ່ອາດເປັນໄປໄດ້ ຕໍ່ການຊຸມນຸມກັນ ຄັ້ງໃຫຍ່ ໃນຫຼາຍປະເທດ ແລະ ຕົວເມືອງຕ່າງໆທີ່ມີການລະ ບາດຂອງໄວຣັສ ຊີກາ, ລວມ ທັງນະຄອນ Rio de Janeiro.

ຄະນະກຳມະການໄດ້ກ່າວວ່າ “ຄວາມສ່ຽງຕ່າງໆຂອງບຸກຄົນໃນຫຼາຍຂົງເຂດຂອງ ການແຜ່ເຊື້ອ ແມ່ນອັນດຽວກັນກັບບ່ອນທີ່ມີການຊຸມນຸມກັນ ຫຼື ບໍ່ໄດ້ຊຸມນຸມ ກັນ, ແລະ ສາມາດຫຼຸດຜ່ອນໄດ້ໂດຍມາດຕະການທີ່ດີທາງດ້ານສາທາລະນາ ສຸກ."

ພະ​ແນ​ກການ​ດັ່ງກ່າວ​ຂອງສະຫະປະຊາຊາດ ກ່າວວ່າ ມັນມີ “ຄວາມສ່ຽງໜ້ອຍ ຫຼາຍ” ທີ່ກິລາໂອລິມປິກ ເຊິ່ງຈະຖືກຈັດຂຶ້ນໃນເດືອນ ສິງຫາ ແລະ ກິລາໂອ ລິມປິກຄົນພິການໃນ ເດືອນກັນຍານີ້ ອາດສົ່ງຜົນໃນການແຜ່ລະບາດໄວຣັສ ຊີກາ ໄປຕ່າງປະເທດ.

ການແຂ່ງຂັນກິລາດັ່ງກ່າວແມ່ນຈະຖືກຈັດຂຶ້ນໃນລະດູໜາວຂອງປະເທດ ບຣາ ຊິລ, ເມື່ອ ໂອກາດໃນການແຜ່ລະບາດຂອງໄວຣັສນັ້ນແມ່ນຕ່ຳ, ແລະອົງການ WHO ກໍຍັງໄດ້ກ່າວ ເນັ້ນວ່າ ບັນດາເຈົ້າໜ້າທີ່ຂອງ ບຣາຊິລ ແມ່ນກຳລັງ ເພີ່ມມາດຕະການຄວບຄຸມຍຸງຂອງ ພວກເຂົາເຈົ້າ.

ຄະນະກຳມະການໄວຣັສ ຊີກາ ໄດ້ຢຶນຢັນອີກຄັ້ງໜຶ່ງກ່ຽວກັບການແນະນຳໃນ ຄັ້ງທີ່ຜ່ານ ມາວ່າ ແມ່ຍິງຖືພາບໍ່ຄວນເດີນທາງໄປຂົງເຂດຕ່າງໆທີ່ມີການແຜ່ ລະບາດຂອງໄວຣັສ ຊີກາ, ແລະ ວ່າໃນຂະນະທີ່ພວກເຂົາເຈົ້າຖືພາຢູ່ນັ້ນ ພວກ ເຂົາເຈົ້າຄວນຫຼີກເວັ້ນຈາກ ການມີເພດສຳພັນ ແລະ ມີເພດສຳພັນໃນທາງ ທີ່ປອດໄພ ກັບຄູ່ຮັກຂອງພວກເຂົາເຈົ້າຜູ້ທີ່ ໄດ້ເດີນທາງຈາກເຂດທີ່ມີການຕິດ ເຊື້ອໄວຣັາ ຊີກາ ເທົ່ານັ້ນ.

ທ່ານໝໍຫຼາຍກວ່າ 100 ຄົນໄດ້ຮຽກຮ້ອງ​ໃຫ້​ອົງການ WHO ໃນເດືອນທີ່ຜ່ານມາ ໃຫ້ເລື່ອນ ການແຂ່ງຂັນກິລາ​ໂອ​ລິ​ມປິກລະດູຮ້ອນ ຫຼື ກໍຍ້າຍໄປຈັດຢູ່ບ່ອນອື່ນ.

ໄວຣັສ ຊີກາ ເປັນສາເຫດເຮັດໃຫ້ຫົວນ້ອຍ, ເປັນການເກີດຂອງເດັກ ນ້ອຍທີ່ມີ ຄວາມຜິດ ປົກກະຕິຢ່າງຮຸນແຮງ ແລະ ມີຄວາມເປັນໄປທີ່ຈະພັດທະນາໄປສູ່ບັນ ຫາອື່ນໆ. ມັນໄດ້ ຖືກແຜ່ລະບາດໂດຍຍຸງ ແລະ ປະເທດ ບຣາຊິລ ໄດ້ກາຍເປັນ ສູນກາງຂອງທະວີບ ອາເມ ຣິກາໃຕ້ ສຳລັບການລະບາດຂອງໄວຣັສ ຊີກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

WHO Zika
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG