ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ FBI ທັບມ້າງ ແຜນວາງລະເບີດໃສ່ ຕຶກສະພາ ສະຫະລັດ


ຮູບພາບ ນາຍ Christopher Lee Cornell
ວັນທີ 14 ມັງກອນ 2015
ຮູບພາບ ນາຍ Christopher Lee Cornell ວັນທີ 14 ມັງກອນ 2015

ສາຍ​ລັບ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ ​ໃນ​
ລັດ Ohio ​ໃນ​ຂໍ້​ກ່າວ​ຫາ ວາງ​ແຜນ​ຈະວາງ​ລະ​ເບີດ​ທີ່​ຕຶກ​ລັດຖະ
ສະພາ ​ແລະ​ຍິງ​ປືນ​ໃສ່​ພວກ​ພະນັກງານ​ຢູ່ທັງ​ໃນ ​ແລະອ້ອມ​ແອ້ມ
​ຕຶກ​ລັດຖະສະພານັ້ນ.

ນາຍ Christopher Cornell ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ພຸດ​ວານ​ນີ້
​ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ​ຜູ້ກ່ຽວ​ຊື້​ອາວຸດ​ໃນ​ຮ້ານ​ຂາຍ​ປືນ​ແຫ່ງ​ນຶ່ງ​
ໃນ​ເມືອງ Cincinnati.

ຜູ້ກ່ຽວ​ຖືກ​ກ່າວ​ຫາ​ຢູ່​ສານ​ລັດຖະບານ​ກາງ​ແຫ່ງ​ນຶ່ງ ​ໃນ​ຂໍ້​ຫາ​ມີ​ອາ
ວຸດ​ຢູ່ໃນ​ຄວາມ​ຄອບ​ຄອງ ​ແລະ​ພະຍາຍາມ​ສັງຫານ​ເຈົ້າ​ໜ້າ​ທີ່​
ລັດຖະບານ​ສະຫະລັດ.

ອີງ​ຕາມ​ເອກະສານ​ຕ່າງໆ​ຂອງ​ສານ ນາຍ Cornell ຖືກ​ກ່າວ​ຫາ​ວ່າ ກ່າວ​ຕໍ່​ຜູ້​ໃຫ້​ຂ່າວ​ຕຳຫຼວດ​ສັນຕິ​ບານ ຫຼື FBI ວ່າ ລາວ​ຖື​ວ່າ ພວກ​ສະມາຊິກ​ລັດຖະສະພາ​ເປັນສັດຕູ.

ນາຍ Cornell ກ່າວ​ຕໍ່​ຜູ້​ໃຫ້​ຂ່າວ​ຂອງ FBI ວ່າ ລາວ​ວາງ​ແຜນ​ທີ່​ຈະ​ເດີນທາງ​ໄປ​ຍັງ​ນະ
ຄອນຫຼວງ​ວໍ​ຊິງ​ຕັນ ​ເພື່ອ​ໄປ​ສິ້ງ​ຊອມ​ເບິ່ງ​ພວກ​ອາຄານ​ຕ່າງໆ​ຂອງ​ລັດຖະບານ​ສຳລັບ​ມາດ​ຕະການ​ຕ່າງໆ​ດ້ານ​ຄວາມ​ປອດ​ໄພ ​ແລະ​ວາງ​ລະ​ເບີດ​ທີ່​ເຮັດ​ດ້ວຍ​ທໍ່​ນ້ຳ​ຢູ່​ຂ້າງ​ນອກ​ຂອງ
​ຕຶກ​ລັດຖະສະພາ​ນັ້ນ.

ນອກ​ນັ້ນ​ຜູ້ກ່ຽວ​ຍັງ​ຖືກ​ກ່າວ​ຫາອີກ​ວ່າ ​ໄດ້​ວາງ​ແຜນ​ຍິງ​ຜູ້​ຄົນ ​ທີ່ຢູ່ໃນ​ເຂດອ້ອມແອ້ມ​ຕຶກ​ອາ
ຄານ​ເຊັ່ນ​ກັນ.

​ເອກະສານ​ຕ່າງໆ ​ເວົ້າ​ວ່າ ນາຍ Cornell ​ເຊື່ອ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ຈະເປັນການ​ສະ​ແດງ​ຄວາມ​ສະໜັບສະໜຸນ​ແກ່​ພວກ​ລັດ​ອິສລາມ ​ແລະ​ວ່າ ຜູ້ກ່ຽວ​ໄດ້​ທຳ​ການ​ຕິດ​ຕໍ່​ມາ​ກັບ​ພວກ​ບຸກຄົນ​ຕ່າງໆ​ໃນ​ຕ່າງປະ​ເທດ​ກ່ຽວ​ກັບການວາງ​ແຜນ​ຂອງ​ຜູ້ກ່ຽວແລ້ວ.

ອົງການ FBI ກ່າວ​ວ່າ ນາຍ Cornell ມີ​ວີ​ດີ​ໂອ​ໃນ​ການ​ເຮັດ​ລະ​ເບີດ ​ແລະ​ສົງຄາມ​ສາສະໜາ​ອິສລາມ​ໃນ​ຄອມ​ພີ​ວ​ເຕີ​ຂອງ​ຜູ້ກ່ຽວ​ເຊັ່ນ​ກັນ.

usterrorplotarrest15january15
please wait

No media source currently available

0:00 0:01:01 0:00

XS
SM
MD
LG