ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດເຫດແຜ່ນດິນໄຫວໃນລັດ ໂອກລາໂຮມາ


ກ້ອນຫີນສຳລັບກໍ່ສ້າງ ກອງຢູ່ເທິງທາງຍ່າງນອກຮ້ານຂາຍ
ເຄື່ອງປະດັບທີ່ເປົ່າຫວ່າງ ໃນມູມຂອງຖະໜົນ Sixth and Harrison ໃນເມືອງ Pawnee, ລັດ Oklahoma. 3 ກັນຍາ, 2016.
ກ້ອນຫີນສຳລັບກໍ່ສ້າງ ກອງຢູ່ເທິງທາງຍ່າງນອກຮ້ານຂາຍ ເຄື່ອງປະດັບທີ່ເປົ່າຫວ່າງ ໃນມູມຂອງຖະໜົນ Sixth and Harrison ໃນເມືອງ Pawnee, ລັດ Oklahoma. 3 ກັນຍາ, 2016.

ໜຶ່ງໃນເຫດແຜ່ນດິນໄຫວທີ່ມີຄວາມຮຸນແຮງທີ່ສຸດທີ່ເຄີຍບັນທຶກມາໃນລັດ Oklahoma ໄດ້ເກີດຂຶ້ນໃນຂົງເຂດຜະລິດພະລັງງານຂອງລັດໃນວັນເສົາວານນີ້, ກໍ່ໃຫ້ເກີດຄວາມເສຍ ຫາຍໃນເຂດທ້ອງຖິ່ນບາງແຫ່ງ ແລະ ໄດ້ສັ່ນສະເທືອນພາກພື້ນສ່ວນໃຫຍ່ຂອງລັດທີ່ຕັ້ງ ຢູ່ໃນໃຈກາງ ສະຫະລັດ. ແຕ່ໄດ້ມີລາຍງານກ່ຽວກັບ ການບາດເຈັບພຽງເລັກນ້ອຍເທົ່ານັ້ນ.

ແຜ່ນດິນໄຫວທີ່ເກີດຂຶ້ນໃນພື້ນທີ່ຕື້ນ ມີຄວາມແຮງ 5.6. ເຈົ້າເມືອງ ຂອງເມືອງ Pawnee ທີ່ຕັ້ງຢູ່ໃກ້ສຸດກັບສູງກາງຂອງແຜ່ນດິນໄຫວໄດ້ກ່າວວ່າ “ທ່ານສາມາດບອກໄດ້ໃນທັນ ທີທັນໃດເລີຍວ່າມັນມີບາງຢ່າງທີ່ແຕກຕ່າງ” ກວ່າແຮງສັ່ນສະເທືອນທີ່ເຄີຍຮູ້ສຶກມາກ່ອນ ໃນຂົງເຂດດັ່ງກ່າວ ບໍຫຼາຍປີທີ່ຜ່ານມາ.

ເຈົ້າເມືອງ Pawnee ທ່ານ Brad Sewell ໄດ້ກ່າວວ່າ “ແຜ່ນດິນໄຫວຄັ້ງນີ້ແມ່ນດົນ, ຕໍ່ເນື່ອງ ແລະ ແຮງ.” ທ່ານໄດ້ເດົາວ່າແຮງສັ່ນສະເທືອນມີຄວາມຍາວປະມານ ໜຶ່ງນາທີ ເຕັມ.

ແຜ່ນດິນໄຫວໄດ້ຖືກຮູ້ສຶກໃນບໍລິເວນທີ່ກວ້າງຂວາງຂອງລັດທີ່ຕັ້ງຢູ່ໃນພາກກາງ ສະຫະ ລັດ, ຈາກລັດ ເທັກຊັສ ຫາລັດ ດາໂກຕາໃຕ້, ເຊິ່ງຫ່າງຈາກກັນຫຼາຍກວ່າ 1,500 ກິໂລ ແມັດ. ມັນໄດ້ກໍ່ໃຫ້ມີຄວາມເປັນຫ່ວງເພີ່ມຂຶ້ນກ່ຽວກັບ ການເຊື່ອມໂຍງ ລະຫວ່າງ ອຸດສາ ຫະກຳຜະລິດພະລັງງານ ແລະ ແຮງສັ່ນສະເທືອນຈາກແຜ່ນດິນໄຫວ, ແລະ ລັດຖະບານ ຂອງລັດ ໄດ້ສັ່ງໃຫ້ປິດບໍ່ປ່ອຍນ້ຳເສຍ 35 ແຫ່ງທີ່ຢູ່ບໍລິເວນອ້ອມແອ້ມເມືອງ Pawnee ຈົນກວ່າຈະມີແຈ້ງການໃນຄັ້ງຕໍ່ໄປ.

ເຖິງແມ່ນວ່າຈະມີການສັ່ນສະເທືອນທີ່ແຮງ, ແຕ່ກໍມີລາຍງານ ກ່ຽວກັບ ຜູ້ໄດ້ຮັບບາດເຈັບ ເລັກນ້ອຍພຽງຄົນດຽວໃນເມືອງ Pawnee ທີ່ມີປະຊາກອນອາໄສຢູ່ 2,200 ຄົນ, ແລະ ຂົງເຂດທີ່ຢູ່ອ້ອມຂ້າງມີປະກອນອາເມຣິກັນ ພື້ນເມືອງສ່ວນໃຫຍ່ອາໄສຢູ່ ຈາກແຄ້ວນ Pawnee, ເຊິ່ງມີອຳນາດໃນສາມເມືອງນ້ອຍຂອງຂົງເຂດດັ່ງກ່າວ.

ອົງການສຳຫຼວດທໍລະນີສາດ ສະຫະລັດ ໄດ້ກ່າວວ່າ ແຜ່ນດິນໄຫວຂອງວັນເສົາວານນີ້ ແມ່ນຕົງກັບຄວາມແຮງຂອງແຮງສັ່ນສະເທືອນໃນເດືອນພະຈິກ 2011, ໃນພາກພື້ນດຽວ ກັນ, ເຊິ່ງນັ້ນແມ່ນຮຸນແຮງທີ່ສຸດໃນລັດ Oklahoma ໃນຍຸກສະໄໝໃໝ່.

ຫຼາຍພາກສ່ວນຂອງລັດ Oklahoma ຕອນນີ້ແຂ່ງຂັນກັບລັດ ຄາໂຣໄລນາເໜືອ ເປັນຂົງ ເຂດທີ່ມີແຜ່ນດິນໄຫວຫຼາຍທີ່ສຸດໃນປະເທດ, ແລະ ການເພີ່ມຂຶ້ນຂອງແຜ່ນດິນໄຫວໃນ ລັດ Okalahoma ແລະ ລັດ Kansas ທີ່ຢູ່ໃກ້ຄຽງນັ້ນ ແມ່ນຖືກເຊື່ອມໂຍງໃສ່ພວກຜະ ລິດນ້ຳມັນ ແລະ ແກ໊ສທຳມະຊາດ ທີ່ທຳການຂຸດດິນເລິກເພື່ອປ່ອຍນ້ຳເສຍຈຳນວນຫຼາຍ ອອກໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG