ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທີມສະກີ ສຫລ ປະເພດ slopestyle ຄວ້າ 3 ຫຼຽນ ທັງ ຄໍາ ເງິນ ແລະ ທອງແດງ (ສະໄລດ໌)


ທ້າວ Christensen (ຂວາ) ແລະ ທ້າວ Kenworthy (ຊ້າຍ) ພາກັນສະຫຼອງ ໃນການທີ່ສະຫະລັດ ໄດ້ຊະນະທັງ 3 ຫຼຽນໂອລິມປິກ.
ທ້າວ Christensen (ຂວາ) ແລະ ທ້າວ Kenworthy (ຊ້າຍ) ພາກັນສະຫຼອງ ໃນການທີ່ສະຫະລັດ ໄດ້ຊະນະທັງ 3 ຫຼຽນໂອລິມປິກ.
ນັກແລ່ນສະກີແບບຟຣີສະໄຕຂອງສະຫະລັດ ໄດ້ຄອບງຳ
ການແຂ່ງຂັນແລ່ນສະກີປະເພດ slopestyle ຊຶ່ງເປັນນຶ່ງ
ໃນຈຳນວນ 12 ກິລາປະເພດໃໝ່ ໂດຍໄດ້ ຊະນະທັງ
3 ຫຼຽນ ໃນການແຂ່ງຂັນກິລາໂອລິມປິກລະດູໜາວ ທີ່ເມືອງ
Sochi ປະເທດຣັດເຊຍ.

ທ້າວ Joss Christensen ໄດ້ຊະນະຫລຽນຄຳ ທ້າວ Gus
Kenworthy ຊະນະຫລຽນເງິນ ແລະທ້າວ Nicholas
Goepper ຊະນະຫຼຽນທອງແດງ.

ເຢຍຣະມັນຍັງຈະຊອກຫາຊ່ອງທາງເພື່ອສືບຕໍ່ຄອບງຳໃນການແຂ່ງຂັນຂີ່ sled ​
ເທິງ​ນໍ້າ​ກ້ອນ​ ​ໃນ​ຄວາມ​ໄວ​ສູງ ຫຼື luge ປະເພດຕໍ່​ກັນ ຊຶ່ງ​ເປັນ​ກິລາໃໝ່ ຫລິ້ນ ເປັນທີມ
ຊຶ່ງມີແມ່ຍິງຄົນນຶ່ງ ຜູ້ຊາຍຄົນນຶ່ງ ແລະ​ເປັນຄູ່ນຶ່ງ ປ່ຽນ​ກັນ​ຂີ່ sled. ນັກ​ກິລາເຢຍຣະມັນ
ທີ່​ເຂົ້າ​ແຂ່ງໃນວັນພະຫັດມື້ນີ້ ​ໄດ້ຊະນະຫລຽນຄຳໄປແລ້ວ ​ໃນ​ການ​ແຂ່ງຂັນ luge
ທັງ 3 ປະເພດ ຢູ່ເມືອງ Sochi ນັ້ນ.


ນອກນັ້ນ ໃນວັນພະຫັດມື້ນີ້ ທີມກິລາຮັອກກີ້ຊາຍ 3 ທີມທີ່​ເປັນ​ໂຕ​ເກັງນັ້ນ ຈະລົງແຂ່ງ
ຂັນເປັນເທື່ອທຳອິດ ໂດຍມີທີມຣັດເຊຍ ສູ້ກັບສະໂລເວເນຍ ການາດາສູ້ກັບນໍເວ
ແລະສະຫລັດສູ້ກັບສະໂລວາເກຍ.

ໃນວັນພະຫັດມື້ນີ້ ຍັງຈະມີການມອບຫຼຽນ ໃຫ້ແກ່ການແຂ່ງຂັນແລ່ນສະເກັດປະເພດຍິງ
500 ແມັດ ແລະ 1,000 ແມັດ ພ້ອມໆກັບການແລ່ນສະກີ cross country ປະເພດຍິງ
10 ກິໂລແມັດ ແລະແລ່ນສະກີ biathlon ປະເພດຊາຍ 20 ກິໂລແມັດ.

​ໃນ​ເວລາ​ອອກ​ອາກາດ​ຢູ່​ນີ້ ນໍເວ ແລະສະຫະລັດ ນຳໜ້າໝູ່ໃນຈໍານວນ​ຫຼຽນທີ່ ໄດ້ຮັບ
ທັງໝົດ ຄືປະເທດລະ 12 ຫລຽນ ຕິດຕາມໂດຍການາດາແລະເນເທີ ແລນ ໄດ້ປະເທດ
ລະ 10 ຫລຽນ. ຣັດເຊຍໄດ້ 9 ຫລຽນ ແລະເຢຍຣະມັນ 8 ຫລຽນ.

ເຢຍຣະມັນເປັນປະເທດທີ່ໄດ້ ຫລຽນຄຳຫລາຍກວ່າໝູ່ ຄື​ໄດ້ 6 ຫຼຽນ. ມີການແຂ່ງຂັນ
ກິລາຍາດ​ເອົາຫລຽນທັງໝົດ 98 ປະເພດ ຢູ່ທີ່ເມືອງ Sochi ຄື 12 ປະເພດ ຫລາຍ
ກວ່າການແຂ່ງຂັນທີ່ນະຄອນແວນຄູເວີ ກາ​ນາ​ດາ ໃນປີ 2010.

ທ່ານ​ສາມາດ​ຕິດຕາມ​ເບິ່ງ ລາຍ​ຊື່​ປະ​ເທດ​ຕ່າງໆ​ທີ່​ໄດ້​ຫຼຽນນໍາ​ໜ້າ​ໝູ່​ນັ້ນ​ໄດ້ ທາງ​ເວັບ
​ໄຊ້ທ໌ຂອງ​ເຮົາ ທີ່ lao.voanews.com

XS
SM
MD
LG