ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ໄປຢ້ຽມ ບ່ອນນໍ້າມັນຮົ່ວ


ປະທານາທິບໍດີ ສະຫະລັດ ອອກເດີນທາງ ໄປຢ້ຽມຢາມລັດ ຫລຸຍເຊຍນາ ໃນວັນສຸກມື້ນີ້ ເພື່ອຊັ່ງຊາຕີລາຄາ ເບິ່ງການດຳເນີນ ຄວາມພະຍາຍາມ ຂອງບໍລິສັດບີພີ ທີ່ຈະຢຸດຕິ ການຮົ່ວໄຫຼ ຂອງນໍ້າມັນ ທີ່ຮ້າຍແຮງສຸດ ໃນປະວັດສາດ ຂອງສະຫະລັດ.

ບໍລິສັດບີພີ ກ່າວໃນຕອນເຊົ້າ ຂອງວັນສຸກມື້ນີ້ວ່າ ຕົນຈະສືບຕໍ່ ປໍ້າຂອງແຫຼວ ທີ່ມີລັກສະນະ ຄ້າຍຄືຂີ້ຕົມ ເຂົ້າໄປໃນ ບໍ່ນໍ້າມັນ ເພື່ອຢຸດຕິ ບໍ່ໃຫ້ນໍ້າມັນ ຮົ່ວໄຫຼອອກມາຕື່ມ. ຫຼັງຈາກນັ້ນ ບໍລິສັດບີພີ ກໍຈະໃຊ້ຊີມັງ ອຸດຕັນປາກບໍ່ ທີ່ມີການຮົ່ວໄຫຼນັ້ນ.

ບໍລິສັດບີພີ ເວົ້າວ່າ ມາເຖິງປັດຈຸບັນນີ້ ຄ່າໃຊ້ຈ່າຍ ໃນການດຳເນີນ ຄວາມພະຍາຍາມ ເພື່ອຄວບຄຸມ ການຮົ່ວໄຫຼ ຂອງນໍ້າມັນ ໄດ້ຕົກເປັນເງິນ ປະມານ 930 ລ້ານໂດລາ.

ປະທານາທິບໍດີ ໂອບາມາ ກ່າວວ່າ ທ່ານເປັນ ຜູ້ຮັບຜິດຊອບ ທັງໝົດ ໃນການດຳເນີນ ຄວາມພະຍາຍາມ ເພື່ອສະກັດກັ້ນ ການຮົ່ວໄຫຼ ຂອງບໍ່ນໍ້າມັນ ແລະການທຳຄວາມສະອາດ ມ້ຽນມັດຕ່າງໆ ແລະການປະຕິບັດງານ ຂອງບໍລິສັດບີພີ ແມ່ນຢູ່ພາຍໃຕ້ ການຊີ້ນຳ ຂອງລັດຖະບານກາງ ສະຫະລັດ.

ທ່ານໂອບາມາ ຫວັງວ່າ ນີ້ຈະເປັນການຕອບໂຕ້ ຕໍ່ການຕຳໜິຕິຕຽນ ທີ່ວ່າ ລັດຖະບານຂອງທ່ານ ບໍ່ໄດ້ພົວພັນ ໃນການຮັບມື ກັບການຮົ່ວໄຫຼ ຂອງນໍ້າມັນ.

XS
SM
MD
LG